(ສພຊ) – ວັນທີ 6 ມີນາຜ່ານມາ, ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ຊາດ (ສພຊ), ປະທານກຳມາທິການການຕ່າງປະເທດ (ກຕທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ທີ່ຖືກແຕ່ງຕັ້ງໄປປະຈໍາສະຫະລາຊະອານາຈັກອັງກິດ ແລະ ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ທີ່ຖືກແຕ່ງຕັ້ງໄປປະຈໍາລາຊະອານາຈັກກຳປູເຈຍ.

ໂອກາດນີ້, ທ່ານ ສັນຍາ ປຣະເສີດ ໄດ້ເນັ້ນໜັກຕໍ່ວຽກງານການຕ່າງປະເທດ ແລະ ພາລະບົດບາດຂອງສະພາແຫ່ງຊາດ ພ້ອມທັງແຈ້ງຜົນສໍາເລັດຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິິ່ງປັດຈຸບັນ, ພວມກະກຽມກອງປະຊຸມຄັ້ງປະຖົມມະລືກຂອງ ສພຊ ຊຸດທີ X ທີ່ຈະຈັດຂຶ້ນໃນທ້າຍເດືອນມີນານີ້ ໂດຍກອງປະຊຸມຈະມີການຮັບຮອງເອົາໂຄງປະກອບ ແລະ ບຸກຄະລາກອນທີ່ເປັນການນຳຂັ້ນສູງຂອງອົງການຈັດຕັ້ງຂອງລັດຊຸດໃໝ່; ນອກຈາກນີ້, ຍັງຈະພິຈາລະນາຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ແຜນການ 5 ປີ ຂອງສະພາແຫ່ງຊາດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ປະທານ ກຕທ ໄດ້ຝາກໃຫ້ເອກອັກຄະລັດຖະທູດທັງສອງ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບລັດຖະບານ ແລະ ລັດຖະສະພາ ເພື່ອສືບຕໍ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ໃຫ້ຊ່ວຍເຫຼືອປະເທດເຮົາ ໂດຍສະເພາະການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດໃໝ່, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ບົດບາດຍິງ-ຊາຍ, ວຽກງານສິດທິມະນຸດ; ພ້ອມນີ້, ຍັງໄດ້ມອບໝາຍໃຫ້ເອກອັກຄະລັດຖະທູດລາວປະຈໍາອັງກິດ ສືບຕໍ່ຂົນຂວາຍສ້າງເງື່ອນໄຂໃຫ້ ສສຊ ໄດ້ໄປແລກປ່ຽນບົດຮຽນ ໂດຍສະເພາະການຄຸ້ມຄອງບໍລິຫານ ແລະ ການຕິດຕາມກວດກາຂອງລັດຖະສະພາອັງກິດ.
ທ່ານ ໄມບົວ ໄຊຍະວົງ ແລະ ທ່ານ ສອນໄຊ ວັນນະໄຊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ໄດ້ມີການຊູກຍຸ້, ໃຫ້ການສະໜັບສະໜູນ ແລະ ມີຄວາມເປັນຫວ່ງເປັນໄຍ ຕໍ່ວຽກງານການຕ່າງປະເທດ ໂດຍຈະນຳເອົາທິດຊີ້ນຳດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນດີຂຶ້ນ.

