(ສພຊ) – ຕອນສວາຍວັນທີ 28 ພະຈິກ 2025, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພານັກຮຽນຈາກໂຮງຮຽນ ໄຊສົມພອນ ຈຳນວນ 50 ຄົນ ນຳໂດຍທ່ານ ສີສົມພອນ ທາວົງ ຜູ້ອຳນວຍການໂຮງຮຽນ ໄຊສົມພອນ ແລະ ນ້ອງນັກຮຽນຈາກໂຮງຮຽນ ມີນາ ຈຳນວນ 90 ຄົນ ນຳໂດຍທ່ານ ອາຈານ ນາງ ສຸດາພອນ ອິນແພງທະວົງ ແລະ ຕອນບ່າຍຂອງວັນດຽວກັນ ກໍໄດ້ຕ້ອນຮັບ ແລະ ນຳພາຄະນະຈາກກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ນຳໂດຍທ່ານ ນາງ ສີພອນໄພ ສິດທິໄຊ ຮອງຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ທີ່ມາທັດສະນະສຶກສາຢ້ຽມຊົມຫ້ອງມູນເຊື້ອ, ຫ້ອງປະຊຸມໃຫຍ່ ແລະ ງານວາງສະແດງສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975-2/12/2025).
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX), ນ້ອງໆນັກຮຽນຕອບຄຳຖາມເພື່ອຮັບຂອງລາງວັນ ແລະ ຍັງໄດ້ມອບປຶ້ມທີ່ລະນຶກຈາກ ສພຊ ໃຫ້ທັງສາມຄະນະ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ເຮັດໃຫ້ນ້ອງໆນັກຮຽນ ແລະ ຄູອາຈານ, ຜູ້ທີ່ມາຢ້ຽມຊົມ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການນິຕິບັນຍັດຫຼາຍຂຶ້ນ.
(ນາງ ນິດຕາ ຄຸນປາກດີ)

