ຕອນແລງຂອງວັນທີ 30 ມິຖຸນາ 2025 ທີ່ສະໂມສອນຂອງແຂວງຫລວງນ້ຳທາ ທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ສະພາປະຊາຊົນແຂວງຫລວງນໍ້າທາ ໄດ້ຖະແຫລງຜົນສໍາເລັດກອງປະຊຸມສະໄໝວິສາມັນຄັ້ງທີ4 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II ,ທ່ານໄດ້ກ່າວວ່າ: ກອງປະຊຸມສະໄໝວິສາມັນຄັ້ງທີ4 ຂອງສະພາປະຊາຊົນແຂວງຫຼວງນ້ໍາທາ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງ ຂອງວັນທີ 30 ມິຖຸນາ 2025 ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເເລງຂອງວັນດຽວກັນ.
ກອງປະຊຸມສະໄໝວິສາມັນຄັ້ງທີ4 ຂອງສະພາປະຊາຊົນແຂວງຊຸດທີ II ນີ້ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ເຂົ້າໃນການຄົ້ນຄວ້າ,ພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງແຂວງ ຄື:
ໄດ້ພິຈາລະນາ, ຮັບຮອງເອົາການສະເໜີປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ຄື: ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບພະແນກການເງິນແຂວງ ແລະ ເອີ້ນຊື່ວ່າ: ພະແນກການເງິນແຂວງ; ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງ; ເອີ້ນຊື່ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ; ໂຮມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ; ເອີ້ນຊື່ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ; ພະແນກພາຍໃນແຂວງ ເອົາວຽກຄຸ້ມຄອງລັດຖະກອນ, ວຽກງານແຂ່ງຂັນຍ້ອງຍໍ ແລະ ວຽກງານອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ ພ້ອມທັງ ຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວ ໄປເຂົ້າກັບຄະນະຈັດຕັ້ງແຂວງ; ໂອນ ວຽກແຜນທີ່, ວຽກງານສາສະໜາ ແລະ ວຽກງານເອກະສານ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກງານດັ່ງກ່າວ ໄປເຂົ້າກັບຫ້ອງວ່າການແຂວງ ແລະ ພະແນກການ, ອົງການ ທຽບເທົ່າ ທີ່ເຫັນວ່າມີຄວາມສອດຄ່ອງ; ໂອນວຽກສື່ມ່ວນຊົນ (ວຽກຖະແຫຼ່ງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກ ພະແນກຖະແຫຼ່ງຂາວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ ໄປຂຶ້ນກັບຄະນະໂຄສະນາ ອົບຮົມແຂວງ ແລະ ປ່ຽນຊື່ ພະແນກຖະແຫຼ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ແຂວງ ເປັນຊື່ໃໝ່ເອີ້ນວ່າ: ພະແນກວັດທະນາທໍາ ແລະ ການທ່ອງທ່ຽວແຂວງ.
ໄດ້ພິຈາລະນາ, ຮັບຮອງເອົາການສະເໜີຍົກຍ້າຍ, ບັນດາຫົວໜ້າພະແນກການ 4 ທ່ານດັ່ງນີ້: ຍົກຍ້າຍ ທ່ານ ຄໍາລາ ຂານສະຫງ່າ ກຳມະການພັກແຂວງ ມາປະຈໍາການຢູ່ຫ້ອງວ່າການແຂວງ ເພື່ອຊ່ວຍ ວຽກຂອງແຂວງ; ຍົກຍ້າຍ ທ່ານ ວົງມະນີ ເພື່ອປະຊາ ກຳມະການພັກແຂວງ ປະຈຳການຢູ່ຫ້ອງວ່າການແຂວງ ເພື່ອຊ່ວຍ ວຽກຂອງແຂວງ; ຍົກຍ້າຍ ທ່ານ ນາງ ຄໍາແດງ ກອງຈຳປາ ຫົວໜ້າພະແນກພາຍໃນແຂວງ ມາປະຈຳການຢູ່ຄະນະຈັດຕັ້ງແຂວງ.
ໄດ້ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ບັນດາຫົວໜ້າພະແນກ 4 ທ່ານດັ່ງນີ້: ແຕ່ງຕັ້ງ ທ່ານ ປອ ຈັນພິພັກ ກອງຈຳປາ ກຳມະການພັກແຂວງ ເປັນຫົວໜ້າພະແນກການເງິນແຂວງ; ແຕ່ງຕັ້ງ ທ່ານ ພິມແກ້ວ ທໍາລະສິນ ກໍາມະການພັກແຂວງ ເປັນຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ; ແຕ່ງຕັ້ງ ທ່ານ ນາງ ບົວວັນ ພົມມະລິດ ກໍາມະການພັກແຂວງ ເປັນຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ; ແຕ່ງຕັ້ງ ທ່ານ ປອ ຄໍາແກ້ວ ຈັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການ ຄ້າແຂວງ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ.
ແລະ ທ່ານຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນພາຍໃນທົ່ວແຂວງຫຼວງນໍ້າທາ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນຄັ້ງທີ4 ຂອງສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ II ຄັ້ງນີ້.