

ໃນລະຫວ່າງວັນທີ 8-9 ເມສາຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈໍາປາສັກ ໄດ້ມີກອງປະຊຸມປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຕາງໜ້າຈາກກຳມາທິການກົດໝາຍ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ, ຫ້ອງວ່າການສໍານັກງານປະທານປະເທດ, ກະຊວງຍຸຕິທໍາ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນກາງຊາວໜຸ່ມ, ສູນກາງກໍາມະບານລາວ, ສະຫະພັນນັກຮົບເກົ່າ, ສານປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນພາກໃຕ້; ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມທາບທາມຄວາມເຫັນ ການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ຢູ່ແຂວງຈໍາປາສັກ ເທື່ອນີ້ ແມ່ນເປັນກອງປະຊຸມ ຄັ້ງທີ 4 ທີ່ຄະນະຮັບຜິດຊອບ ໄດ້ດຳເນີນຜ່ານມາ, ກອງປະຊຸມຄັ້ງນີ້ ໄດ້ຮັບການເຂົ້າຮ່ວມຈາກຫລາຍພາກສ່ວນ ເຊິ່ງຈະໄດ້ຮັບການປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງພໍສົມຄວນ; ກອງປະຊຸມ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມເປັນເອກະພາບ, ຕໍ່ບາງເນື້ອໃນ ໃຫ້ມີຄວາມຈະແຈ້ງ, ຮັດກຸມ ຖືກຕ້ອງ, ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ, ຮັບປະກັນໃຫ້ ການກໍານົດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາອົງການທີ່ຮັບຜິດຊອບ ໃນການແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມສອດຄ່ອງ, ກົມກຽວກັນ ແນໃສ່ເຮັດໃຫ້ການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ມີຜົນສັກສິດ, ໂປ່ງໃສ ແລະ ຍຸຕິທໍາ.
ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກແຜນງານເຊກາ (CEGA).
(ພາບ ແລະ ຂ່າວ: ນາງ ອານິຕາ ມ່ວນສະຫວັດ)