(ສພຊ) – ວັນທີ 25 ມິຖຸນານີ້, ທະນາຄານ ລາວ-ຫວຽດ ຈຳກັດ ໄດ້ມອບເງິນສົດ 30 ລ້ານກີບ ເພື່ອປະ ກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າມອບໂດຍທ່ານ ນາງ ສົມໝີ ວົງສຸລິນ ຮອງຜູ້ອຳນວຍການໃຫຍ່ທະນາຄານ ລາວ-ຫວຽດ ຈຳກັດ ແລະ ຕາງໜ້າຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ປອ. ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ທະນາຄານ ລາວ-ຫວຽດ ຈຳກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນມອບເງິນສົດເພື່ອອຸປະຖຳໃນຄັ້ງນີ້.
(ນາງ ອາລິນ ສຸພິມມະປະດິດ)
ທະນາຄານ ລາວ-ຫວຽດ ອຸປະຖຳກອງປະຊຸມສະໄໝສາມັນ
