loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທາບທາມຄວາມເຊື່ອໝັ້ນ ໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານສູນກາງພັກ ກາງສະໄໝ ຄັ້ງທີ XI

​ກ.ກ. 31, 2023 | SlideMobile, ຂ່າວເດັ່ນ

(ສພຊ) ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ ຕໍ່ການນຳພາລວມ ແລະ ບັນດາຄະນະບໍລິຫານງານສູນກາງພັກ ກາງສະໄໝ ຄັ້ງທີ XI ຈຸດທາບທາມ ສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 28 ກໍລະກົດ 2023 ໂດຍການເປັນປະທານຂອງສະຫາຍ ປອ.ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ມີເລຂາທິການສູນກາງພັກ, ກຳມະການສົມບູນ,ສຳຮອງສູນກາງພັກ ເຂົ້າຮ່ວມ.
ການທາບທາມ ຫລື ປະກອບຄຳເຫັນ ຕໍ່ຄະນະບໍລິຫານງານສູນກາງພັກຄັ້ງນີ້, ແມ່ນເປັນການເປີດກວ້າງປະຊາທິປະໄຕ ພາຍໃນພັກເພື່ອໃຫ້ປະກອບຄວາມເຫັນ ຕໍ່ຄວາມຮັບຜິດຊອບລວມ ຂອງຄະນະບໍລິຫານງານສູນກາງພັກ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງແຕ່ລະສະຫາຍ ຄະນະບໍລິຫານງານສູນກາງພັກ ແນໃສ່ປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫລັກແຫລ່ງນຳພາປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ໂອກາດນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ການປະກອບຄຳເຫັນຂອງບັນດາສະຫາຍ ທີ່ເຂົ້າຮ່ວມການທາບທາມຄວາມໄວ້ວາງໃຈ ຕໍ່ຄະນະບໍລິຫານງານສູນກາງພັກໃນຄັ້ງນີ້ ເປັນເນື້ອໃນສຳຄັນໃຫ້ແກ່ການດຳເນີນຊີວິດການເມືອງ, ສຳຫລວດກວດກາກາງສະໄໝ ພາຍໃນສູນກາງພັກ ໃຫ້ມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ເພື່ອປັບປຸງເນື້ອໃນ, ແບບແຜນນຳພາ ລວມໝູ່ ແລະ ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການດຳລົງຊີວິດ, ແບບແຜນນຳພາ ແລະ ວິທີເຮັດວຽກຂອງແຕ່ລະສະຫາຍ ສູນກາງພັກໃຫ້ຖືກຕ້ອງ, ໜັກແໜ້ນ, ຮັບປະກັນຄວາມເປັນແບບຢ່າງນຳໜ້າ,ສ້າງຄວາມເຊື່ອໝັ້ນ, ຄວາມເຫລື້ອມໃສສັດທາ ຂອງສະມາຊິກພັກ, ພະນັກງານລັດຖະກອນທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານສູນກາງພັກ ພວກເຮົາ. ນອກຈາກນີ້, ການປະກອບຄວາມເຫັນ ຫລື ຕໍານິສົ່ງຂ່າວຂອງພວກສະຫາຍ ແມ່ນມີຄວາມສຳຄັນຍິ່ງ ສຳລັບການປັບປຸງ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນຄະນະບໍລິຫານງານສູນກາງພັກ, ຮັບປະກັນກຳລັງແຮງ ກໍຄື ສະຕິປັນຍາລວມສູນເປັນເອກະພາບ ແລະ ປະດິດສ້າງ ໃນການສືບຕໍ່ນໍາພາຂອງຄະນະບໍລິຫານງານສູນພັກໃນຕໍ່ໜ້າ ເຮັດໃຫ້ຄະນະບໍລິຫານງານພັກ ອັນມີກົມການ ເມືອງ ແລະ ຄະນະເລຂາທິການສູນກາງພັກ ເປັນແກນນຳນັ້ນ ກາຍເປັນອົງປະກອບທີ່ເຂັ້ມແຂງ ເປັນທີ່ເພິ່ງ ແລະ ໄວ້ວາງໃຈຂອງທົ່ວພັກ ແລະ ທົ່ວສັງຄົມ ເຊິ່ງການປະກອບຄຳເຫັນ ຫລື ລົງຄຳເຫັນຄວາມໄວ້ວາງໃຈ ຫລື ບໍ່ໄວ້ວາງໃຈຢ່າງຖືກຕ້ອງ ຈະເປັນການກະຕຸກຊຸກຍູ້ ໃຫ້ແຕ່ລະສະຫາຍ ສືບຕໍ່ບຸກບືນປະຕິບັດໜ້າທີ່, ທັງຮັກສາໄດ້ຄວາມສາມັກຄີ ເປັນເອກະພາບພາຍໃນ ແລະ ເປັນກຳລັງແຮງໃນການນຳພາເປັນໝູ່ ຄະນະ, ແຕ່ກົງກັນຂ້າມຖ້າການປະກອບຄຳເຫັນ ຫລື ລົງຄຳເຫັນໄວ້ວາງໃຈ ຫລື ບໍ່ໄວ້ວາງໃຈ ບໍ່ຖືກຕ້ອງ, ບໍ່ຖືກກັບຄວາມເປັນຈິງ ຈະບໍ່ຊ່ວຍໃຫ້ມີທາງອອກໃນການແກ້ບັນຫາທີ່ຄ້າງຄາ, ຍິ່ງ ໄປກວ່ານັ້ນ ຍັງອາດສ້າງຄວາມເຂົ້າໃຈສັບສົນ ຈະສ້າງຄວາມບໍ່ເປັນເອກະພາບ ແລະ ເກີດມີການລະແວງສົງໄສ ເຊິ່ງກັນ ແລະ ກັນ ພາໃຫ້ຄວາມສາມັກຄີບໍ່ໜັກແໜ້ນ, ເກີດມີຄວາມອ່ອນແອ ໃນການນໍາ ຂອງພັກ ແລະ ການບໍລິຫານຂອງລັດເຮົາ.