ຕິດຕາມ, ຊຸກຍູ້ ການເລືອກຕັ້ງຢູ່ສະຫວັນນະເຂດ

ມ.ກ. 20, 2026

(ສພຊ) – ວັນທີ 19 ມັງກອນ 2026 ທີ່ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ມີກອງປະຊຸມຕິດຕາມ, ຊຸກຍູ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຮ່ວມຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ກໍາມະການອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະກຳມະການເລືອກຕັ້ງແຂວງ (ຄລຂ) ສະຫວັນນະເຂດ, ເຂົ້າຮ່ວມມີຄະນະຈາກສູນກາງ, ບັນດາຄະນະກຳມະການ ແລະ ຫົວໜ້າ-ຮອງຫົວໜ້າອະນຸກຳມະການຂອງ ຄລຂ, ຕາງໜ້າຄະນະກຳມະການເລືອກຕັ້ງຂັ້ນເມືອງ ຈາກ 5 ເມືອງ ຄື: ນະຄອນໄກສອນພົມວິຫານ, ອຸທຸມພອນ, ໄຊບູລີ, ຈຳພອນ ແລະ ເຊໂປນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ; ທັງນີ້, ກໍເພື່ອຕິດຕາມ, ຊຸກຍູ້ ການກະກຽມ ແລະ ດຳເນີນການເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 13 ໃຫ້ສຳເລັດຕາມແຜນການທີ່ກໍານົດ ພ້ອມທັງເກັບກຳຄຳສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດຕາມມະຕິ, ຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການຂອງຂັ້ນເທິງ ເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການກະກຽມ ແລະ ດໍາເນີນການເລືອກຕັ້ງຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດວາງອອກ ເປັນຕົ້ນ ມະຕິ, ຂໍ້ຕົກລົງ, ຄຳແນະນຳ ແລະ ແຈ້ງການຕ່າງໆ; ຈາກນັ້ນ, ກໍໄດ້ມີແລກປ່ຽນສົນທະນາບັນຫາຕ່າງໆທີ່ຕິດພັນກັບວຽກງານກະກຽມ ແລະ ດໍາເນີນການເລືອກຕັ້ງ ເພື່ອຊອກຫາວິທີແກ້ໄຂໃຫ້ທ່ວງທັນ ຮັບປະກັນການກຽມຄວາມພ້ອມໃຫ້ແກ່ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ.
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ມີທິດຊີ້ນຳຕໍ່ກອງປະຊຸມວ່າ: ເພື່ອຮັບປະກັນໃຫ້ວຽກເລືອກຕັ້ງຄັ້ງນີ້ ບັນລຸຜົນສໍາເລັດຕາມ 4 ລະດັບຄາດໝາຍ ສະເໜີໃຫ້ສືບຕໍ່ການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕື່ນຕົວທາງດ້ານການເມືອງໃຫ້ແກ່ຜູ້ມີສິດເລືອກຕັ້ງ ຮັບຮູ້ ແລະ ເຂົ້າໃຈຖືກຕ້ອງ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ໄປໃຊ້ສິດໃນວັນເລືອກຕັ້ງ ວັນທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ຄົບຖ້ວນ; ເກັບກໍາບັນຊີຜູ້ມີສິດເລືອກຕັ້ງໃຫ້ຄົບຖ້ວນ, ພາຍຫຼັງສໍາເລັດການຂຶ້ນບັນຊີຜູ້ມີສິດເລືອກຕັ້ງແລ້ວ ໃຫ້ສົ່ງໄປຫາຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອສັງລວມກ່ອນທີ່ຈະປະກາດຈໍານວນຜູ້ມີສິດເລືອກຕັ້ງໃນທົ່ວປະເທດໃຫ້ທັນກໍານົດເວລາ; ສືບຕໍ່ຈັດຕັ້ງການໂຄສະນາ ແລະ ປຸກລະດົມຂະບວນການ ຕາມຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ສົມທົບໃສ່ບົດຮຽນຕົວຈິງ ກໍຄືຈຸດພິເສດຫຼາຍຮູບຫຼາຍສີ, ຫຼາຍຮູບແບບຂອງທ້ອງຖິ່ນຢ່າງປະດິດສ້າງ ເພື່ອເຮັດໃຫ້ຜູ້ມີສິດເລືອກຕັ້ງ ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງຕໍ່ວຽກເລືອກຕັ້ງ ແລະ ຕື່ນຕົວສະໝັກໃຈໄປໃຊ້ສິດປ່ອນບັດເລືອກຕັ້ງເອົາຜູ້ແທນຂອງຕົນມານັ່ງຢູ່ສະພາ; ເອົາໃຈໃສ່ຄົ້ນຄວ້າ, ຄັດເລືອກເອົາຜູ້ສະໝັກຮັບເລືອກຕັ້ງຕາມທີ່ກໍານົດໃນກົດໝາຍ ເພື່ອໃຫ້ຮັບປະກັນໂຄງປະກອບດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ, ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະສົມ, ມີຕົວແທນຂອງທຸກຊັ້ນຄົນ, ໃຫ້ມີເພດຍິງອອກສະໝັກຮັບເລືອກຕັ້ງສະເລ່ຍລວມຢ່າງໜ້ອຍບໍ່ໃຫ້ຫຼຸດ 35% ຂອງຈໍານວນຜູ້ສະໝັກຮັບເລືອກຕັ້ງທັງໝົດໃນເຂດເລືອກຕັ້ງຂອງຕົນ ແລະ ຮັບປະກັນເລືອກຕັ້ງໃຫ້ໄດ້ເພດຍິງ ສະເລ່ຍລວມບໍ່ໃຫ້ຫຼຸດ 30%; ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາແນະນໍາ ສະບັບເລກທີ 16/ຄລຊ, ລົງວັນທີ 12 ມັງກອນ 2026 ກ່ຽວກັບການຈັດຕັ້ງການໂຄສະນາຫາສຽງ ແລະ ການຕິດຮູບ-ປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງ; ສຶກສາອົບຮົມປະຊາຊົນບັນດາເຜົ່າ ໃຫ້ຕື່ນຕົວເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອບໍ່ໃຫ້ມີປາກົດການຫຍໍ້ທໍ້; ສືບຕໍ່ຂຶ້ນບັນຊີຈໍານວນໜ່ວຍປ່ອນບັດເລືອກຕັ້ງ, ໜ່ວຍປ່ອນບັດເຄື່ອນທີ່, ເກັບກໍາຈໍານວນຫີບບັດ, ພິມຮູບ ແລະ ຊີວະປະຫວັດຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ, ການພິມບັດລົງຄະແນນສຽງ, ກວດກາຕາປະທັບ ແລະ ອື່ນໆ.
(ກົງທະນຸຄຳ ພິພັດເສລີ)