(ສພຊ) - ກອງປະຊຸມຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນພຸດທີ 11 ກຸມພາຜ່ານມາ ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ພົຈວ. ປອ. ມາລາ ວິລະຈິດ ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳມະການອະນຸກຳມະການ ປກຊ-ປກສ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ແລະ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະພັກ-ຄະນະກອງບັນຊາການທະຫານ-ຕຳຫຼວດ, ຫ້ອງການຄະນະກຳມະການ ປກຊ-ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານບົດລາຍງານຫຍໍ້ສະພາບການຕ່າງໆໃນການກຽມຄວາມພ້ອມ ແລະ ຈັດຕັ້ງຜັນຂະຫຍາຍແຜນປ້ອງກັນໃຫ້ມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງໄລຍະຜ່ານມາ ອະນຸກໍາມະການ ປກຊ-ປກສ ຂັ້ນແຂວງ ໄດ້ຈັດກອງປະຊຸມປຶກສາຫາລື, ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການກຽມຄວາມພ້ອມໃນຂົງເຂດກໍາລັງ ປກຊ-ປກສ ພາຍໃນ 7 ເມືອງ, ກຸ່ມບ້ານ; ຈັດວາງກຳລັງໃສ່ແຕ່ລະຈຸດປ່ອນບັດໃນທົ່ວແຂວງ, ທົ່ວເມືອງ ເພື່ອຫຼີກລ່ຽງປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ແກ້ໄຂໃຫ້ທັນກັບກຳນົດເວລາ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາລວມຂັ້ນແຂວງ, ຄະນະຊີ້ນໍາປ້ອງກັນຕົວຈິງ ປກຊ-ປກສ ແຂວງ-ເມືອງ, ຈຸດປ້ອງກັນໜ່ວຍປ່ອນບັດໃນທົ່ວແຂວງ, ໜ່ວຍກໍາລັງ ປກຊ-ປກສ ແຂວງ, ໜ່ວຍປ່ອນບັດເຄື່ອນທີ່ ແລະ ກໍາລັງປ້ອງກັນ; ນອກນີ້, ຍັງມີກໍາລັງ ປກສ-ກອງຫຼອນບ້ານ ເປັນກໍາລັງເສີມໃນການປ້ອງກັນ. ນອກຈາກນັ້ນ, ສອງກໍາລັງໄດ້ກະກຽມກໍາລັງສໍາຮອງຢູ່ຂັ້ນແຂວງ-ເມືອງ ເພື່ອກຽມພ້ອມສູ້ຮົບ ແລະ ກະກຽມພາຫະນະ, ອາວຸດຍຸດໂທປະກອນ, ເຄື່ອງເຕັກນິກວິຊາສະເພາະ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ໃຫ້ມີຄວາມສະຫງົບປອດໄພ 100%.

(ຄັດຈາກເພຈ: Lao people’s Army News)

