ບາງຂໍ້ສະເໜີໃຫ້ອົງການກວດກາ ແລະ ອົງການກວດສອບ ເອົາໃຈໃສ່

ມ.ນ. 27, 2026

(ສພຊ) – ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເມື່ອຕອນບ່າຍວັນທີ 25 ມີນາຜ່ານມາ ເຊິ່ງສະເໜີໃຫ້ເອົາໃຈໃສ່ດັ່ງນີ້:
ຕໍ່ອົງການກວດກາແຫ່ງລັດ
1) ຄົ້ນຄວ້າສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍ ທີ່ຕົນຮັບຜິດຊອບ ໃຫ້ມີຄວາມຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ໃຫ້ແກ່ເປົ້າໝາຍທີ່ຖືກກວດກາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້ ເພື່ອໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2) ຊຸກຍູ້ແກ້ໄຂຜົນກວດກາຢ່າງຈິງຈັງ, ການເປັນເຈົ້າການໃນການເຂົ້າຮ່ວມແກ້ໄຂຜົນການກວດກາຢ່າງແຂງແຮງ ແລະ ການເກັບກູ້ຄືນລາຍຮັບກວດກາເຫັນທີ່ຍັງຄ້າງໃນໄລຍະຜ່ານມາ ໃຫ້ສໍາເລັດຕາມແຜນ.
3) ປະສານສົມທົບກັບເປົ້າໝາຍຖືກກວດກາ, ໄຈ້ແຍກລາຍຮັບ, ໜີ້ຕ້ອງຮັບ ທີ່ກວດກາເຫັນໄລຍະຜ່ານມາ ອັນໃດສາມາດເກັບກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ຄືນໄດ້, ມີຕົວຕົນ ຫຼື ບໍ່ມີຕົວຕົນ ເພື່ອສະເໜີສະພາແຫ່ງຊາດ ພິ ຈາລະນາ.
4) ກໍ່ສ້າງພະນັກງານ-ນັກກວດກາ ໃຫ້ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ເປັນມືອາຊີບ, ນໍາໃຊ້ອຸປະກອນ, ເຄື່ອງມື ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນຄຸນນະພາບວຽກກວດກາ.
5) ຫັນວຽກງານກວດກາເປັນທັນສະໄໝ ເພື່ອໃຫ້ການກວດກາມີຄວາມວ່ອງໄວ, ໂປ່ງໃສ, ສາມາດກວດກາໄດ້ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.
ຕໍ່ອົງການກວດສອບແຫ່ງລັດ
1) ຄົ້ນຄ້ວາສ້າງ, ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ຕົນຮັບຜິດຊອບ ໃຫ້ມີຄວາມຊັດເຈນ ແລະ ສາມາດຈັດຕັ້ງປະຕິບັດ ພ້ອມທັງເຜີຍແຜ່ໃຫ້ອົງການຄຸ້ມຄອງ ແລະ ເປົ້າໝາຍຖືກກວດສອບ ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື, ເຂົ້າຮ່ວມໃນການຈັດຕັ້ງປະຕິບັດວຽກງານກວດສອບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2) ປະສານສົມທົບກັບເປົ້າໝາຍຖືກກວດສອບ, ໄຈ້ແຍກລາຍຮັບ-ລາຍຈ່າຍ, ໜີ້ຕ້ອງຮັບ, ຈ່າຍລວງໜ້າ ໃນລະບົບຄັງເງິນແຫ່ງຊາດ ທີ່ກວດສອບເຫັນໄລຍະຜ່ານມາ ອັນໃດສາມາດເກັບກູ້ໄດ້ ແລະ ອັນໃດບໍ່ສາມາດເກັບກູ້ຄືນໄດ້, ມີຕົວຕົນ ຫຼື ບໍ່ມີຕົວຕົນ ເພື່ອສະເໜີສະພາແຫ່ງຊາດ ພິຈາລະນາ.
3) ເພີ່ມທະວີການກວດສອບແຕ່ຫົວທີບັນດາໂຄງການລົງທຶນຂອງລັດຂະໜາດໃຫຍ່, ລັດຮ່ວມທຶນ ຫຼື ລັດຄໍ້າປະກັນໂຄງການ ເພື່ອບໍ່ໃຫ້ເກີດຄວາມສ່ຽງຈະສ້າງໜີ້ສິນ ຫຼື ບໍ່ມີປະສິດທິຜົນ.
4) ກໍ່ສ້າງພະນັກງານ, ນັກກວດສອບ ໃຫ້ມີຈັນຍາບັນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມຊໍານານທາງດ້ານວິຊາສະເພາະ.
5) ຫັນວຽກງານກວດສອບເປັນທັນສະໄໝ ໂດຍການສ້າງຖານຂໍ້ມູນກວດສອບທີ່ເຊື່ອມໂຍງຂໍ້ມູນການເງິນ ກັບເປົ້າໝາຍຖືກກວດສອບ ເພື່ອໃຫ້ການກວດສອບມີຄວາມວ່ອງໄວ, ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ.
6) ເພີ່ມທະວີການປະສານງານ, ສະໜອງຂໍ້ມູນ ໃຫ້ແກ່ອົງການກວດກາແຫ່ງລັດ, ກຳມາທິການຂອງສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມວ່ອງໄວ, ຄົບຖ້ວນ ແລະ ທັນເວລາ.