ດັ້ນກີບເມກ
ຄວາມເຊື່ອທີ່ສັບສົນນໍາມາເຊິ່ງຄວາມວຸ້ນວາຍແກ່ຊີວິດ ແລະ ຊີວິດທີ່ຂາດຫຼັກ ນຳມາເຊິ່ງຄວາມອ້າງວ້າງດຽວດາຍ ບວກໃສ່ພາວະເສດຖະກິດໜີບຮັດ ນຳມາເຊິ່ງການຫາກີນຝືດເຄືອງ ເຮັດໃຫ້ຜູ້ມີໂອກາດບາງຄົນຄິດຫຼອກລວງຕົວະຕົ້ມຮ່ວມທຶນທຸລະກິດສໍ້ໂກງກັນ ຫຍຸ້ງຍາກ, ຄວາມສະເໝີພາບເປັນສິ່ງທີດີ, ສິດທິສະເໝີພາບເປັນສິ່ງທີ່ດີແຕ່ຍາມໃດກໍຕາມ ຖ້າວ່າຄົນເຮົາຫຼົງເຫີ່ຄວາມສະເໝີພາບຈົນບໍ່ໄດ້ຄິດແງ່ຂະໜົບທຳນຽມປະເພນີ ກໍພາໃຫ້ຄອບຄົວເຮືອນຊານແຕກແຍກໄດ້. ຜູ້ຂຽນເຂົ້າໃຈວ່າ ເມື່ອມີຝອຍ ໝາຈຶ່ງຂີ້ ຫຼາຍບັນຫາທີ່ເກີດຂຶ້ນມັນຍ່ອມມີສາເຫດຂອງມັນ, ບາງຄົນໃນສັງຄົມໃຊ້ຊີວິດສຸດຢຽດ, ລົດມີ, ເຮືອນມີ, ເງີນມີ ແຕ່ສິ່ງທີ່ຂາດຄື: ຄວາມສຸກໃນຊີວິດຄອບຄົວ, ຄວາມສຸກທາງໃຈ ພໍເຖິງເວລາໃດໜຶ່ງກໍຫັນທິດຊີວິດເພິ່ງສັດທາເພິ່ງບຸນ, ບາງຄົນຍ່າງຖືກທາງກໍບໍ່ເສຍຫຼັກເສຍເວລາ ແຕ່ບາງຄົນຄົບຜິດ-ຍ່າງຜິດສາຍທາງ ກໍໄດ້ແຕ່ທ່ຽວເລາະຊອກສະແຫວງບຸນ, ຊອກສະແຫວງໂຊກລາບ ບ່ອນໃດໝໍດີ-ບ່ອນໃດອາຈານດັງ ຂໍແຕ່ຮູ້ຂ່າວກໍຟ້າວໄປເພິ່ງທັນທີ; ບາງຄົນເພິ່ງໄດ້ຊົ່ວຄາວ; ບາງຄົນຖືກບອກໃຊ້ວັດຖຸສະເດາະເຄາະແລກຄວາມສຸກທາງໃຈ.
ພະພຸດທະເຈົ້າຜູ້ນຳແຫ່ງພຸດທະສາສະໜາ ສອນວ່າ: ໃນໂລກນີ້ ບໍ່ມີທີ່ເພິ່ງອັນໃດຈະປະເສີດທຽບເທົ່າກັບການສ້າງຕົວເອງໃຫ້ເປັນທີ່ເພິ່ງແກ່ຕົນເອງ ສ້າງຕົນເອງໃຫ້ເຂັ້ມແຂງ-ພັດທະນາໂຕເອງໃຫ້ເກີດສະຕິປັນຍາພຽງພໍ, ຮູ້ຈັກແຍກແຍະເຫດຜົນ-ຮູ້ຈັກຊັ່ງຊາສົມເຫດ-ສົມຜົນ ຖືເປັນສິ່ງທີ່ປະເສີດ, ຖ້າເຮົາມີເຮືອນ ຄັນວ່າມັກໄຫວ້ພະສູດມົນ ກໍບໍ່ຈຳເປັນຕ້ອງທ່ຽວເລາະໄປໄກໃຫ້ເປືອງນໍ້າມັນລົດ ສະແຫວງຫາໂຊກລາບ ຖ້າວ່າເຮືອນໂຕເອງຍັງຈັດສັນບໍ່ເປັນລະບຽບ ວ່າອັນໃດບ່ອນເກັບເສື້ອຜ້າ, ອັນໃດຫ້ອງນອນ, ອັນໃດຫ້ອງພະ, ອັນໃດຫ້ອງຄົວ… ຖ້າຈັດເຮືອນບໍ່ເປັນລະບຽບ ກໍຍາກທີ່ຈະໄປຈັດສັນຊີວິດລາບລື້ນ ສຸດທ້າຍເຂົ້າທຳນອງ ຮູ້ແຕ່ບ່ອນອາຈານດັງ ແຕ່ບໍ່ຮູ້ຊິເອົາໂຕລອດ ເພາະຫວັງແຕ່ເພິ່ງປັດໄຈນອກໂຕ.