loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II.

ກ.ພ. 10, 2023 | ເຂດ 12 ຄຳມ່ວນ

ປະຕິບັດຕາມມາດຕາ 59 ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2020 ແລະ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 38/ຄປຈ.ສພຂ, ລົງວັນທີ 06 ສິງຫາ 2023 ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II; ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວ ບັນດາຄະນະກໍາມະການ, ຄະນະເລຂາທິການສະພາປະຊາຊົນ ແລະ ກົງຈັກທີ່ຄະນະປະຈໍາສະພາປະຊາຊົນຂັ້ນແຂວງສ້າງຕັ້ງໄດ້ປະສານສົມທົບກັບ ອົງການປົກຄອງແຂວງ, ອົງການກວດສອບແຫ່ງລັດປະຈໍາພາກກາງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງແຂວງຄຳມ່ວນ ແລະ ທະນາຄານ ແຫ່ງ ສປປລາວ ປະຈໍາພາກກາງ ແຂວງສະຫວັນນະເຂດ ເພື່ອຮ່ວມກັນກະກຽມບັນດາເນື້ອໃນຮອບດ້ານທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມໃນຄັ້ງນີ້, ມາເຖິງປັດຈຸບັນນີ້ ເຫັນວ່າການກະກຽມແມ່ນຄົບຖ້ວນ ແລະ ມີຄວາມພ້ອມໃນທຸກດ້ານແລ້ວ.

ສະນັ້ນ, ໃນວັນທີ 10 ກຸມພາ 2023 ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເລຂາທິການສະພາປະຊາຊົນແຂວງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນນາມເລຂາທິການສະພາປະຊາຊົນແຂວງ, ຫົວໜ້າກອງເລຂາ ຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ມີຄວາມປິຕິຍິນດີ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນຂັ້ນແຂວງ ມາຖະແຫຼງຂ່າວແຈ້ງມາ​ຍັງບັນດາ ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ກະສິກອນ-ຊາວຜູ້ອອກແຮງງານ, ພໍ່ແມ່-ພີ່ນ້ອງ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄຳມ່ວນ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ໄດ້ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ດັ່ງນີ້:

ເນື່ອງຈາກວ່າໃນອາທິດທີ 3 ຂອງເດືອນກຸມພາ 2023 ນີ້ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະໄດ້ມີການເຄື່ອນໄຫວວຽກງານສໍາຄັນຢູ່ພາຍໃນແຂວງຄໍາມ່ວນ, ສະນັ້ນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນ ອາທິດ ວັນທີ 12 ກຸມພາ ແລະ ຈະດໍາເນີນໄປເຖິງວັນພຸດ, ວັນທີ 15 ກຸມພາ 2023 ທີ່ສະໂມສອນ 21 ມີນາ ຂອງແຂວງ (ຫຼັກ 4),​  ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 4 ວັນເຕັມ.

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈະໄດ້ພິຈາລະນາ ຮັບຮອງເອົາ ບັນຫາສຳຄັນພື້ນຖານຂອງແຂວງ ດັ່ງນີ້:

  1. ນື່ອໃນ ທີ່ຈະນໍາເຂົ້າການພິຈາລະນາ ຮັບຮອງໃນກອງປະຊຸມ ລວມມີ 5 ເນື້ອໃນຄື:

1) ວຽກງານຂອງອົງການປົກຄອງແຂວງ ແລະ ທະນາຄານແຫ່ງ ສປປລາວ ປະຈຳພາກກາງ

  1. ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານ ຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານອົງການປົກຄອງ ປະຈໍາປີ 2022 ແລະ ທິດທາງແຜນວຽກງານ ຂອງອົງການປົກຄອງແຂວງ ປະຈໍາປີ 2023;
  2. ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈໍາປີ 2023;
  3. ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາປີ 2023;
  4. ພ້ອມດຽວກັນນີ້ ກໍຈະມີການຊີ້ແຈງທີ່ຕິດພັນກັບ ການລາຍງານ ຂອງອົງການປົກຄອງແຂວງຈາກ ພະແນກແຜນການ ແລະ ການລົງທຶນແຂວງ, ພະແນກການເງິນແຂວງ; ນອກຈາກຊີ້ແຈງບັນຫາລວມແລ້ວຍັງໄດ້ລົງເລິກຕື່ມກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຕື່ມອີກ; ການຊີ້ແຈງຕິດພັນກັບ ບົດລາຍງານ ຂອງອົງການປົກຄອງແຂວງມີ: ພະແນກກະສິກຳປ່າ ແລະປ່າໄມ້ແຂວງ, ພະແນກອຸດສະຫະກຳການຄ້າແຂວງ, ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກເຕັກໂນໂລຊີ ແລະ ການສື່ສານ, ພະແນກພະລັງງານບໍ່ແຮ່, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ, ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ ແລະ ກອງບັນຊາການ ປກສ ແຂວງ.
  5. ການຊີ້ແຈງ ຂອງທະນາຄານແຫ່ງ ສປປລາວ ປະຈຳພາກກາງ ( ແຂວງສະຫວັນນະເຂດ ) ກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ;

2) ວຽກງານຂອງອົງການກວດສອບ ປະຈຳພາກກາງ ແລະ ອົງການກວດກາລັດແຂວງ

  1. ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານກວດສອບປະຈໍາປີ 2023, ບົດລາຍງານຜົນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021;
  2. ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2020 ຂອງອົງການກວດກາລັດແຂວງ ແລະ ແຜນການກວດກາຕາມຜົນການກວດສອບປີ 2021;

3) ວຽກງານຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ

  1. ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023;
  2. ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງຄຳມ່ວນ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023;

4) ວຽກງານຂອງສະພາປະຊາຊົນແຂວງຄຳມ່ວນ

  1. ຈະໄດ້ພິຈາລະນາຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2023 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II;
  2. ບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຂອງອົງການລັດຂັ້ນແຂວງ ແຕ່ປີ 2023-2025;

5) ວຽກງານນິຕິກໍາໃຕ້ກົດໝາຍ ຂອງແຂວງ

ກອງປະຊຸມຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງເອົາ ຮ່າງນິຕິກໍາ ຂອງອົງການປົກຄອງແຂວງຄໍາມ່ວນ ຈໍານວນ 4 ສະບັບຄື:

  1. ຮ່າງຂໍ້ຕົກລົງ ວ່າດ່ວຍການຄຸ້ມຄອງ ແລະ ພັດທະນາທີ່ດິນປ່າໄມ່ທົ່ວແຂວງຄໍາມ່ວນ;
  2. ຮ່າງຂໍ້ຕົກລົງ ວ່າດ່ວຍການກໍານົດເຂດປະເມີນລາຄາທີ່ດິນ ທົ່ວແຂວງຄໍາມ່ວນ;
  3. ຮ່າງຂໍ້ຕົກລົງ ວ່າດ່ວຍການຄຸ້ມຄອງ ແລະ ນໍາໃຊ້ກອງທຶນໄພພິບັດ ເເຂວງຄໍາມ່ວນ;
  4. ຮ່າງຂໍ້ຕົກລົງ ວ່າດ່ວຍກອງທອນສົງເຄາະທົ່ວແຂວງຄໍາມ່ວນ;
  5. ການພິຈາລະນາຮັບຮອງ ເອົາຮ່າງມະຕິ ຂອງກອງປະຊຸມ

ໃນກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ຮັບຮອງເອົາຮ່າງມະຕິກອງປະຊຸມ ຈໍານວນ 12 ສະບັບຄື:

  1. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈໍາປີ 2023;
  2. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ແຜນງົບປະມານແຫ່ງລັດ ຂອງແຂວງປະຈໍາປີ 2023;
  3. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານກວດສອບປະຈໍາປີ 2023, ບົດລາຍງານຜົນການກວດສອບຄືນບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021;
  4. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2020 ຂອງອົງການກວດກາລັດແຂວງ ແລະ ແຜນການກວດກາຕາມຜົນການກວດສອບປີ 2021;
  5. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນ ແຂວງຄໍາມ່ວນ;
  6. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນ ແຂວງຄໍາມ່ວນ;
  7. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II;
  8. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາບົດລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຂອງອົງການລັດຂັ້ນແຂວງ ແຕ່ປີ 2023-2025;
  9. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາ ຮ່າງຂໍ້ຕົກລົງ ວ່າດ່ວຍການຄຸ້ມຄອງ ແລະ ພັດທະນາທີ່ດິນປ່າໄມ່ທົ່ວແຂວງຄໍາມ່ວນ;
  10. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງ ເອົາຮາງຂໍ້ຕົກລົງ ວ່າດ່ວຍການກໍານົດເຂດປະເມີນລາຄາທີ່ດິນ ທົ່ວແຂວງຄໍາມ່ວນ;
  11. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາ ຮ່າງຂໍ້ຕົກລົງ ວ່າດ່ວຍການຄຸ້ມຄອງ ແລະ ນໍາໃຊ້ກອງທຶນໄພພິບັດ ເເຂວງຄໍາມ່ວນ;
  12. ມະຕິ ກອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ວ່າດ້ວຍການຮັບຮອງເອົາ ຮ່າງຂໍ້ຕົກລົງ ວ່າດ່ວຍກອງທອນສົງເຄາະທົ່ວແຂວງຄໍາມ່ວນ;

ບັນດາທ່ານທີ່ນັບຖື ແລະ ຮັກແພງ

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ນີ້ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈະໄດ້ພ້ອມກັນປະເມີນຜົນການປະຕິບັດໜ້າທີ່ ບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ ເຊິ່ງປະກອບມີ 3 ເປົ້າໝາຍຄື:

1) ບຸກຄະລາກອນ ຂອງອົງການປົກຄອງແຂວງຄໍາມ່ວນ ຈໍານວນ 21/22 ທ່ານ (ຫົວໜ້າພະແນກ ຍທຂ ດໍາລົງຕໍາແໜ່ງບໍ່ທັນຮອດປີ);

2) ບຸກຄະລາກອນ ຂອງອົງການຕຸລາການ (ສານ ແລະ ໄອຍະການປະຊາຊົນແຂວງ) ຈໍານວນ 2 ທ່ານ;

3) ບຸກຄະລາກອນ ຂອງອົງການປົກຄອງເມືອງ ພາຍໃນແຂວງຄໍາມ່ວນ ຈໍານວນ 10 ທ່ານ;

ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ,  ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວແຂວງ ຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້, ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງຄະນະຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ: ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງສາຍດ່ວນຂອງກອງປະຊຸມ:ໝາຍເລກໂທລະສັບ 051 156  ໂດຍບໍ່ເສຍຄ່າ.