ໃນວັນທີ 13 ຕຸລາ 2025 ນີ້, ຢູ່ທີ່ສະພາປະຊາຊົນແຂວງບໍລິສັດຫວາພາບ ພັດທະນາກະສິກໍາ ແລະ ຟາມລ້ຽງສັດຈໍາກັດຜູ້ດຽວໄດ້ນໍາເອົາມອບເຄື່ອງໃຫ້ສະພາປະຊາຊົນແຂວງ ອບໍາເອົາຊາຊົນແຂວງງສະຫວ່າງພັດທະນາແຮ່ຫາຍາກຈໍາກັດໂດຍໃຫ້ກຽດກ່າວມອບຂອງທ່ານ ຕົ່ງວາວ່າງ ຫົວໜ້າບໍລິສັດ ຫວາພາບ ພັດທະນາກະສິກໍາ ແລະ ຟາມລ້ຽງສັດຈໍາກັດຜູ້ດຽວ ແລະ ການກ່າວຮັບຂອງ ທ່ານ ນາງ ສົມພອນ ໂສພິລາວັນ ຮອງປະທານສະພາປະຊາຊົນແຂວງຊຽງຂວາງ, ໂດຍຊ່ອງໜ້າຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນແຂວງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ມີ ປິ່ນເຕີຈໍານວນ 1 ເຄື່ອງ ແລະ ເຄື່ອງກິລາຈໍານວນ 50 ຊຸດ, ລວມມູນຄ່າທັງໝົດມູນຄ່າ 10.500.000 ກີບ ໃນພິທີ ທ່ານ ນາງ ສົມພອນ ໂສພິລາວັນ ຍັງໄດ້ກ່າວສະແດງຂອບໃຈມາຍັງບໍລິສັດ ທີ່ໄດ້ນໍາເອົາເຄື່ອງມາມອບໃຫ້ໃນຄັ້ງນີ້ ແລະ ທ່ານຍັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເຄື່ອງດັ່ງກ່າວໄປມອບໃຫ້ພາກສ່ວນຕ່າງໆຕາມການສະເໜີ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆ ຕື່ມອີກ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ