ຕິດຕາມ, ຊຸກຍູ້ວຽກງານ ປກຊ-ປກສ ການເລືອກຕັ້ງຢູ່ຜົ້ງສາລີ

ກ.ພ. 11, 2026

(ສພຊ)​ – ວັນທີ 9 ກຸມພາຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຕິດຕາມ, ຊຸກຍູ້ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົຈວ. ປອ. ມາລາ ວິລະຈິດ ຮອງປະທານກຳມະການປ້ອງຊາດ-ປ້ອງກັນຄວາມສະຫງົບ, ກໍາມະການອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ສະຫາຍ ພົຈວ. ບົວວັນ ອາດຖະໜາໄຊ ຫົວໜ້າຫ້ອງການ ປກຊ-ປກສ ສູນກາງພັກ, ມີບັນດາຄະນະກໍາມະການ ປກຊ-ປກສ ແຂວງ, ຫົວໜ້າຫ້ອງການ ປກຊ-ປກສ ແຂວງ, ກໍາມະການໃນຄະນະກໍາມະການເລືອກຕັ້ງຂັ້ນແຂວງ (ຄລຂ) – ຂັ້ນເມືອງ ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຂຶ້ນຜ່ານບົດລາຍງານຫຍໍ້ສະພາບການຕ່າງໆໃນການກຽມຄວາມພ້ອມ ແລະ ຈັດຕັ້ງຜັນຂະຫຍາຍແຜນປ້ອງກັນການເລືອກຕັ້ງຢູ່ແຂວງຜົ້ງສາລີ ໂດຍອີງໃສ່ສະພາບຈຸດພິເສດຂອງແຂວງ ແລະ ບັນດາເມືອງ, ພື້ນທີ່ລໍ່ແຫຼມເສັ້ນທາງເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ແລະ ເຂດຊຸມຊົນ; ອະນຸກໍາມະການ ປກຊ-ປກສ ຂັ້ນແຂວງ ໄດ້ຈັດວາງກໍາລັງ ແລະ ກໍານົດຈຸດປ່ອນບັດຂອງສອງກໍາລັງ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນການເລືອກຕັ້ງຢູ່ໃນຂອບເຂດທົ່ວແຂວງ ເຊິ່ງໄດ້ແຕ່ງຕັ້ງຄະນະຊີ້ນໍາລວມຂັ້ນແຂວງ 6 ສະຫາຍ, ຄະນະຊີ້ນໍາປ້ອງກັນຕົວຈິງ ປກຊ-ປກສ ແຂວງ-ເມືອງ 58 ສະຫາຍ, ຈຸດປ້ອງກັນໜ່ວຍປ່ອນບັດໃນທົ່ວແຂວງ ມີ 201 ໜ່ວຍ, ໜ່ວຍກໍາລັງ ປກຊ ແຂວງ ມີ 4 ໜ່ວຍ, ໜ່ວຍກໍາລັງ ປກສ ແຂວງ ມີ 2 ໜ່ວຍ ແລະ ໜ່ວຍປ່ອນບັດເຄື່ອນທີ ມີ 162 ໜ່ວຍ, ນໍາໃຊ້ກໍາລັງປ້ອງກັນ 804 ຄົນ (ນອກນີ້, ຍັງມີກໍາລັງ ປກສ-ກອງຫຼອນບ້ານ ເປັນກໍາລັງເສີມໃນການປ້ອງກັນແຕ່ລະຈຸດ), ສໍາລັບຈຸດມີຄວາມສ່ຽງ ແລະ ຈຸດຊາຍແດນເຂົ້າ-ອອກ ໄດ້ກໍານົດແຜນປ້ອງກັນມອບໃຫ້ ປກສ ກຸ່ມບ້ານ ສົມທົບກັບກໍາລັງ ປກສ-ກອງຫຼອນ ປະຈໍາການຍາມ; ນອກຈາກນັ້ນ, ສອງກໍາລັງໄດ້ກະກຽມກໍາລັງສໍາຮອງຢູ່ຂັ້ນແຂວງ-ເມືອງ ເພື່ອກຽມພ້ອມສູ້ຮົບ ມີ 86 ສະຫາຍ, ກະກຽມພາຫະນະ, ອາວຸດຍຸດໂທປະກອນ, ເຄື່ອງເຕັກນິກວິຊາສະເພາະ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ. ຈາກນັ້ນ, ຍັງໄດ້ຜ່ານຄໍາແນະນໍາການເພີ່ມທະວີການນໍາພາ-ຊີ້ນໍາວຽກງານ ປກຊ-ປກສ ໃຫ້ແກ່ການເລືອກຕັ້ງ, ຮັບຟັງການລາຍງານການກະກຽມຄວາມພ້ອມຂອງອະນຸກໍາມະການ ປກຊ-ປກສ ຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ຮັບຟັງການລາຍງານການກະກຽມຄວາມພ້ອມໃນການວາງແຜນວຽກງານຂອງຕົນໃນແຕ່ລະດ້ານ-ແຕ່ລະຈຸດເປົ້າໝາຍຄວາມຮັບຜິດຊອບ ໃນການເຄື່ອນໄຫວວຽກງານຂອງແຕ່ລະກົມກອງ ໃຫ້ໄດ້ຕາມແຜນທີ່ວາງໄວ້ຄື: ແຜນວຽກ, ແຜນງານ, ແຜນຄົນ ຢ່າງຮັດກຸມ ແລະ ເອົາໃຈໃສ່ຕໍ່ວຽກງານ ປກຊ-ປກສ ຂອງ ຄລຂ ໃຫ້ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ.
ພົຈວ. ປອ. ມາລາ ວິລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການກະກຽມຄວາມພ້ອມວຽກງານ ປກຊ-ປກສ ພ້ອມທັງເນັ້ນຕື່ມໃນການນຳເອົາແຜນການຂອງວຽກງານດັ່ງກ່າວ ໄປເຊື່ອມຊຶມ, ຜັນຂະຫຍາຍ ແລະ ສຶກສາອົບຮົມຕໍ່ພະນັກງານ ແລະ ການຈັດຕັ້ງທຸກຂັ້ນ ໃຫ້ເຂົ້າໃຈ ແລະ ສຸມສະຕິປັນຍາເຫື່ອແຮງ ປະກອບສ່ວນຕໍ່ວຽກງານດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ; ກໍານົດແຜນການເຄື່ອນໄຫວຂອງເມືອງ ໃນການບ່ອນບັດເລືອກຕັ້ງຕາມຈຸດຕ່າງໆ ແລະ ເພີ່ມທະວີນໍາພາ-ຊີ້ນໍາພະແນກວິຊາສະເພາະທີ່ເຮັດໜ້າທີ່ ປກຊ-ປກສ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຕິດຕາມ, ເພີ່ມທະວີດ້ານກໍາລັງ, ພາຫະນະ ແລະ ອາວຸດຍຸດໂທປະກອນ ຕ້ອງມີການກະກຽມຄວາມພ້ອມຕະຫຼອດເວລາ ໃຫ້ມີຄວາມເຂັ້ມແຂງໃນວຽກງານຮອບດ້ານເພື່ອຕ້ານບັນຫາປາກົດການຫຍໍ້ທໍ້ ແລະ ກົນອຸບາຍຂອງສັດຕູທີ່ບໍ່ຫວັງດີທັງພາຍໃນ ແລະ ພາຍນອກ ເພື່ອບໍ່ໃຫ້ມີບັນຫາ ແລະ ຜົນກະທົບຕໍ່ການເລືອກຕັ້ງທີ່ຈະມາຮອດໃນມໍ່ໆນີ້ ໃຫ້ມີຂະບວນການຟົດຟຶ້ນ ແລະ ໄດ້ຕາມລະດັບຄາດໝາຍຂອງວຽກງານ ປກຊ-ປກສ.
(ຄັດຈາກເພຈ: ຄວາມສະຫງົບ Lao Security News)