(ສພຊ) – ວັນທີ 17 ມີນານີ້, ຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກຳມະການເລືອກຕັ້ງລະດັບຊາດ; ມີບັນດາທ່ານຮອງປະທານ ແລະ ກຳມະການ ໃນ ຄລຊ, ປະທານ-ຮອງປະທານຄະນະກຳມະການເລືອກຕັ້ງນະຄອນຫຼວງ-ແຂວງ, ຮອງເລຂາຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ ແລະ ແຂກເຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ທັງນີ້, ກໍເພື່ອຈັດຕັ້ງຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ທັງເປັນການສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ກ່ຽວກັບຜົນສໍາເລັດການເລືອກຕັ້ງຄັ້ງນີ້.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບຜົນສຳເລັດຂອງການດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຈາກທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະກຳມະການເລືອກຕັ້ງລະດັບຊາດ ເຊິ່ງທ່ານໃຫ້ຮູ້ວ່າ: ການປ່ອນບັດເລືອກຕັ້ງໃນວັນທີ 22 ກຸມພາ 2026 ມີຜູ້ໄປໃຊ້ສິດ 4,620,353 ຄົນ ເທົ່າກັບ 96.97% ຂອງຜູ້ມີສິດເລືອກຕັ້ງທັງໝົດ ໃນນີ້, ມີຜູ້ໃຊ້ສິດຢູ່ຕ່າງປະເທດ 23,378 ທ່ານ ຍິງ 7,782 ທ່ານ. ສຳລັບຜົນຂອງການເລືອກຕັ້ງ: ເລືອກຕັ້ງໄດ້ສະມາຊິກສະພາແຫ່ງຊາດ (ສສຊ) 175 ທ່ານ ຍິງ 52 ທ່ານ ກວມເອົາ 29.71%, ຈາກສູນກາງ 51 ທ່ານ ຍິງ 14 ທ່ານ, ຈາກທ້ອງຖິ່ນ 124 ທ່ານ ຍິງ 38 ທ່ານ, ສສຊ ຊຸດທີ IX ສືບຕໍ່ສະໝັກໄດ້ 32 ທ່ານ ຍິງ 14 ທ່ານ, ຈາກລັດວິສາຫະກິດ ຍິງ 1 ທ່ານ ແລະ ຈາກທຸລະກິດພາກເອກະຊົນ 2 ທ່ານ ຍິງ 1 ທ່ານ; ເລືອກຕັ້ງໄດ້ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) 745 ທ່ານ ຍິງ 211 ທ່ານ ກວມເອົາ 28.32%, ສັງກັດຢູ່ບັນດາພະແນກການຕ່າງໆທົ່ວປະເທດ 229 ທ່ານ ຍິງ 61 ທ່ານ, ສັງກັດຢູ່ຂັ້ນເມືອງທົ່ວປະເທດ 496 ທ່ານ ຍິງ 144 ທ່ານ, ຈາກລັດວິສາຫະກິດ 7 ທ່ານ ແລະ ຈາກທຸລະກິດພາກເອກະຊົນ 13 ທ່ານ ຍິງ 6 ທ່ານ ເຊິ່ງຜົນສຳເລັດໃນການນັບຄະແນນໄດ້ຕາມເວລາກຳນົດ ແມ່ນຍ້ອນມີການນຳໃຊ້ລະບົບເຕັກນິກໃໝ່ໃນການນັບຄະແນນ E-Vote ແລະ ມີການເຝິກອົບຮົມເຊິ່ງໜ້າ ແລະ ອອນລາຍ. ສັງລວມໄດ້ວ່າ ຜ່ານບັ້ນເລືອກຕັ້ງໃນຄັ້ງນີ້ ສາມາດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້, ໃນນີ້ມີຫຼາຍເຂດເລືອກຕັ້ງສາມາດບັນລຸໄດ້ຄາດໝາຍ 4 ດ້ານຄື: ມີຜູ້ໄປໃຊ້ສິດເລືອກຕັ້ງ 100%, ບໍ່ມີບັດຕາຍ 100%, ການປ່ອນບັດມີຄວາມໂປ່ງໃສ 100% ແລະ ຮັບປະກັນຄວາມສະຫງົບປອດໄພ 100%.

ຈາກນັ້ນ, ໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາອະນຸກຳມະການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ຄະນະກຳມະການເລືອກຕັ້ງຂັ້ນແຂວງ 8 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ແຂວງໄຊຍະບູລີ, ແຂວງຫົວພັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງໄຊສົມບູນ ເພື່ອຊອກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ກໍຄືບັນດາສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນພື້ນຖານໃຫ້ແກ່ການປັບປຸງວຽກງານເລືອກຕັ້ງຄັ້ງຕໍ່ໄປ.
(ນາງ ອາລິນ ສຸພິມມະປະດິດ)

