(ສພຊ) – ວັນຈັນທີ 16 ມິຖຸນາຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະທານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນເຖິງຜົນການພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ກອງປະຊຸມໄດ້ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດບາງບັນຫາເພີ່ມຕື່ມຄື:
1. ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຫຼຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າແສງຕາເວັນ, ພະລັງງານລົມ; ຮັບປະກັນໃຫ້ຜູ້ຊົມໃຊ້ສາມາດນຳໃຊ້ໃນລາຄາເໝາະສົມ ແລະ ເປັນທຳ.
2. ລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ; ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດ ເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າ ເປັນຂອງຕົນເອງ ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ.
3. ປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າ ໃຫ້ຊັດເຈນ, ຮັດກຸມ ພ້ອມທັງປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໂດຍກຳນົດບັນຈຸເອົາພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນ ເຂົ້າໃນກົດໝາຍດັ່ງກ່າວ.
4. ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດສັນຍາສຳປະທານ ແລະ ເອກະສານຊ້ອນທ້າຍໂຄງການ ທີ່ພົວພັນກັບການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ.
5. ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຕາມທິດສາມສ້າງຄື ກະຊວງອົງການຂັ້ນສູນກາງ ດຳເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນ; ປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ກໍຄືປະຊາຊົນ ໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນຄວ້າຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມການເຈລະຈາຮ່າງສັນຍາສຳປະທານໂຄງການ.
6. ພິຈາລະນາຄົ້ນຄວ້າປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດຳລົງຊີວິດຂອງປະຊາຊົນ ກໍຄືການດຳເນີນທຸລະກິດຂອງບັນດາວິສາຫະກິດ ຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດວິສາຫະກິດໄຟຟ້າລາວ ໃຫ້ເຂັ້ມງວດ, ໂປ່ງໃສ, ເປັນມືອາຊີບ.
7. ມີແຜນການພັດທະນາຊັບພະຍາກອນມະນຸດໃນຂະແໜງການໄຟຟ້າ ໃຫ້ມີສິນທຳປະຕິວັດ, ຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາສຳປະທານ.
ບັນຈຸພະລັງງານທົດແທນເຂົ້າໃນກົດໝາຍ
