ດັ້ນກີບເມກ
ສັງຄົມລາວເຮົາ ນັບຖືພຸດທະສາສະໜາ ບວກກັບຄວາມເຊື່ອໄສຍະສາດ ແລະ ບັນດາຄວາມເຊື່ອເລື່ອງຜີຕ່າງໆທີ່ປົນກັນມາຍາວນານ ເຮັດໃຫ້ຄົນເຮົາຜູ້ທີ່ບໍ່ໄດ້ສຶກສາລົງເລິກ ແຍກອອກຍາກວ່າອັນໃດເປັນຄວາມເຊື່ອ ເລື່ອງຜີ ຫຼືວ່າພຸດ ແລະ ພາມ (ໄສຍະສາດ) ເລື່ອງຂອງຄວາມເຊື່ອໃນສາສະໜາ ຫຼື ລັດທິໃດໜຶ່ງນີ້ ເປັນສິດຂອງສ່ວນບຸກຄົນ ບໍ່ສາມາດຫ້າມກັນໄດ້ ແຕ່ກໍຄວນລະວັງສາກົນເຂົາກໍຖືສໍາຄັນ ບໍ່ເອົາຄວາມເຊື່ອຂອງສາສະໜາໃດໜຶ່ງມາສະແດງຫຼິ້ນດັ່ງກໍລະນີເປັນກະແສ ເລື່ອງຜີນຸ່ງຖືແບບຄູບາ.
ບຸນທາດຫຼວງກໍເຊັ່ນດຽວກັນ ທີ່ມີຄວາມສໍາຄັນຕໍ່ຊາດ-ສາສະໜາ ເປັນມິ່ງຂວັນຂອງຊາດລາວ ຄົນລາວເຮັດບຸນທາດຫຼວງຖືກເດືອນ 12 ເພັງ ມື້ກ່ອນມີຫາງສຽງ ເລື່ອງຂະບວນແຫ່ຜູ້ຍິງນັ່ງເທິງຕັ່ງ ແລະ ກໍມີຜາສາດເຜີ້ງແຫ່ຕາມຫຼັງ ການແຫ່ຫາມຜູ້ຍິງນັ່ງເທິງຕັ່ງອ້ອມທາດຫຼວງພາຍໃນກົມມະລຽນ ເກີດເປັນຫາງສຽງວົງກວ້າງ ຫຼາຍຄົນບອກວ່າ ບໍ່ເໝາະສົມ ເພາະຖືວ່າບໍ່ເຄີຍມີປະເພນີຖືປະຕິບັດ ເຮັດໃຫ້ກຸ່ມບຸກຄົນດັ່ງກ່າວ ອອກມາຊີ້ແຈງຂໍໂທດຕໍ່ສັງຄົມ ເພາະເຮັດໄປພຽງແຕ່ຢາກເຊີດຊູ ວັດທະນະທໍາການແຕ່ງກາຍທີ່ງົດງາມ, ທັດສະນະສ່ວນຕົວຂອງຜູ້ຂຽນເຫັນວ່າ: ຫຼັກການ ຫຼື ບຸນ ແລະ ປະເພນີ ອັນໃດທີ່ມັນມີເຫດຜົນດີ ຖືກປະຕິບັດມາຍາວນານ ກໍບໍ່ຄວນປ່ຽນແປງ ແລະ ອັນໃດໃໝ່ທີ່ເກີດຂຶ້ນ ແຕ່ບໍ່ເໝາະສົມກໍບໍ່ຄວນນໍາມາປະຕິບັດ. ດັ່ງນັ້ນ, ເລື່ອງຫຼາຍເລື່ອງທີ່ເກີດຂຶ້ນມັນຮຽກຮ້ອງການຈັດຕັ້ງກ່ຽວຂ້ອງອອກມາຊີ້ແຈງ.
ການເຊີດຊູ-ສ້າງສັນສິລະປະ-ວັດທະນະທໍາ ດ້ານໃດໜຶ່ງ ມັນຕ້ອງການຄວາມຮູ້ແນ່ນອນຈະແຈ້ງ (ສຶກສາ, ວິໄຈແຈ່ມແຈ້ງກ່ອນລົງມືປະຕິບັດ) ຖ້າຂາດຄວາມຮູ້ວິຊາການເລິກເຊິ່ງເຖິງຖອງ ກໍຈະເກີດຂໍ້ຜິດພາດໄດ້, ພ້ອມນີ້ ຜູ້ຂຽນຍັງເຫັນເຂົາເວົ້າເຖິງພິທີກໍາແຫ່ຂອງເຜົ່າບາງເຜົ່າ ເພື່ອບູຊາທາດຫຼວງ ລວມເຖິງການແຕ່ງກາຍວ່າ ຖ້າເຮົາມີຂອງເກົ່າດີຢູ່ແລ້ວ ກໍບໍ່ແມ່ນຈະເຫັນແກ່ໂຕທີ່ຂາດເຫດຜົນຢາກແຕ່ງໃໝ່ແບບໃດກໍແຕ່ງ.
ຍົກຕົວຢ່າງ: ພິທີກໍາແຫ່ທັ່ງບັ້ງ ຜູ້ຂຽນເຄີຍອ່ານອາຈານມະຫາສີລາ ວິລະວົງ ອະທິບາຍເປັນກອນວ່າ: ຂ້າທັ່ງບັ້ງ ຕ່ອຍເກີ່ງຕີກັບ…, ພິທີກໍາແບບນີ້ ຖ້າປະຕິບັດມາຍາວນານ ຕັ້ງແຕ່ເກີດທາດຫຼວງ ເຮົາກໍບໍ່ຄວນປ່ຽນຕາມໃຈມັກ. ຜູ້ຂຽນເຫັນວ່າຄົນລາວເຮົາມີຜູ້ເຂົາຮູ້ຢູ່ ແຕ່ຫາກປະໝາດ ບໍ່ຢາກຖາມ-ບໍ່ຢາກເຊີດຊູເຂົາ ວ່າແຕ່ເຮັດເປັນເຮັດໄດ້ກໍລົງມືຈວດໂລດ! ຫຼືບໍ່ດັ່ງນັ້ນ ກໍຈະມີນັກວິຊາການແບບກຸ້ມໆເກີນໆ ອອກແບບ ຂໍແລກປ່ຽນນໍາກັນເດີ້!