(ສພຊ) – ວັນທີ 14 ມັງກອນທີ່ຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ປະກອບມີທ່ານ ຄຳຜັນ ຄູນສະຫວັນ ຮອງປະທານສະພາປະຊາຊົນແຂວງ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊພູທອງ ໄດ້ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ IV ຢູ່ບ້ານນາຄຳ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍມີບັນດາທ່ານເລຂາ, ຮອງເລຂາ, ຄະນະປະຈໍາພັກເມືອງ ແລະ ການນໍາຂອງຂະແໜງການປະຈໍາເມືອງ, ບັນດາເລຂາພັກບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານທີ 3 ແລະ ກຸ່ມບ້ານທີ 6 ເຂົ້າຮ່ວມ.
ການລົງພົບປະຄັ້ງນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ ແລະ ການເຄື່ອນໄຫວວຽກງານຂອງບ້ານ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ ກໍໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດຂອງສອງກອງປະຊຸມດັ່ງກ່າວ ໂດຍໄດ້ຍົກໃຫ້ເຫັນບັນດາບັນຫາທີ່ຍົກຂຶ້ນໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຂ ສະຫວັນນະເຂດ, ບັນດາເອກະສານທີ່ໄດ້ຮັບຮອງເອົາໃນກອງປະຊຸມດັ່ງກ່າວ.
ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກບາງບັນຫາພົ້ນເດັ່ນທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ພິຈາລະນາ ແລະ ສັງລວມບາງຕົວເລກພົ້ນເດັ່ນໃນການເຄື່ອນໄຫວໄລຍະ 5 ປີທີ່ຜ່ານມາ ເຊິ່ງ ສພຊ ໄດ້ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ທັງໝົດ 87 ສະບັບ ໃນນີ້, ສ້າງໃໝ່ 24 ສະບັບ ແລະ ປັບປຸງ 63 ສະບັບ ເທົ່າກັບ 90.62%; ດໍາເນີນກອງປະຊຸມສະໄໝສາມັນ ແລະ ສະໄໝວິສາມັນຂອງສະພາແຫ່ງຊາດ 12 ຄັ້ງ, ພິຈາລະນາຫົວຂໍ້ ແລະ ເນື້ອໃນ ທັງໝົດ 196 ເນື້ອໃນ ແລະ ອອກເປັນມະຕິ ຈໍານວນ 106 ສະບັບ; ດໍາເນີນກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ທັງໝົດ 60 ຄັ້ງ, ພິຈາລະນາຫົວຂໍ້ທັງໝົດ 768 ເນື້ອໃນ ແລະ ອອກເປັນມະຕິ ຈໍານວນ 519 ສະ ບັບ.
ສັງລວມແລ້ວ, ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ, ເປັນໝາກຜົນລວມຍອດທາງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານ ສສຊ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ໂອກາດນີ້, ໃນການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງ, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງໃນເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ທີ່ໄດ້ໃຫ້ການສະໜັບສະໜູນໃນການເຄື່ອນໄຫວເປັນຕົວແທນແຫ່ງສິດ, ຜົນປະໂຫຍດຂອງປະຊາຊົນ ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ, ສະແດງຄວາມຂອບໃຈພໍ່ແມ່ປະຊາຊົນຊາວແຂວງສະຫວັນນະເຂດ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ເລືອກຕັ້ງເອົາມາເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ, ແລະ ສະແດງຄວາມຫວັງວ່າ ບັນດາທ່ານຜູ້ມີສິດ ຈະເຂົ້າຮ່ວມໃນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໃຫ້ໄດ້ຕາມຄາດໝາຍ.
ໂອກາດລົງເຄື່ອນໄຫວຢູ່ເມືອງໄຊພູທອງຄັ້ງນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອ ປະກອບມີເຄື່ອງນຸ່ງຫົ່ມ, ອຸປະກອນຫຼິ້ນກິລາ, ປຶ້ມ, ບິກ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ລວມມູນຄ່າ 12 ລ້ານກວ່າກີບ ມອບໃຫ້ເມືອງ ເພື່ອນຳໄປແຈກຢາຍຕໍ່ໃຫ້ພໍ່ແມ່ປະຊາຊົນ ແລະ ນັກຮຽນຜູ້ທີ່ທຸກຍາກຂາດເຂີນຢູ່ເຂດຫ່າງໄກສອກຫຼີກ.
(ກົງທະນູຄຳ ພິພັດເສລີ)

