



ຕອນບ່າຍຂອງວັນສຸກ, ວັນທີ 20 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ(20 ມັງກອນ 1949- 20 ມັງກອນ 2023) ແລະ ມະຕິ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານຄຸ້ມຄອງສາສະໜາຢູ່ແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກ ສະພາປະຊາຊົນແຂວງ, ສະຫາຍ ຄໍາເຜີຍ ງອນວັນຄຳ ກຳມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ- ສໍາຮອງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.



