loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຖະແຫລ່ງຂ່າວການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX

​ພ.ຈ. 2, 2021 | ຂ່າວກອງປະຊຸມ

(ສພຊ) ໃນຕອນບ່າຍຂອງວັນທີ 28 ຕຸລາ 2021 ທີ່ສະພາແຫ່ງຊາດ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການຄະນະປະຈໍາ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນທຸກຂະແໜງການກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:ປະຕິບັດຕາມມາດຕາ59 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ໂດຍ​ຈັດ​ຕັ້ງ​ປະຕິບັດ​​ພາລະບົດບາດ, ສິດແລະ ໜ້າທີ່ຂອງຄະນະປະຈໍາສະພາ​ແຫ່ງ​ຊາດ​ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2020) ໃນການຮຽກໂຮມແລະ ນໍາພາການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ IX ໂດຍປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 246/ຄປຈ, ລົງວັນທີ21 ຕຸລາ 2021 ວ່າດ້ວຍການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX. ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວຄະນະປະຈຳສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ ແລະ ກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງໄດ້ປະສານສົມທົບກັບລັດຖະບານ, ສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ, ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາສະເໜີຕໍ່ກອງປະຊຸມໃນຄັ້ງນີ້.ມາເຖິງປັດຈຸບັນ ເຫັນວ່າການກະກຽມແມ່ນຄົບຖ້ວນ, ສອດຄ່ອງກັບກົດໝາຍ ແລະ ນິຕິກຳໃຕ້ກົດໝາຍແລ້ວ.

ຂ້າພະເຈົ້າ, ໃນນາມເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ຂໍຕາງໜ້າຄະນະປະຈຳສະພາແຫ່ງຊາດ ມີຄວາມຍິນດີ ແລະ ຖືເປັນກຽດຢ່າງສູງແຈ້ງມາ​ຍັງບັນດາທ່ານພະນັກງານ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ,ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດ ຮັບຊາບກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2ຂອງສະພາແຫ່ງຊາດ ຊຸດທີ IX ດັ່ງນີ້:

– ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນຈັນ,​ ວັນທີ 01 ພະຈິກ 2021 ແລະ ຈະດໍາເນີນໄປເຖິງວັນພຸດ ວັນທີ 17 ພະຈິກ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ,​ ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 15 ວັນ, ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19ຍັງສືບຕໍ່ແຜ່ລະບາດໃນຊຸມຊົນ,ກອງປະຊຸມຄະນະປະຈຳສະພາແຫ່ງຊາດຈຶ່ງຕົກລົງຫລຸດເວລາຈາກ 20 ວັນ ມາເປັນ 15 ວັນ.

– ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື:

 1. ວຽກງານຂອງລັດຖະບານ:

(1) ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການປະຈໍາປີ ​2022;

(2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2021ແລະ ແຜນການ ປະຈໍາປີ 2022;

(3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ2021 ແລະ ແຜນການ ປະຈໍາປີ 2022;

(4) ບົດລາຍງານຂອງລັດຖະບານ ກ່ຽວກັບແຜນ​ພັດທະນາ​ພະລັງງານ​ໄຟຟ້າ ຂອງສປປລາວ (2021-2030)ແລະ ​ແຜນ​ພັດທະນາ​ພະລັງງານ​ໄຟຟ້າ ແລະ ບໍ່​ແຮ່ 5 ປີ(2021-2025);

(5) ບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ20 ປີ (2021-2040), ຍຸດທະສາດ 10 ປີ (2021-2030)ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ(2021-2025).

      2. ວຽກງານຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ:

1) ບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022;

2) ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ2020 ຂອງອົງການກວດສອບແຫ່ງລັດ;

3) ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022;

4) ບົດລາຍງານການກວດກາ ຕາມຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019.

 3. ວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ:

(1) ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ2021 ແລະ ແຜນການ ປະຈໍາປີ 2022;

(2) ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;

(3) ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ.

4. ວຽກງານຂອງສະພາແຫ່ງຊາດ:

ບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021ແລະ ແຜນການ ປະຈໍາປີ 2022.

5. ພິຈາລະນາ, ຮັບຮອງເອົາການ​ສ້າງ ແລະ ປັບປຸງກົດໝາຍ ຈໍານວນ 11 ສະບັບ​ໃນນີ້:

  5.1 ຮ່າງກົດໝາຍສ້າງໃໝ່ 4 ສະບັບ ຄື:

(1) ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ;

(2) ຮ່າງ ກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ;

(3) ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີລະດັບສູງ;

(4) ຮ່າງກົດໝາຍ ວ່າດ້ວຍການສໍາຫລວດວັດແທກແລະ ສ້າງແຜນທີ່.

       5.2 ກົດໝາຍປັບປຸງ 7 ສະບັບ ຄື:

(1) ກົດໝາຍ ວ່າດ້ວຍລັດຖະບານ;

(2) ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ;

(3) ກົດໝາຍ ວ່າດ້ວຍການສ້າງນິຕິກຳ;

(4) ກົດໝາຍ ວ່າດ້ວຍການປະຕິບັດຄໍາຕັດສີນຂອງສານ;

(5) ກົດໝາຍ ວ່າດ້ວຍການຄວບຄຸມຢາສູບ;

(6) ກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ;

(7) ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ;

         6. ມະຕິກອງປະຊຸມສະພາແຫ່ງຊາດ​ ລວມມີ 22 ສະບັບ:

1) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍໍາປີ 2021ແລະ ແຜນການ ປະຈໍາປີ 2022;

2) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາ ປີ2021 ແລະ ແຜນການ ປະຈໍາປີ 2022;

3) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນ​ພັດທະນາ​ພະລັງງານ​ໄຟຟ້າ ຂອງ ສປປລາວ (2021-2030) ແລະ ​ແຜນ​ພັດທະນາ​ພະລັງງານ​ໄຟຟ້າ ແລະ ບໍ່​ແຮ່ 5 ປີ(2021-2025);

4) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດ20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025);

5) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020;

6) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022; ການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019;

7) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;

8) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ;

9) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;

10) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021ແລະ ແຜນການ ປະຈໍາປີ 2022;

11) ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາກົດໝາຍ ຈໍານວນ12 ສະບັບ.

ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ,ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໃສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້ດ້ວຍ. ອີງໃສ່ແຈ້ງການຂອງຄະນະເລຂາທີການທີ່ໄດ້ເຜີຍແຜ່ຜ່ານມາ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຈະດໍາເນີນແຕ່ວັນທີ 1-26 ພະຈິກ ແຕ່ຍ້ອນສະພາບການລະບາດຂອງພະຍາດໂຄວິດ 19 ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ຍັງຂ້ອນຂ້າງສູງ ດັ່ງນັ້ນ ຄະນະປະຈໍາສະພາແຫ່ງຊາດຈຶ່ງໄດ້ປັບປຸງວາລະ

ກອງປະຊຸມ ໃຫ້ຈໍານວນມື້ປະຊຸມຫລຸດລົງແຕ່ ຮັບປະກັນການປະຕິບັດພາລະບົດບາດໃນນາມເປັນອົງການນິຕິບັນຍັດ ຢ່າງມີປະສິດທີຜົນ. ໃນໄລຍະກະກຽມແລະ ດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍ​ດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ: ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:

ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX.

ອີເມວ: nalao.156@gmail.com