(ສພຊ) – ຕອນບ່າຍວັນທີ 12 ພະຈິກຜ່ານມາ, ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ທ່ານ ພົອ. ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ເຊິ່ງໃນນັ້ນໃຫ້ຮູ້ວ່າ:
– ມ້າງຄະດີໄດ້ 21,003 ເລື່ອງ, ຈັບຜູ້ຖືກຫາ 31,289 ຄົນ/ຍິງ 3,254 ຄົນ, ຕ່າງປະເທດ 938 ຄົນ/ຍິງ 85 ຄົນ; ຢຶດເຮໂຣອິນ 1,852 ກິໂລ (ກລ), ຢາບ້າ 69,261 ກລ, ຢາຝິ່ນ 574 ກລ, ຢາໄອສ໌ 17,386 ກລ, ຄັນຊາ 27,626 ກລ, ເຄຕາມິນ 7,972 ກລ, ໂຄເຄນ 4 ກລ, ຢາອີ 16,519 ເມັດ ກັບ 92 ກລ, ແປ້ງຝຸ່ນປະສົມຢາເສບຕິດ 103,348 ກລ, ຄາເຟອິນ 168 ກຼາມ, ນໍ້າຢາສານເຄມີ 10 ກລ, 101 ຖັງ 905 ຕຸກ, ນໍ້າກົດ 9,400 ລິດ, ລົດໃຫຍ່ 649 ຄັນ, ລົດຈັກ 3,377 ຄັນ, ເຮືອ 5 ລໍາ.
– ກວດພົບເນື້ອທີ່ລັກລອບປູກຝິ່ນ 5,656 ເຮັກຕາ, ທໍາລາຍໄດ້ 2,029 ເຮັກຕາ.
– ຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຢູ່ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ 15 ແຫ່ງ ມີ 34,678 ຄົນ/ຍິງ 1,441 ຄົນ (ໃນນັ້ນ, ປິ່ນປົວດີແລ້ວກັບຄືນບ້ານ 20,301 ຄົນ/ຍິງ 969 ຄົນ, ສືບຕໍ່ປິ່ນປົວໃນປີ 2025 ມີ 3,582 ຄົນ/ຍິງ 132 ຄົນ); ສ້າງໜ່ວຍງານປິ່ນປົວ ແລະ ໃຫ້ຄໍາປຶກສາຜູ້ຕິດຢາເສບຕິດຂັ້ນຊຸມຊົນ ຢູ່ໂຮງໝໍເມືອງ 28 ແຫ່ງ ຂອງ 6 ແຂວງ ຄື: ໄຊຍະບູລີ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ມີຜູ້ເຂົ້າມາຮັບຄໍາປຶກສາ 2,567 ເທື່ອຄົນ/ຍິງ 163 ເທື່ອຄົນ.
– ມີບ້ານປອດຢາເສບຕິດ 3.222 ບ້ານ, ສ້າງບ້ານປອດຄະດີ 2.899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ 5.917 ໂຮງຮຽນ; ສ້າງສະຖານທີ່ປອດຢາເສບຕິດ 38 ກົມກອງຂະແໜງການ, ສ້າງບ້ານຄູ່ຂະໜານ ສີ ຂາວປອດຢາເສບຕິດ 20 ບ້ານ (ກັບປະເທດໄທ 17 ບ້ານ, ກັບປະເທດກຳປູເຈຍ 3 ບ້ານ).
ທໍາລາຍເນື້ອທີ່ລັກລອບປູກຝິ່ນ 2,029 ເຮັກຕາ
