ນັກສຶກສາສື່ສານມວນຊົນ ທັດສະນະ ແລະ ແລກປ່ຽນວຽກງານສື່ ກັບ ສພຊ

ມ.ນ. 30, 2026

(ສພຊ) – ຕອນສວາຍວັນທີ 30 ມີນານີ້, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາຄູ-ອາຈານ ແລະ ນັກສຶກສາ ຈາກພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈຳນວນ 40 ຄົນ ເຊິ່ງນຳໂດຍທ່ານ ອາຈານ ນາງ ປາລິດຖາ ລັດສິມມາ ຮອງຫົວໜ້າພາກວິຊາສື່ສານມວນຊົນ ທີ່ມາທັດສະນະສຶກສາຢ້ຽມຊົມຫ້ອງມູນເຊື້ອ, ຫ້ອງປະຊຸມໃຫຍ່ ສພຊ ແລະ ງານວາງສະແດງສະພາແຫ່ງຊາດ ຊຸດທີ I – ຊຸດທີ X.
ໃນການມາທັດສະນະຄັ້ງນີ້, ຍັງໄດ້ມີການແລກປ່ຽນບົດຮຽນກ່ຽວກັບວຽກງານສື່ມວນຊົນ ລະຫວ່າງກົມສື່ມວນຊົນ ຫ້ອງວ່າການສະພາແຫ່ງຊາດ ກັບ ຄູ-ອາຈານ ແລະ ນັກສຶກສາ ຈາກພາກວິຊາສື່ສານມວນຊົນ ໂດຍການເຂົ້າຮ່ວມຂອງທ່ານ ວິລະພັດ ພາບວິໄຊ ຮອງຫົວໜ້າກົມສື່ມວນຊົນ ເຊິ່ງມີຄະນະພະແນກ ແລະ ວິຊາການຂອງສອງພາກສ່ວນເຂົ້າຮ່ວມ.
ຮອງຫົວໜ້າກົມສື່ມວນຊົນ ໄດ້ລາຍງານໂດຍຫຍໍ້ໃຫ້ຊາບກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່; ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ການປະຕິບັດໜ້າທີ່ວຽກງານຂອງກົມໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ, ໄດ້ມີການຖາມ-ຕອບ, ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາໃນບັນຫາທີ່ນັກສຶກສາມີຄວາມສົນໃຈ ພ້ອມທັງຮັບຟັງປະສົບການໃນການປະຕິບັດວຽກງານຕົວຈິງ ໂດຍສະເພາະວຽກງານສື່ສິ່ງພິມ, ສື່ເອເລັກໂຕຣນິກ, ສື່ອອນລາຍ; ວຽກງານຫ້ອງມູນເຊື້ອ ແລະ ປະຫວັດສາດ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາ ໄດ້ມີຄວາມຮັບຮູ້, ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານສື່ມວນຊົນຂອງສະພາແຫ່ງຊາດ.
(ນາງ ນິດຕາ ຄຸນປາກດີ)