ຖະແຫລງຂ່າວເປີດກອງປະຊຸມສະໄໝສາມັນເທື່ອທີ10 ສະພາປະຊາຊົນແຂວງຫລວງນໍ້າທາ

ທ.ວ. 22, 2025

ຕອນເຊົ້າວັນທີ 22 ທັນວາ 2025 ທ່ານ ຈັນທະສຸລິນ​ ໝັ້ນປະດິດ ຄະນະປະຈໍາສະພາປະຊາຊົນ ເລຂາທິການສະພາປະຊາຊົນແຂວງ ໄດ້ຖະແຫລ່ງຂ່າວເປີດກອງປະຊຸມສະໄໝສາມັນ ເທື່ອທີ 10 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ທ່ານໄດ້ໃຫ້ຮັບຊາບວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 10 ຊຶ່ງ ເປັນກອງປະຊຸມທ້າຍສະໄໝ ແລະ ເປັນກອງປະຊຸມເທື່ອສຸດທ້າຍ ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV ຈະໄດ້ໄຂຂຶ້ນ ແຕ່ວັນທີ 23-25 ທັນວາ 2025 ເປັນເວລາ 3 ວັນ ຢູ່ທີ່ສະໂມສອນແຂວງ.

ກອງປະຊຸມເທື່ອນີ້ຈະໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້:

  • ຄົ້ນຄ້ວາ,ພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຫ້ອງການຄະນະກໍາມະການສົ່ງເສິີມ ແລະ ຄຸ້ມຄອງການລົງທຶນແຂວງ ແລະ ບຸກຄະລາກອນຂອງແຂວງ;
  • ພິຈາລະນາ,ຮັບຮອງເອົາບຸກຄາລະກອນຂອງແຂວງຈໍານວນໜຶ່ງຕາມການສະເໜີ ຂອງເຈົ້າແຂວງ
  • ຄົ້ນຄ້ວາພິຈາລະນາ, ຮັບຮອງເອົາ ການສະເໜີສ້າງຕັ້ງຕາແສງຢູ່ໃນ 5ເມືອງ 19 ຂອງແຂວງຫຼວງນໍ້າທາ;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2026-2030), ປະຈໍາປີ 2026 ຂອງແຂວງ;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດກາລັດແຂວງ ແລະ ຜົນການກວດກາ ຕາມຜົນຂອງການກວດສອບ ປີ 2023;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ (2023-2025), ປະຈໍາປີ 2025; ຮແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດສອບປະຈໍາພາກເໜືອ-2 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2024 ຂອງແຂວງຫຼວງນໍ້າທາ;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການໄອຍະການປະຊາຊົນແຂວງ;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025; ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສານປະຊາຊົນແຂວງ;
  • ຄົ້ນຄ້ວາ,ພິຈາລະນາ,ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV; ວຽກງານຈຸດສູມຮອດກອງປະຊຸມຄັ້ງປະຖົມມະລືກ, ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ IV.

ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຂໍເຊີນຊວນບັນດາທ່ານ ຮ່ວມຕິດຕາມການດໍາເນີນກອງປະຊຸມໃນຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງໃຫ້ການຮ່ວມມື, ພ້ອມກັນປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂອບເຂດທົ່ວແຂວງ ເຮັດໃຫ້ການດໍາເນີນກອງປະຊຸມຂອງສະພາປະຊາຊົນແຂວງຄັ້ງນີ້ ມີຜົນສໍາເລັດຕາມລະດັບຄາດໝາຍ.