ຕິດຕາມ, ຊຸກຍູ້ ວຽກງານ ປກຊ-ປກສ ການເລືອກຕັ້ງຢູ່ຊຽງຂວາງ

ກ.ພ. 11, 2026

(ສພຊ)​ – ວັນທີ 9 ກຸມພາຜ່ານມາ, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຊຽງຂວາງ ໄດ້ເປີດກອງປະຊຸມຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໂດຍການເປັນປະທານຮ່ວມຂອງທ່ານ ພົຕ. ປອ. ວົງສັກ ພັນທະວົງ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍາມະການອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງ, ກໍາມະການຄະນະກໍາມະການເລືອກຕັ້ງຂັ້ນແຂວງ (ຄລຂ), ມີບັນດາທ່ານໃນອະນຸກໍາມະການ ປກຊ-ປກສ ຂອງ ຄລຂ ເຂົ້າຮ່ວມ; ທັງນີ້, ກໍເພື່ອເປັນການກະກຽມ ແລະ ດໍາເນີນການເລືອກຕັ້ງຢູ່ແຂວງຊຽງຂວາງ ໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ.
ໃນວາລະດໍາເນີນກອງປະຊຸມ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ໄດ້ລາຍງານການເຄື່ອນໄຫວຕິດຕາມ, ຊຸກຍູ້ ວຽກງານ ປກຊ-ປກສ ໃຫ້ແກ່ການກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໄລຍະຜ່ານມາ ເຊິ່ງໄດ້ຈັດກອງປະຊຸມປຶກສາຫາລື, ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ ວຽກງານຂົງເຂດ ປກຊ-ປກສ ພາຍໃນ 7 ເມືອງ; ສຳລັບທິດທາງໃນຕໍ່ໜ້າ ແມ່ນໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງ ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍຈັດວາງກຳລັງໃສ່ແຕ່ລະຈຸດປ່ອນບັດໃນທົ່ວແຂວງ, ທົ່ວເມືອງ ເພື່ອຫຼີກລ່ຽງປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ແກ້ໄຂໃຫ້ທັນກັບກຳນົດເວລາ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ, ສົນທະນາກັນຢ່າງກົງໄປກົງມາ ເພື່ອຮັບປະກັນໃຫ້ແກ່ບັ້ນເລືອກຕັ້ງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ສີ່ຮ້ອຍສ່ວນຮ້ອຍຄື: 1) ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2) ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3) ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ 4) ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.
(ນາງ ສຸກສະຫວັນ ອິນທະແສງ)