loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫຼງຂ່າວກ່ຽວກັບການເລືອກຕັ້ງລະດັບຊາດ

​ພ.ຈ. 26, 2020 | ຂ່າວກອງປະຊຸມ

(ສພຊ)ໃນຕອນບ່າຍຂອງວັນທີ 20 ພະຈິກ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ, ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ, ປະທາານກຳມາທິການວັດທະນະທຳ-ສັງຄົມ, ກຳມະການອະນຸກຳມະການເລຂານຸການ ທັງເປັນໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມ່ວນຊົນ ທັງພາຍແລະຕ່າງປະເທດ ເປັນຄັ້ງທີ 2 ເພື່ອປະກາດວັນເລືອກຕັ້ງ, ຈຳນວນຜູ້ສະໝັກເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຕໍ່ສື່ມວນຊົນ ແລະ ສັງຄົມໄດ້ຊາບຢ່າງເປັນທາງການເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

I.    ກ່ຽວກັບການກຳນົດວັນເລືອກຕັ້ງ:
ໂດຍປະຕິບັດຕາມ ມາດຕາ 32 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2015), ໄດ້ກຳນົດໃຫ້ຄະນະປະຈຳສະພາແຫ່ງຊາດ ເປັນຜູ້ມີສິດໃນການກຳນົດວັນເລືອກຕັ້ງ ແລ້ວນຳສະເໜີໃຫ້ປະທານປະເທດ ແຫ່ງ ສປປ ລາວ ພິຈາລະນາອອກລັດຖະດຳລັດປະກາດ. ຄະນະປະຈໍາສະພາແຫ່ງຊາດ ໄດ້ກໍານົດເອົາ ວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ແລະ ໄດ້ນໍາສະເໜີໃຫ້ປະທານປະເທດ ອອກລັດຖະດຳລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ ເກົ້າສິບວັນ.
ຊຶ່ງມາຮອດປັດຈຸບັນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ສະບັບ ເລກທີ 187/ປປທ, ວ່າດ້ວຍການປະກາດເອົາ ວັນອາທິດ ກົງກັບວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໃນທົ່ວປະເທດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ, ຈຶ່ງຂໍແຈ້ງມາໃຫ້ບັນດາທ່ານຊາບວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021.

II.    ກ່ຽວກັບຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II:
ອີງຕາມມາດຕາ 11 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງປີ 2020) ກ່ຽວກັບການກໍານົດຈຳນວນສະມາຊິກສະພາ ແມ່ນໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1.    ຮັບປະກັນການເຮັດວຽກເປັນໝູ່ຄະນະ;
2.    ອີງໃສ່ທີ່ຕັ້ງ, ຄວາມສຳຄັນ, ຄວາມຈຳເປັນ ແລະ ຈຸດພິເສດທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມຂອງແຕ່ລະແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ ແລະ ນະຄອນ;
3.    ການກຳນົດຈຳນວນ ສສຊ ແມ່ນເອົາຈຳນວນພົນລະເມືອງເປັນຫົວໜ່ວຍຄິດໄລ່ ຄື ແຂວງທີ່ມີພົນລະ ເມືອງ ສອງຮ້ອຍຫ້າສິບພັນຄົນລົງມາ ໃຫ້ມີ ສສຊ ຫົກຄົນ, ແຂວງທີ່ມີພົນລະເມືອງເກີນ ສອງຮ້ອຍຫ້າສິບພັນຄົນຂຶ້ນໄປ ໃຫ້ເພິ່ມ ສສຊ ໜຶ່ງຄົນ ຕໍ່ພົນລະເມືອງຫ້າສິບພັນຄົນ, ແຕ່ສູງສຸດບໍ່ໃຫ້ເກີນຊາວຄົນ;
4.    ການກຳນົດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາ ແມ່ນມີ ເພດ, ເຜົ່າ, ໄວອາຍຸ, ຜູ້ເກົ່າ ແລະ ໃໝ່, ຈາກຫຼາຍສາຂາອາຊີບ ທັງພາກລັດ ແລະ ເອກະຊົນ ເປັນຕົວແທນຂອງບັນດາຊັ້ນຄົນ.

ບົນຫຼັກການດັ່ງກ່າວ, ໃນວັນທີ 28 ຕຸລາ 2020 ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້ກຳນົດຈຳນວນຜູ້ສະໝັກຮັບເລືອກຕັ້ງ ແລະ ຈຳນວນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ຈຳນວນສະມາຊິກສະພາປະຊາຊົນແຂວງຊຸດທີ II ໃນແຕ່ລະເຂດເລືອກຕັ້ງທົ່ວປະເທດ ເພື່ອສະເໜີປະທານປະເທດ ອອກລັດຖະດຳລັດປະກາດຢ່າງເປັນທາງການ.
ຈາກນັ້ນ, ປະທານປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ອອກລັດຖະດຳລັດ ສະບັບເລກທີ 200/ປປທ, ລົງວັນທີ 10 ພະຈິກ 2020 ວ່າດ້ວຍການປະກາດຈໍານວນຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ດັ່ງນີ້:
1.    ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດຊຸດທີ IX ມີຈໍານວນ 224 ທ່ານ, ເລືອກເອົາ 164 ທ່ານ;
2.    ຜູ້ລົງສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ມີຈໍານວນ 789 ທ່ານ, ເລືອກເອົາ 492 ທ່ານ;
ລາຍລະອຽດຈຳນວນຜູ້ສະໝັກຮັບເລືອກຕັ້ງ ປລະ ຈຳນວນ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ
ສະມາຊິກສະພາປະຊາຊົນຂັ້ນແຂວງແຕ່ລະແຂວງ ແລະ ນະຄອນຫຼວງມີດັ່ງນີ້:
1.    ນະຄອນຫຼວງວຽງຈັນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນ 23 ທ່ານ, ເລືອກເອົາ 18 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ມີຈໍານວນ 49 ທ່ານ, ເລືອກເອົາ 31 ທ່ານ.
2.    ແຂວງ ຜົ້ງສາລີ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 38 ທ່ານ, ເລືອກເອົາ 24 ທ່ານ.
3.    ແຂວງ ຫຼວງນໍ້າທາ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.
4.    ແຂວງ ອຸດົມໄຊ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

5.    ແຂວງ ບໍ່ແກ້ວ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.
6.    ແຂວງ ຫຼວງພະບາງ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງ ຫຼວງພະບາງ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 57 ທ່ານ, ເລືອກເອົາ 33 ທ່ານ.
7.    ແຂວງ ໄຊຍະບູລີ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 54 ທ່ານ, ເລືອກເອົາ 32 ທ່ານ.
8.    ແຂວງ ຫົວພັນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 8 ແຂວງ ຫົວ ພັນ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 49 ທ່ານ, ເລືອກເອົາ 29 ທ່ານ.
9.    ແຂວງ ຊຽງຂວາງ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

10.    ແຂວງ ວຽງຈັນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 53 ທ່ານ, ເລືອກເອົາ 31 ທ່ານ.

11.    ແຂວງ ບໍລິຄໍາໄຊ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.
12.    ແຂວງ ຄໍາມ່ວນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 50 ທ່ານ, ເລືອກເອົາ 30 ທ່ານ.
13.    ແຂວງ ສະຫວັນນະເຂດ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ມີຈໍານວນ 25 ທ່ານ, ເລືອກເອົາ 20 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 69 ທ່ານ, ເລືອກເອົາ 39 ທ່ານ.
14.    ແຂວງ ສາລະວັນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 44 ທ່ານ, ເລືອກເອົາ 28 ທ່ານ.
15.    ແຂວງ ຈໍາປາສັກ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຈໍານວນ 20 ທ່ານ, ເລືອກເອົາ 15 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 55 ທ່ານ, ເລືອກເອົາ 35 ທ່ານ.
16.    ແຂວງ ເຊກອງ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 30 ທ່ານ, ເລືອກເອົາ 21 ທ່ານ.
17.    ແຂວງ ອັດຕະປື:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.
18.    ແຂວງ ໄຊສົມບູນ:
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ.
–    ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

ສຳລັບລາຍຊື່ຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການຂອງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດ ແລະ ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ແລະ ບັນຫາກ່ຽວຂ້ອງອື່ນໆທີ່ຈຳເປັນໃຫ້ແກ່ການກະກຽມການເລືອກຕັ້ງ, ພວກຂ້າພະເຈົ້າ ຈະໄດ້ຖະແຫຼງຂ່າວໃຫ້ບັນດາທ່ານສືື່ມວນຊົນ ແລະ ສັງຄົມໄດ້ຮັບຊາບໃນໂອກາດຕໍ່ໄປ.

ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມທັງຂໍໃຫ້ບັນດາທ່ານຮ່ວມຕິດຕາມເຫດການທາງການເມືອງທີ່ສຳຄັນຂອງຊາດ ໃນຄັ້ງນີ້ຢ່າງໄກ້ຊິດດ້ວຍ!

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ