(ສພຊ) ໃນວັນທີ 01 ສິງຫາ 2023, ທີ່ສະພາແຫ່ງຊາດ ທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ຕ້ອນຮັບ ທ່ານ ຈ່ອງ ຢ່ອງຊູ (JUNG Yung Soo) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ໃນໂອກາດທີ່ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄົນໃໝ່.
![](https://na.gov.la/wp-content/uploads/2023/08/363377231_773649978097823_2351129667751270591_n.jpeg)
ໂອກາດນີ້, ທ່ານ ນາງ ທຸມມະລີ ວົງພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຈ່ອງ ຢ່ອງຊູ ທີ່ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃນໄລະຍະຜ່ານມາ. ຈາກນັ້ນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໄດ້ສະແດງຄວາມເຊື່ອໝັ້ນວ່າໃນໄລຍະທີ່ທ່ານທູດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດ ເພື່ອສົ່ງເສີມການຮ່ວມມືລະຫ່ວາງສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທຳຫລາຍຂຶ້ນ.
![](https://na.gov.la/wp-content/uploads/2023/08/362991879_773649824764505_7745345995702535408_n.jpeg)
ທ່ານ ຈ່ອງ ຢ່ອງຊູ ໄດ້ສະແດງຄວາມຂອບໃຈຕໍ່ ປະທານກຳມາທິການວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ສາຍພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ເກົາຫລີ ກໍຄື ຊຸກຍູ້ການພົວພັນຮ່ວມມືຂອງສອງ ສະພາແຫ່ງຊາດ ລາວ-ສ.ເກົາຫລີ ກໍຄືກຳມາທິການວັດທະນະທຳ-ສັງຄົມ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆ ຂຶ້ນໃນຕໍ່ໜ້າ.