ບັນຍາກາດການປ່ອນບັດເລືອກຕັ້ງ

ກ.ພ. 23, 2026

ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຢູ່ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໂດຍສະເພາະຢູ່ຈຸດທີ I: ບ້ານໄຊຍະພູມ (ໂຮງຮຽນປະຖົມບ້ານໄຊຍະພູມ) ແມ່ນມີຄວາມຄຶກຄື້ນ ເຊິ່ງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ໄປໃຊ້ສິດປະຊາທິປະໄຕປ່ອນບັດຢູ່ຈຸດດັ່ງກ່າວ.
ແຂວງສະຫວັນນະເຂດ ມີພົນລະເມືອງ 1,117,799 ຄົນ ຍິງ 555,896 ຄົນ, ມີຜູ້ມີສິດເລືອກຕັ້ງ (ຕາມສຳມະໂນຄົວ ແລະ ຈາກທ້ອງຖິ່ນອື່ນ) 728,785 ຄົນ ຍິງ 369,703 ຄົນ; ທົ່ວແຂວງມີ 889 ໜ່ວຍປ່ອນບັດ ໃນນັ້ນມີ 9 ໜ່ວຍປ່ອນບັດເຄື່ອນທີ່.