(ສພຊ) – ວັນທີ 17 ພະຈິກຜ່ານມາ, ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ຫຼັງຈາກ, ທ່ານ ສຈ. ປອ. ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ (ສປສສ) ແລະ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ຕາມລຳດັບ; ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ມີຄໍາເຫັນຕໍ່ສອງບົດລາຍງານດັ່ງກ່າວ ໂດຍສະເພາະທິດທາງແຜນການວຽກງານຈຸດສຸມປີ 2026 ເຊິ່ງສະເໜີບາງຄໍາຄິດເຫັນດັ່ງນີ້:
ສໍາລັບສານປະຊາຊົນສູງສຸດ:
– ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຈັນຍາບັນ, ຈັນຍາທໍາ ໃຫ້ແກ່ຜູ້ພິພາກສາ, ພະນັກງານ-ລັດຖະກອນ ຂອງສານປະຊາຊົນ ຕິດພັນກັບການບໍາລຸງ, ຍົກລະດັບດ້ານວິຊາສະເພາະ, ຄວາມຮູ້ຄວາມສາມາດ, ທັກສະໃນການຄົ້ນຄວ້າຄະດີ ທັງເອົາໃຈໃສ່ຕິດຕາມກວດກາປະເມີນ ເພື່ອເລືອກເຟັ້ນໃຫ້ໄດ້ຜູ້ພິພາກສາດີ-ເກັ່ງ ຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່;
– ສຸມໃສ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນລະບົບ, ເໝາະສົມ ແລະ ສອດຄ່ອງກັບການປັບປຸງອົງການປົກຄອງຖິ່ນ ເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກການເຂົ້າເຖິງຂະບວນຍຸຕິທໍາຂອງປະຊາຊົນ ໃຫ້ຫຼາຍຂຶ້ນ;
– ສືບຕໍ່ຍົກສູງຄຸນນະພາບການດໍາເນີນຄະດີຂອງສານປະຊາຊົນ ໃຫ້ຮັບປະກັນຄວາມຖືກຕ້ອງຕາມຫຼັກການຂອງການດໍາເນີນຄະດີ ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ຖືກຕ້ອງ ແລະ ເປັນທຳ, ຮັບປະກັນການດໍາເນີນຄະດີໃຫ້ມີຄຸນນະພາບ ທັງສຸມໃສ່ຄົ້ນຄວ້າປັບປຸງກົນໄກ, ຮູບການ ແລະ ວິທີການ ໃນການກວດກາຄໍາຕັດສິນ, ຄໍາພິພາກສາຂອງສານ ທີ່ມີການລະເມີດກົດໝາຍ, ຄໍາຕັດສິນ ຫຼື ຄໍາພິພາກສາ ທີ່ມີເນື້ອໃນບໍ່ຈະແຈ້ງ ຫຼື ມີເນື້ອໃນຂັດກັນ ເຊິ່ງເປັນສາເຫດໃຫ້ການປະຕິບັດຄໍາຕັດສິນຂອງສານມີຄວາມຫຍຸ້ງຍາກ ຫຼື ບໍ່ສາມາດຈັດຕັ້ງປະຕິບັດໄດ້ນັ້ນ ໃຫ້ມີຜົນສໍາເລັດຢ່າງເປັນຮູບປະທໍາ;
– ຄົ້ນຄວ້າປັບປຸງນິຕິກໍາໃຕ້ກົດໝາຍທີ່ຈໍາເປັນ ໂດຍສະເພາະກົນໄກການດໍາເນີນຄະດີແພ່ງ ໃຫ້ມີຄວາມໂລ່ງລ່ຽນ ພ້ອມທັງໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໃຫ້ແກ່ຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ຈ່າສານ ກໍຄືຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ໄດ້ຮັບຮູ້ ແລະ ເຂົ້າໃຈ ສິດ, ພັນທະ ແລະ ຂັ້ນຕອນຂອງການດໍາເນີນຄະດີ ຢ່າງຈະແຈ້ງ ໂດຍໃຫ້ຖືສໍາຄັນການປະຕິບັດຫຼັກການໂຕ້ແຍ່ງ, ໂຕ້ຖຽງ ເລີ່ມແຕ່ຫົວທີໃນຂະບວນການດໍາເນີນຄະດີຂອງສານແຕ່ລະຂັ້ນ ໃຫ້ເຂັ້ມງວດ ແລະ ມີປະສິດທິພາບຢ່າງເປັນຮູບປະທໍາ;
– ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອປັບປຸງກົນໄກການປະສານສົມທົບລະຫວ່າງ ສະພາແຫ່ງຊາດ ກັບ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການກວດກາແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີຄວາມຄ່ອງຕົວກວ່າເກົ່າ ແນໃສ່ຍົກສູງຄຸນນະພາບຂອງການດໍາເນີນຄະດີ ແລະ ໃຫ້ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ຕາມກໍານົດໄວ້ໃນກົດໝາຍ.
ສໍາລັບອົງການໄອຍະການປະຊາຊົນສູງສຸດ
– ສືບຕໍ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ ທີ່ຍັງບໍ່ທັນສໍາເລັດຕາມແຜນການ ໃຫ້ສອດຄ່ອງກັບການປັບປຸງກົງຈັກຂອງອົງການປົກຄອງທ້ອງຖິ່ນ; ເອົາໃຈໃສ່ບໍາລຸງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ, ຄວາມຮູ້ຄວາມສາມາດ ໃຫ້ມີຄຸນນະພາບສູງຂຶ້ນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຄວາມເຂັ້ມງວດເດັດຂາດ ພ້ອມທັງປະເມີນການປະຕິບັດໜ້າທີ່ຕາມຄໍາຂວັນ 3 ມີ 4 ຮັບປະກັນ ໃຫ້ມີຄຸນນະພາບ ແລະ ທົບທວນຄືນການກຳນົດຕົວຊີ້ບອກຂອງຄໍາຂວັນ ໃຫ້ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່;
– ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອຮັບປະກັນການປະຕິບັດພາລະບົດບາດການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຄວາມເປັນຈິງ ແລະ ຮັບປະກັນໃຫ້ມີຄວາມຍຸຕິທໍາ;
– ຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ຮັບປະກັນໃນການຈັບຕົວ, ກັກຕົວ, ການກັກຂັງ, ການປ່ອຍຕົວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ສຸມໃສ່ແກ້ໄຂບັນຫາການກັກຂັງຜູ້ຖືກຫາ ແລະ ນັກໂທດ ເກີນກໍານົດເວລາຕາມຄໍາຕັດສິນ, ຄໍາພິພາກສາຂອງສານ ແລະ ຕາມກົດໝາຍກໍານົດ;
– ເພີ່ມທະວີການຕິດຕາມກວດກາ ແລະ ຊຸກຍູ້ອົງການປະຕິບັດຄໍາຕັດສິນຂອງສານ ໃນການນໍາເອົາຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ມາປະຕິບັດໃຫ້ຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ ຕາມກົດໝາຍ ແລະ ລະບຽບການ ລວມທັງການປະສານສົມທົບກັບກະຊວງຍຸຕິທໍາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າຊອກຫາສາເຫດ ແລະ ມາດຕະການແກ້ໄຂສະພາບຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແຕ່ບໍ່ສາມາດປະຕິບັດໄດ້ ທີ່ຍັງຄ້າງເປັນຈໍານວນຫຼວງຫຼາຍ ເພື່ອແກ້ໄຂໃຫ້ເປັນຮູບປະທໍາດີຂຶ້ນ;
– ສືບຕໍ່ຄົ້ນຄວ້າປັບປຸງກົນໄກການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ 4 ພາກສ່ວນດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ແໜ້ນແຟ້ນ ແລະ ກົມກຽວ, ຍົກສູງຄວາມຮັບຜິດຊອບການເມືອງຂອງແຕ່ລະພາກ ສ່ວນ ເຮັດໃຫ້ການດໍາເນີນຄະດີສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ຮັບປະກັນໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ດີຂຶ້ນ;
– ຄົ້ນຄວ້າສ້າງ, ປັບປຸງ ກົດໝາຍ ແລະ ບັນດານິຕິກໍາໃຕ້ກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ການຕິດຕາມກວດກາການດໍາເນີນຄະດີແພ່ງທີ່ພົວພັນກັບຜົນປະໂຫຍດຂອງລັດ, ລວມໝູ່, ເດັກ ແລະ ບຸກຄົນທີ່ບໍ່ມີຄວາມສາມາດທາງດ້ານການປະພຶດ ທັງຈັດຕັ້ງການໂຄສະນາເຜີຍແຜ່ແນະນໍາໃຫ້ແກ່ພະນັກງານໄອຍະການປະຊາຊົນແຕ່ລະຂັ້ນ ລວມທັງຄູ່ຄວາມ ແລະ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ໄດ້ຮັບຮູ້ ແລະ ເຂົ້າໃຈ ສິດ, ພັນທະ, ຂັ້ນຕອນ ຂອງການເນີນຄະດີ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.
ບາງຄໍາຄິດເຫັນຕໍ່ວຽກງານຈຸດສຸມຂອງ ສປສສ ແລະ ອອປສ
