ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ພ້ອມຄະນະ ຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານຢູ່ພະແນກຍຸຕິທຳ ແຂວງຄໍາມ່ວນ.

ກ.ຍ. 19, 2024

 ຕອນເຊົ້າຂອງວັນທີ 19 ກັນຍາ 2024 ທີ່ພະແນກຍຸຕິທຳແຂວງຄໍາມ່ວນ ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຢູ່ ພະແນກຍຸຕິທຳແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມເຮັດວຽກຂອງ ທ່ານ ນວນຕາ ແກ້ວນະວົງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພະແນກ, ຄະນະຫ້ອງການຍຸຕິທຳເມືອງທ່າແຂກ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານຂອງພະແນກຍຸຕິທຳເຂົ້າຮ່ວມ.
 
  ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້: ທ່ານ ຮອງປະທານ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຍຸຕິທຳໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າ, ຈາກ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າພະແນກຍຸຕິທຳແຂວງ ໂດຍໄດ້ຊີ້ໃຫ້ເຫັນເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນ: ວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທໍາເດັກ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ.
  ໃນຕອນທ້າຍກອງປະຊຸມ ທ່ານ ນາງ ບັງອອນ ໄຊຍະສິດ ກໍໄດ້ມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກຍຸຕິທໍາ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ, ຈົ່ງສືບຕໍ່ເອົາໃຈໃສ່ໃນການຊີ້ນຳ-ນຳພາ ແລະ ເປັນເຈົ້າການ ມີຄວາມຮັບຜິດຊອບຂອງຄະນະພັກ, ຄະນະພະແນກ, ໂດຍສະເພາະແມ່ນແບບແຜນວິທີເຮັດວຽກ, ເອົາໃຈໃສ່ຈັດຕັ້ງພາລະບົດບາດຂອງຄະນະພັກ ໂດຍເນັ້ນໃສ່ການສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ພະນັກງານຢ່າງເປັນປົກກະຕິ, ນຳພາຄຸ້ມຄອງການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນ, ຍົກສູງຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ວຽກງານໃຫ້ ມີຜົນສໍາເລັດກວ່າເກົ່າ; ຈັດຕັ້ງປະຕິບັດວຽກງານຍຸຕິທໍາ ແນໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍນັບມື້ນັບສູງຂຶ້ນ ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທາງດ້ານກົດໝາຍ ຮັບປະກັນຄວາມສະເໝີພາບຕໍ່ໜ້າກົດໝາຍຂອງພົນລະເມືອງ ແລະ ເປັນການສ້າງພື້ນຖານທີ່ສຳຄັນໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນເທື່ອລະກ້າວ.