(ສພຊ) ວັນທີ 8 ທັນວາຜ່ານມາ, ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ ໃນໂອກາດທີ່ທ່ານໄດ້ຮັບຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ ຄົນໃໝ່ ເຊິ່ງຈຸດປະສົງຂອງການເຂົ້າພົບປະຄັ້ງນີ້ ແມ່ນເພື່ອສະເໜີຕົວ ແລະ ປຶກສາຫາລືກ່ຽວກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມມາແຕ່ດົນນານ ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ກໍຄືການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປລາວ.
![](https://na.gov.la/wp-content/uploads/2022/12/319846845_2182651758562279_711711067596326876_n.jpeg)
ໃນໂອກາດນີ້, ທ່ານປະທານກຳມາທິການການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ຈອງ ຢອງ ຊູ ແລະ ຊົມເຊີຍທ່ານທີ່ໄດ້ຮັບການແຕ່ງຕັ້ງມາປະຕິບັດໜ້າທີ່ການທູດ ຢູ່ ສປປລາວ ແລະ ອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານການທູດຂອງທ່ານ ຢູ່ ສປປລາວ ເຊິ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ, ລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.
ຕະຫຼອດໄລຍະຜ່ານມາ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເຊິ່ງສະແດງອອກດ້ວຍການແລກປ່ຽນຄະນະຜູ້ແທນໄປ-ມາຫາສູ່ກັນໃນຫຼາຍຂັ້ນ-ຫຼາຍລະດັບ ແລະ ຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນແມ່ນການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ, ການສຶກສາ, ກະສິກຳ, ການທ່ອງທ່ຽວ, ແຮງງານ, ການຄ້າ-ການລົງທຶນ ແລະ ຂະແໜງການອື່ນໆ, ສອງຝ່າຍຍັງໄດ້ມີການຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ສຳລັບການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ.ເກົາຫຼີ ກໍໄດ້ຮັບການເສີມຂະຫຍາຍດີຂຶ້ນຢ່າງຕໍ່ເນື່ອງ, ການແລກປ່ຽນຢ້ຽມຢາມຄະນະຜູ້ແທນລະດັບສູງຂອງສອງສະພາ, ລະດັບຂັ້ນກຳມາທິການ, ຄະນະເລຂາທິການ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ສ.ເກົາຫຼີ-ລາວ; ນອກນີ້, ສອງສະພາແຫ່ງຊາດ ກໍໄດ້ມີການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນເວທີຂອງ IPU, ASEP, APPF, AIPA ແລະ ເວທີອື່ນໆ ເພື່ອປະກອບສ່ວນໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
![](https://na.gov.la/wp-content/uploads/2022/12/319644960_1201180140814133_7981866865193819934_n.jpeg)
ໃນໂອກາດນີ້, ທ່ານປະທານກຳມາທິການການຕ່າງປະເທດ ຍັງໄດ້ແຈ້ງໃຫ້ຮູ້ຕື່ມວ່າ: ສະພາແຫ່ງຊາດລາວ ຊຸດທີ IX ເຊິ່ງມີສະມາຊິກສະພາແຫ່ງຊາດ ທັງໝົດ 164 ທ່ານ ຍິງ 36 ທ່ານ ກວມເອົາ 21,95% ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ; ສະພາປະຊາຊົນແຂວງ ຊຸດທີ II ມີສະມາຊິກທັງໝົດ 492 ທ່ານ ຍິງ 150 ທ່ານ ກວມເອົາ 30,48% ຂອງຈໍານວນສະມາຊິກສະພາປະຊາຊົນແຂວງທັງໝົດ ແລະ ປັດຈຸບັນ, ສະພາແຫ່ງຊາດ ພວມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4.
ພ້ອມນັ້ນ, ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມດີໃຈທີ່ໄດ້ມີໂອກາດເຂົ້າພົບປະໃນຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມປິຕິຍິນດີທີ່ໄດ້ມາປະຕິບັດໜ້າທີ່ຢູ່ ສປປລາວ, ໄດ້ຕີລາຄາສູງຜົນການພົວພັນຮ່ວມມື ລະຫວ່າງ 2 ຝ່າຍ ໃນໄລຍະຜ່ານມາ ແລະ ເນັ້ນເຖິງຄວາມສຳຄັນໃນການຈະສືບຕໍ່ຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດ້ານເສດຖະກິດ-ການລົງທຶນ, ແຮງງານ, ການສືບຕໍ່ແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງ 2 ປະເທດ ແລະ ຂອງ 2 ສະພາແຫ່ງຊາດ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ເຫັນວ່າ 2 ຝ່າຍມີຄວາມສົນໃຈນຳກັນ.
ໃນຕອນທ້າຍ, ທ່ານ ສັນຍາ ປຣະເສີດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປລາວ ໃນຕະຫຼອດໄລຍະຜ່ານມາ.
(ພາບ: ນາງ ກຸກກິກ ບຸດດາໄຊ, ຂ່າວ: ນາງ ສຸພາວັນ ຫອມສະນິດ)