ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທ່ານສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 21 ມິຖຸນາຜ່ານມາ ວ່າ: ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ ຄະນະປະຈຳສະພາແຫ່ງຊາດ ມາຖະແຫຼງຂ່າວ ກ່ຽວກັບ ຜົນການພິຈາລະນາ ວຽກງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022; ແລະ ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າ ໃນຂອບເຂດ ທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊາວລາວທີ່ ຢູ່ຕ່າງປະເທດ ໄດ້ຮັບຊາບທົ່ວເຖິງກັນ.

ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ  IX ໄດ້ໄຂຂຶ້ນຢ່າງເປັນທາງການ ແຕ່ວັນທີ 13 ມີຖຸນາ 2022 ແລະ ຈະສືບຕໍ່ດໍາເນີນໄປຈົນຮອດ ວັນທີ 8 ກໍລະກົດ 2022, ເຊິ່ງໃນວາລະທໍາອິດ ກອງປະຊຸມໄດ້ພິຈາລະນາ ວຽກງານຂອງລັດຖະບານ ໂດຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານໂດຍສັງເຂບ ກ່ຽວກັບ ສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຫຼັງຈາກນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານເພີ່ມຕື່ມ ຄື:

  1. ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ໂດຍທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ;
  2. ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2022 ໂດຍທ່ານ ລັດຖະມົນຕີກະຊວງການເງິນ;
  3. ບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ໂດຍທ່ານຜູ້ວ່າການທະນາຄານແຫ່ງ ສປປລາວ.

ແລະ ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບ ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ທີ່ສະເໜີໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.

ບັນດາເນື້ອໃນທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາສໍາຄັນພື້ນຖານ ຂອງປະເທດຊາດ ເພື່ອຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ນັບມື້ນັບເຂັ້ມແຂງ. ດັ່ງນັ້ນ, ພາຍຫຼັງທີ່ໄດ້ຮັບຟັງການລາຍງານຂອງລັດຖະບານແລ້ວ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນຖານະທີ່ເປັນຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຊັກຖາມ ຕໍ່ລັດຖະບານ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານ ນຳໄປຄົ້ນຄວ້າປັບປຸງ ແລະ ແກ້ໄຂ ໃນຕໍ່ໜ້າ ໃຫ້ສອດຄ່ອງ ກັບສະພາບ ແລະ ເງື່ອນໄຂ ຄວາມເປັນຈິງ ຂອງປະເທດເຮົາ. ໂດຍສະເພາະແມ່ນການແກ້ໄຂ ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດ ບັນດາແຜນການດັ່ງກ່າວ ໃນໄລຍະເຄິ່ງປີຜ່ານມາ ເພື່ອເປັນບົດຮຽນ ໃນການກຳນົດທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ. ຕໍ່ຄໍາເຫັນ ແລະ ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ມີທັງໝົດ 68 ເທື່ອຄົນ, ​ຍິງ 11 ເທື່ອຄົນ. ສະນັ້ນ ຂໍສັງລວມ ບາງຄໍາເຫັນ ທີ່ມີເນື້ອໃນພົ້ນເດັ່ນ ດັ່ງນີ້:

ຕໍ່ກັບແຜນພັດທະນາ ເສດຖະກິດ-ສັງຄົມ,​ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ມີຄໍາເຫັນຄື:

  1. ສະເໜີໃຫ້ສູ້ຊົນ ຮັກສາລະດັບ ອັດຕາການເຕີບໂຕ ຂອງເສດຖະກິດ ໄວ້ທີ່ລະດັບ 4,4% ເພາະຄາດວ່າມີຄວາມເປັນໄປໄດ້ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງບັນດາຂະແໜງການ ເຫັນວ່າມີທ່າແຮງ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບ ເຂົ້າງົບປະມານ ໃນທ້າຍປີ 2022;
  2. ຮີບຮ້ອນ ສະໜອງປັດໄຈ ການຜະລິດກະສິກໍາ ໃຫ້ຊາວກະສິກອນ ເພື່ອຮັບໃຊ້ການຜະລິດ ໃນລະດູຝົນ ໃຫ້ພຽງພໍ ເປັນຕົ້ນ ແນວພັນພືດ, ແນວພັນສັດ, ຝຸ່ນ ແລະ ປຸ໋ຍ. ພ້ອມທັງ ຊຸກຍູ້ສົ່ງເສີມ ໃຫ້ຜູ້ຜະລິດ ເອົາໃຈໃສ່ໃນການທໍາການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທໍາ ຕາມສັນຍາການສົ່ງອອກ ທີ່ໄດ້ເຊັນກັບຕະຫຼາດຕ່າງປະເທດ;
  3. ຮີບຮ້ອນຕັດສິນໃຈແກ້ໄຂບັນຫາ ລາຄາສິນຄ້າສູງ, ນໍ້າມັນແພງ, ເງິນເຟີ້ ແລະ ຊຸກຍູ້ການຜະລິດ ຢ່າງຈິງຈັງ ເພື່ອຮັບປະກັນ ບໍ່ໃຫ້ມີການຂາດແຄນອາຫານ ໃນປີຕໍ່ໄປ, ປຸກລະດົມນໍ້າໃຈຮັກຊາດ ແລະ ສ້າງຄ່ານິຍົມໃຫ້ຄົນລາວ ຫັນມາໃຊ້ຜະລິດຕະພັນ ຂອງລາວຫລາຍຂຶ້ນ, ເຂັ້ມງວດ ການນໍາເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນ ພ້ອມທັງຄົ້ນຄວ້າການນຳເຂົ້ານໍ້າມັນຈາກຫຼາຍແຫຼ່ງ ແລະ ຊຳ​ລະ​ດ້ວຍ​ເງິນ​ສະ​ກຸນ​ອື່ນ ນອກ​ຈາກສະກຸນເງິນໂດລາສະຫະລັດ;
  4. ຮີບຮ້ອນເອົາໃຈໃສ່ການຈັດເກັບລາຍຮັບ ຈາກຖານລາຍຮັບທີ່ໝັ້ນຄົງ, ນໍາໃຊ້ເຄື່ອງມືທັນສະ
    ໄໝ ຜ່ານລະບົບທະນາຄານ ໃຫ້ຄົບຖ້ວນ, ສະເໜີໃຫ້ແບ່ງຂັ້ນຄຸ້ມຄອງ ໃນການຈັດເກັບອາກອນ ເປັນຕົ້ນ ການເກັບຄ່າທຳນຽມ ແລະ ອາກອນທີ່ດິນ, ການຄ້າອອນລາຍ, ການຊື້-ຂາຍເງິນຄຣິບໂຕ ແລະ ອື່ນໆ ຜ່ານລະບົບທະນາຄານ. ພ້ອມທັງຄຸ້ມຄອງແຫຼ່ງລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ຈາກແຫຼ່ງຕ່າງໆ ເປັນຕົ້ນ ທຶນຈົດທະບຽນການລົງທຶນຕ່າງປະເທດ, ການສົ່ງອອກສິນຄ້າ (ໄຟຟ້າ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ, ກະສິກຳ) ຜ່ານລະບົບທະນາຄານ ໃຫ້ຄົບຖ້ວນ ແນໃສ່ຮັບປະກັນການສະໜອງເງິນຕາຕ່າງປະເທດ ໃຫ້ພຽງພໍ ຕໍ່ການຈັດຊື້ນໍ້າມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກ ອື່ນໆ ທີ່ຈຳເປັນຕໍ່ການຜະລິດ ແລະ ການຊົມໃຊ້ໃນສັງຄົມ;
  5. ຮີບຮ້ອນແກ້ໄຂບັນຫາການຊື້-ຂາຍເງິນຕາຕ່າງປະເທດນອກລະບົບ, ຫຼຸດຜ່ອນຄວາມແຕກໂຕນ ລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ອັດຕາແລກປ່ຽນພາຍນອກ, ຈຳກັດການນໍາໃຊ້ເງິນຕາຕ່າງປະເທດ ທີ່ຊະຊາຍ, ປະຕິບັດການແລກປ່ຽນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ ເປັນອັດຕາດຽວ, ກໍານົດອັດຕາສ່ວນ ການຖືຄອງເງິນຕາຕ່າງປະເທດ ໃຫ້ ບຸກຄົນ, ນິຕິບຸກຄົນ ໃຫ້ຈະແຈ້ງ, ດໍາເນີນມາດຕະການລົງໂທດ ທີ່ເດັດຂາດ ຕໍ່ບຸກຄົນ ຫຼື ນິຕິບຸກຄົນ ທີ່ປັ່ນປ່ວນ ເຮັດໃຫ້ອັດຕາແລກປ່ຽນ ມີການຜັນຜວນ ແລະ ຜູ້ທີ່ກັກຕຸນເງິນຕາຕ່າງປະເທດໄວ້, ພ້ອມທັງມອບໃຫ້ທະນາຄານທຸລະກິດ ເຮັດທຸລະກໍາ ແລກປ່ຽນເງິນຕາຕ່າງປະເທດ ດ້ວຍຕົນເອງ ຕາມອັດຕາແລກປ່ຽນປະຈໍາວັນ ທີ່ທະນາຄານແຫ່ງ ສປປລາວ ກໍານົດ;
  6. ເອົາໃຈໃສ່ ການໂຄສະນາ ແລະ ສົ່ງເສີມ ການນໍາໃຊ້ ເງິນກີບ ໃຫ້ກວ້າງຂວາງ ແລະ ຖືກຕ້ອງ ຕາມກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ເປັນຕົ້ນ ການກຳນົດລາຄາສິນຄ້າ, ການຊຳລະສິນຄ້າ ແລະ ການຈ່າຍເງິນເດືອນ ຄ່າແຮງງານ;
  7. ເອົາໃຈໃສ່ ການຈັດສັນງົບປະມານ ໂຄງການລົງທຶນຂອງລັດ ສຳລັບປີ 2023 ໃຫ້ສຳເລັດ ໃນທ້າຍປີ 2022 ໃຫ້ທັນຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ, ພ້ອມທັງກໍານົດຫຼັກການຈັດສັນງົບປະມານໂຄງການລົງທຶນຂອງລັດ ໃຫ້ຈະແຈ້ງ ຕໍ່ໂຄງການທີ່ສຳເລັດແລ້ວ, ໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່ ແລະ ພິຈາລະນາຮັບຮອງເອົາ ໂຄງການ ທີ່ເປັນບຸລິມະສິດຂອງທ້ອງຖິ່ນ ໃຫ້ໄດ້ເຂົ້າແຜນ, ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ໃຫ້ທັນການ ແລະ ສາມາດຈັດຕັ້ງປະຕິບັດໄດ້;
  8. ເອົາໃຈໃສ່ ຈັດສັນງົບປະມານ ໃສ່ໂຄງການກໍ່ສ້າງເສັ້ນທາງ ຢູ່ເຂດຫ່າງໄກສອກຫຼີກ ເພື່ອຮັບໃຊ້ການຜະລິດ ແລະ ອຳນວຍຄວາມສະດວກ ໃນການເດີນທາງ ໄປ-ມາ ຂອງນັກຮຽນ ລວມທັງໂຄງການ ທີ່ມີຄວາມສຳຄັນທາງດ້ານຍຸດທະສາດຊາຍແດນ ທີ່ກໍ່ສ້າງມາຫຼາຍປີແລ້ວ;
  9. ສະເໜີໃຫ້ຄົ້ນຄວ້າ ແລະ ຈັດສັນງົບປະມານ ເຂົ້າໃສ່ການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງານຄວາມດີ ຕໍ່ການປະຕິວັດຊາດ ປະຊາທິປະໄຕ ໃຫ້ສົມຄູ່ກັບຄວາມສາມາດ ດ້ານງົບປະມານຕົວຈິງ;
  10. ສະເໜີໃຫ້ຮີບຮ້ອນແກ້ໄຂ ບັນຫາໄພຫວ່າງງານ ແລະ ຄຸ້ມຄອງແຮງງານລາວ ທີ່ເຄື່ອນຍ້າຍໄປເຮັດວຽກ ຢູ່ເຂດເສດຖະກິດພິເສດ ແລະ ໄປອອກແຮງງານ ຢູ່ຕ່າງປະເທດ ເພື່ອໃຫ້ມີຄວາມປອດໄພ ແລະ ໄດ້ຮັບການປົກປ້ອງ; ພ້ອມທັງດຸ່ນດ່ຽງແຮງງານພາຍໃນ ແລະ ແຮງງານລາວ ໄປຕ່າງປະເທດ, ພັດທະນາສີມືແຮງງານ ທີ່ເປັນແຮງງານດິບ ແລະ ສີມືແຮງງານຕໍ່າ ເພື່ອຮັບປະກັນ ສະໜອງແຮງງານ ໃຫ້ຕະຫຼາດແຮງງານ ຢູ່ພາຍໃນປະເທດ ໃຫ້ພຽງພໍ.

ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ມີຄໍາເຫັນ ຄື:

  1. ການປະຕິບັດວາລະແຫ່ງຊາດ ຂອງຂະແໜງການ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ມີຄວາມເປັນເອກະພາບ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄວາມຮຸນແຮງ ຂອງບັນຫາ ແລະ ບໍ່ທັນເດັດຂາດ ໃນການແກ້ໄຂບັນຫາ ທີ່ພົວພັນ ກັບ ຂະແໜງການຂອງຕົນ ໃຫ້ມີໝາກຜົນຕົວຈິງ, ຍັງຊັກຊ້າ, ມີການເອື່ອຍອີງ ແລະ ຖີ້ມຄວາມຮັບຜິດຊອບໃສ່ກັນ; ການແກ້ໄຂບັນຫາ ແລະ ການກໍານົດ ບັນດາມາດຕະການ ບ່ອນທີ່ມີໂຄງການທົດລອງ ຍັງບໍ່ທັນໂປ່ງໃສ, ຍັງບໍ່ໄດ້ມີສ່ວນຮ່ວມແຕ່ຫົວທີ ຂອງອົງການປົກຄອງ ແລະ ປະຊາຊົນ ຢູ່ທ້ອງຖິ່ນ, ປະຊາຊົນເອງ ກໍຍັງບໍ່ທັນເຂົ້າໃຈ ແລະ ຍັງຂັດຂ້ອງ;
  2. ການປະຕິບັດວາລະແຫ່ງຊາດ ຍັງບໍ່ທັນໄປຕາມຫຼັກການທີ່ເປັນມືອາຊີບ, ການຄົ້ນຄວ້າວາງແຜນ ຍັງຂາດລັກສະນະວິທະຍາສາດ, ຍັງບໍ່ທັນໄດ້ນໍາໃຊ້ວິຊາການ ຜູ້ທີ່ມີຄວາມຮູ້ ຄວາມຊຳນານ ແລະ ປະສົບການ ທີ່ແນ່ນອນ, ທີ່ສອດຄ່ອງກັບຄວາມຕ້ອງການ ຂອງໜ້າວຽກ, ການຕິດຕາມກວດກາ ແລະ ການປະເມີນຜົນ ຍັງບໍ່ທັນມີ ການວິເຄາະ-ວິໄຈ ຢ່າງເລິກເຊິ່ງ ແລະ ການລາຍງານຜົນ ຍັງບໍ່ທັນເປັນປົກກະຕິ ແລະ ຕໍ່ເນື່ອງ (ລາຍງານທຸກໆ 3 ເດືອນ);
  3. ສະເໜີໃຫ້ເອົາໃຈໃສ່ ຈັດສັນ ແລະ ແບ່ງເຂດດິນກະສິກໍາ ເພື່ອການຜະລິດ ສະໜອງພາຍໃນ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງ ແລະ ຄວາມເໝາະສົມ ຂອງແຕ່ລະທ້ອງຖິ່ນ ໃຫ້ຈະແຈ້ງ; ສົ່ງເສີມຂອດການຜະລິດ ເປັນສິນຄ້າ ເພື່ອສົ່ງອອກ ແລະ ການຫັນປ່ຽນຈາກສັງຄົມບໍລິໂພກ ໄປເປັນ ສັງຄົມການຜະລິດ ໂດຍສະເພາະການປັບປຸງກໍາລັງການຜະລິດເປັນກຸ່ມ ຫຼື ສະຫະກອນ, ແກ້ໄຂຂອດຂັ້ນ ການດໍາເນີນເອກະສານ ນໍາເຂົ້າ-ສົ່ງອອກ ໃຫ້ຄ່ອງຕົວກວ່າເກົ່າ; ຮັບປະກັນຄວາມເຂັ້ມແຂງ ທາງດ້ານບຸກຄະລາກອນ ໃນຂົງເຂດກະສິກໍາ ແລະ ປ່າໄມ້;
  4. ຜູ້ແທນເຫັນວ່າ ແຫຼ່ງລາຍຮັບໃໝ່ ຍັງບໍ່ທັນຫຼາກຫຼາຍ, ມີພຽງແຕ່ແຮ່ທາດ ແລະ ຂຸດຄົ້ນເງິນຄຣິບໂຕ ເຊິ່ງເປັນແຫຼ່ງລາຍຮັບ ທີ່ບໍ່ທັນແນ່ນອນ ເນື່ອງຈາກວ່າ ເປັນການເຮັດທົດລອງ ແລະ ປັດໄຈດ້ານລາຄາ ຍັງມີຄວາມສ່ຽງ, ແຫຼ່ງລາຍຮັບທີ່ມີ ແລະ ໝັ້ນຄົງ ກໍຍັງເກັບບໍ່ໄດ້ຄົບຖ້ວນ ເປັນຕົ້ນ ລາຍຮັບຈາກທີ່ດິນ ແລະ ຄ່າທຳນຽມທາງ;
  5. ການຍົກສູງ ປະສິດທິຜົນ ການຄຸ້ມຄອງ ລາຍຈ່າຍ ງົບປະມານຂອງລັດ ເປັນຕົ້ນ ດຳລັດວ່າດ້ວຍ ລົດຂອງລັດ ເລກທີ 599/ລບ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ໂດຍສະເພາະ ຄວາມເປັນເຈົ້າການ ຂອງ ພະນັກງານລັດ ກໍຄືຜູ້ທີ່ນຳໃຊ້ ແລະ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ;
  6. ຜູ້ແທນສະເໜີໃຫ້ ກວດກາ ແລະ ປະເມີນຄືນ ຕົວເລກດຸນການຄ້າ ແລະ ດຸນຊຳລະສະສາງ ກັບຕ່າງປະເທດ ໃຫ້ມີຄວາມຈະແຈ້ງ ໂດຍສະເພາະມູນຄ່າການສົ່ງອອກ-ນຳເຂົ້າ ແລະ ການຊຳລະສະສາງ ທີ່ເປັນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ, ການຄຸ້ມຄອງ ລະບົບການຊໍາລະສະສາງ ແລະ ແລກປ່ຽນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານ, ການນໍາໃຊ້ເງິນກີບ ເພື່ອຊຳລະສະສາງ ຢູ່ພາຍໃນປະເທດ, ພ້ອມທັງ ຄົົ້ນຄວ້າ ວິທີການ ແລະ ກົນໄກ ການມີສ່ວນຮ່ວມ ຂອງທະນາຄານ ແຫ່ງ ສປປລາວ ໃນການຕິດຕາມ ແລະ ຢັ້ງຢືນ ມູນຄ່າການສົ່ງອອກສິນຄ້າ ກັບຂະແໜງການທີ່ກ່ຽວຂ້ອງ;
  7. ຜູ້ແທນເຫັນວ່າ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ການປະຕິບັດກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ ຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ມີຜົນສັກສິດເທົ່າທີ່ຄວນ, ຍັງມີການລະເມີດກົດໝາຍໃນສັງຄົມ ໃນຫຼາຍກໍລະນີ; ການລົງວິໄນຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ການປະຕິບັດ ຄຳຕັດສິນຂອງສານ ໃນຫຼາຍກໍລະນີ ຍັງບໍ່ມີຜົນສັກສິດ ແລະ ຍັງບໍ່ເປັນເອກະພາບ ໃນຂອບເຂດທົ່ວປະເທດ.

ທີ່ກ່າວມານັ້ນ, ແມ່ນບາງຄໍາເຫັນ ແລະ ຄໍາຊັກຖາມ ທີ່ພົ້ນເດັ່ນ ຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ຕໍ່ບົດລາຍງານ ຂອງລັດຖະບານ ເຊິ່ງບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ກໍໄດ້ຊີ້ແຈງ, ອະທິບາຍ ແລະ ໄດ້ຕອບ-ຖາມກັບທີ່ ຕໍ່ຄໍາຖາມ ຂອງສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກຂຶ້ນໃນກອງປະຊຸມ. ອີງຕາມວາລະກອງປະຊຸມ ໃນວັນທີ 8 ກໍລະກົດ 2022 ທີ່ຈະມາເຖິງນີ້ ກອງປະຊຸມຈະໄດ້ລົງຄະແນນສຽງ ຮັບຮອງເອົາ ບົດລາຍງານດັ່ງກ່າວ ເປັນມະຕິ ຂອງກອງປະຊຸມ ສະພາແຫ່ງຊາດ.

ອີກເທື່ອໜຶ່ງ ໃນນາມຕາງໜ້າ ຄະນະປະຈຳສະພາແຫ່ງຊາດ, ຂໍສະແດງຄວາມຂອບໃຈ ມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວ ທີ່ອາໄສຢູ່ຕ່າງປະເທດ ທີ່ໄດ້ຕິດຕາມ ການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງສື່ມວນຊົນທຸກພາກສ່ວນ ລວມທັງໂທລະພາບແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກຳຂ່າວ ແລະ ເຜີຍແຜ່ ຢ່າງທັນການ ກ່ຽວກັບ ການດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ສັງຄົມໄດ້ຮັບຊາບ ຢ່າງທົ່ວເຖິງ.