ຕິດຕາມ, ຊຸກຍູ້ ການກະກຽມເລືອກຕັ້ງຢູ່ນະຄອນຫຼວງ ແລະ ແຂວງວຽງຈັນ

ມ.ກ. 25, 2026

(ສພຊ) – ເພື່ອຕິດຕາມ, ຊຸກຍູ້ ການກະກຽມວຽກງານດ້ານຕ່າງໆ ໃນການຮັບໃຊ້ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ສຳເລັດຕາມແຜນການທີ່ກຳນົດ ທັງເກັບກໍາຄໍາສະເໜີ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດມະຕິ, ຂໍ້ຕົກລົງ, ຄໍາແນະນໍາ ແລະ ແຈ້ງການ ຂອງຂັ້ນເທິງ ເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ).
ວັນທີ 19 ມັງກອນ 2026, ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຊຸດທີ V; ໃນໂອກາດນີ້, ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ກໍາມະການຄະນະກໍາມະການເລືອກຕັ້ງນະຄອນຫຼວງວຽງຈັນ (ຄລນວ) ໄດ້ຮ່ວມຄະນະ ເພື່ອລົງຕິດຕາມ, ຊຸກຍູ້ ຢູ່ເມືອງປາກງື່ມ ເຊິ່ງມີບັນດາທ່ານໃນຄະນະກໍາມະການເລືອກຕັ້ງເມືອງ (ຄລມ), ອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກ ຄລມ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳໝູນ ຕຽງທະລາດ ກໍາມະການພັກ ນວ, ເລຂາຄະນະພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງປາກງື່ມ ໄດ້ລາຍງານສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມເລືອກຕັ້ງ ໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຊິ່ງມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້; ເຂດເລືອກຕັ້ງເມືອງປາກງື່ມ ມີທັງໝົດ 53 ບ້ານ, ກຳນົດໜ່ວຍປ່ອນບັດເລືອກຕັ້ງ 53 ໜ່ວຍ ແລະ ໜ່ວຍເຄື່ອນທີ່ 1 ໜ່ວຍ ລວມທັງໝົດ 54 ໜ່ວຍ; ໄດ້ເອົາໃຈໃສ່ຈັດຕັ້ງການເຊື່ອມຊຶມແຜນດໍາເນີນງານຂອງ ຄລນວ ເພື່ອກະກຽມ ແລະ ດໍາເນີນການເລືອກຕັ້ງ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 149 ຄົນ ຍິງ 21 ຄົນ; ຈັດຕັ້ງການກວດກາ-ເກັບກຳຄືນສະຖິຕິຜູ້ມີສິດປ່ອນບັດເລືອກຕັ້ງ ໂດຍມອບໃຫ້ບັນດາອະນຸກຳມະການໜ່ວຍເລືອກຕັ້ງ ສົມທົບກັບກຸ່ມບ້ານ ໃນການເກັບກຳຈຳນວນພົນລະເມືອງຜູ້ມີສິດເລືອກຕັ້ງ ໃຫ້ສໍາເລັດຕາມກຳນົດ ແລະ ຂຶ້ນແຜນອຸປະກອນຮັບໃຊ້ໃຫ້ແກ່ການເລືອກຕັ້ງຢ່າງຄົບຖ້ວນ.
ວັນທີ 20-22 ມັງກອນ, ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ແລະ ທ່ານ ບຸນສອນ ເພັດດາວັນ ປະທານສະພາປະຊາຊົນແຂວງວຽງຈັນ, ຮອງປະທານຄະນະກໍາມະການເລືອກຕັ້ງແຂວງ (ຄລຂ) ວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກະກຽມການເລືອກຕັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 10 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ເມືອງແອດ ແລະ ເມືອງກາສີ ເຊິ່ງມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ, ອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກ ຄລມ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອ່ອນຕາ ທໍາມະວົງສາ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງແອດ ແລະ ທ່ານ ອໍາໄພ ໂສລັດຕະນະວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງກາສີ ໄດ້ລາຍງານສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມເລືອກຕັ້ງ ໃນບາດກ້າວທີ 1 ແລະ 2 ເຊິ່ງມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້; ເຂດເລືອກຕັ້ງເມືອງແອດ ມີ 33 ບ້ານ, ມີ 1 ກຸ່ມເທດສະບານ, 3 ກຸ່ມບ້ານພັດທະນາ ແລະ 1 ຈຸດສຸມພັດທະນາຂອງແຂວງ, ມີ 4,778 ຄົວເຮືອນ, ມີ 5,439 ຄອບຄົວ, ມີພົນລະເມືອງ 25,596 ຄົນ ຍິງ 12,738 ຄົນ; ສຳລບເຂດເລືອກຕັ້ງເມືອງກາສີ ໄດ້ກໍານົດໜ່ວຍປ່ອນບັດທັງໝົດ 51 ໜ່ວຍ ແລະ ມີໜ່ວຍເຄື່ອນທີ່ 5 ໜ່ວຍ; ຄົ້ນຄວ້າຄະນະໜ່ວຍປ່ອນບັດ, ຄະນະປ້ອງກັນປະຈຳແຕ່ລະໜ່ວຍ ລວມທັງຄະນະຮັບຜິດຊອບຂັ້ນເມືອງ ລວມທັງໝົດ 869 ຄົນ; ລົງກວດກາ ແລະ ເກັບກຳຂໍ້ມູນພົນລະເມືອງຕາມຜົນຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ປີ 2025 ມີທັງໝົດ 45,706 ຄົນ ຍິງ 22,477 ຄົນ ໃນນັ້ນ, ຜູ້ທີ່ມີສິດເລືອກຕັ້ງນັບແຕ່ອາຍຸ 18 ປີຂຶ້ນໄປ ມີ 25,566 ຄົນ ຍິງ 11,891 ຄົນ ແລະ ໄດ້ກະກຽມອຸປະກອນຮັບໃຊ້ຢ່າງຄົບຖ້ວນ. ນອກນີ້, ຍັງໄດ້ຮັບຟັງການລາຍງານຂອງບັນດາອະນຸກໍາມະການຂອງ ຄລຂ ແລະ ຄລມ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາທີ່ຈະມາເຖິງ.
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນເພື່ອປຶກສາຫາລືແລກປ່ຽນເຖິງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ແຜນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ແນໃສ່ຮັບປະກັນການດໍາເນີນບັ້ນເລືອກຕັ້ງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນຕາມລະດັບຄາດໝາຍ ພ້ອມທັງຮັບປະກັນ 4 ຄາດໝາຍໃຫຍ່ຄື: ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບຄວາມປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%.
ໃນໂອກາດນີ້, ທ່ານ ສຈ. ປອ. ຈະເລີນ ເຢຍປາວເຮີ ໄດ້ມີຄຳເຫັນເນັ້ນໜັກຕໍ່ການຈັດຕັ້ງພັກ-ລັດ, ອຳນາດການປົກຄອງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າ ຖືເອົາການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເປັນວຽກບຸລິມະສິດທີ່ສໍາຄັນ ແລະ ເປັນວຽກໃຈກາງໃນຂະນະນີ້ ເພື່ອປະຕິບັດໃຫ້ໄດ້ຄືແນວນັ້ນ ພວກເຮົາຕ້ອງສຸມໃສ່ 5 ວຽກງານຕົ້ນຕໍດັ່ງນີ້: ໂຄສະນາເຜີຍແຜ່ນິຕິກຳ ແລະ ເອກະສານການເລືອກຕັ້ງ ໃຫ້ທົ່ວພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນພາຍໃນເມືອງ ໃຫ້ເຊື່ອມຊຶມ ແລະ ເຂົ້າໃຈຢ່າງທົ່ວເຖິງ; ກວດກາຄືນຜູ້ມີສິດເລືອກຕັ້ງຢ່າງຈະແຈ້ງຊັດເຈນ (ຕາມສຳມະໂນຄົວຜູ້ມີສິດເລືອກຕັ້ງນັບແຕ່ອາຍຸ 18 ປີຂຶ້ນໄປ ແລະ ໃຫ້ບຸລິມະສິດແກ່ຜູ້ມີສິດເລືອກຕັ້ງທີ່ເປັນຜູ້ເຖົ້າແກ່ຊະລາ ແລະ ຄົນເຈັບຕິດຕຽງ); ຈັດຕັ້ງ ແລະ ນໍາພາ ຜູ້ຮັບສະໝັກຮັບເລືອກຕັ້ງເປັນຜູ້ແທນ ເຄື່ອນໄຫວໂຄສະນາຫາສຽງ ແລະ ພົບປະປະຊາຊົນຕາມແຕ່ລະຈຸດ; ກະກຽມຫີບປ່ອນບັດ, ວັດຖຸອຸປະກອນຈໍາເປັນ ແລະ ຈັດພິມບັນຊີລາຍຊື່ຂອງຜູ້ສະໝັກ ສສຂ-ສສນວ (ສໍາລັບບັນຊີລາຍຊື່ຂອງຜູ້ສະໝັກ ສສຊ ແມ່ນ ຄລຊ ກະກຽມ ແລະ ຈັດພິມ) ແລະ ມອບໝາຍໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ຕິດຕາມກວດກາຜົນການກະກຽມ ແລະ ປະຕິບັດຜ່ານມາ ເພື່ອລາຍງານໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງຢ່າງປົກກະຕິ.

(ຄຳສິງ ທາດາສະຫວັນ)