loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທົບທວນຄືນ ການຈັດຕັ້ງປະຕິບັດໂຄງການ ສະໜັບສະໜູນສະພາແຫ່ງຊາດລາວ

​ກ.ກ. 24, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອເປັນການສົ່ງເສີມວຽກງານການປົກຄອງແບບມີສ່ວນຮ່ວມ, ມີຄວາມຮັບຜິດຊອບ ແລະ ຮັບປະກັນຄວາມສະເໝີພາບບົດບາດ ຍິງ-ຊາຍ ໃນໄລຍະ 2 ປີຜ່ານມາ ກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ໄດ້ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດໂຄງການ ສະໜັບສະໜູນສະພາແຫ່ງຊາດລາວ ໃນວັນທີ 21 ກໍລະກົດ 2023 ທີ່ໂຮງແຮມເມືອງແທ່ງ, ໂດຍການເປັນປະທານຂອງທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ຮອງຫົວໜ້າກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ; ມີທ່ານ ນາງ ເພັດມະນີ ໄຊຈະເລີນ ຫົວໜ້າ ມູນນິທິ WFD, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານ ທີ່ຮັບຜິດຊອບສ້າງແຜນກິດຈະກຳຂອງກົມຕ່າງໆ ພາຍໃນສະພາແຫ່ງຊາດ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການມີຄໍາເຫັນຈາກຕາງໜ້າ ມູນນິທິ WFD; ສະເໜີທົບທວນຄືນເປົ້າໝາຍໂຄງການ ແລະ ຜົນໄດ້ຮັບ ລວມທັງຄາດໝາຍ, ສິ່ງພົ້ນເດັ່ນທີ່ບັນລຸໄດ້, ວຽກທີ່ຈັດຕັ້ງປະຕິບັດສໍາເລັດ ແລະ ສິ່ງທ້າທາຍຕ່າງໆ ທີ່ຜ່ານມາ; ການວາງແຜນໃນໄລຍະຕໍ່ໄປ; ສະເໜີແນະນໍາ ບັນດາກິດຈະກໍາ, ເປົ້າໝາຍ ໃນໄລຍະຕໍ່ໜ້າຂອງໂຄງການ ແລະ ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສົນທະນາຖາມ-ຕອບບັນດາບັນຫາທີ່ມີຄວາມສົນໃຈ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)