ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ

ກ.ພ. 20, 2023 | SlideMobile

(ສພຊ) ເພື່ອເປັນການຢ້ຽມຢາມ, ລຽກປ່ຽນຄໍາເຫັນ ແລະ ທັດສະນະກ່ຽວກັບການພັດທະນານິຄົມໃນໄລ ຍະໃໝ່; ລົງເກັບກໍາຂໍ້ມູນຕົວຈິງກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງຂະແໜງການທີ່ ກ່ຽວຂ້ອງ ແລະ ຫົວໜ່ວຍທຸລະກິດຕ່າງໆ ຢູ່ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ; ຕິດຕາມ ຊຸກຍູ້ແກ້ໄຂຄວາມຫຍຸ້ງຍາກໃນການນໍາເຂົ້າ-ອອກສິນຄ້າຂອງຫົວໜ່ວຍການຜະລິດ ກໍຄືຢູ່ໃນຂອບເຂດນິຄົມອຸດ ສາຫະກໍາ ແລະ ການຄ້າດັ່ງກ່າວ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິພາບ ແລະ ເພື່ອເປັນຂໍ້ມູນ ແລະ ບ່ອນ ອີງລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ໃນຕອນບ່າຍຂອງວັນທີ 17 ກຸມພາ 2023 ທ່ານ ຮສ. ປອ. ລິນຄໍາ ດວງ ສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ VITA park ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເສີນ ຊີເສີນ ຜູ້ອໍານວຍການບໍລິສັດລາວວີຕາພັດທະນາຈໍາກັດ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ຄະນະ ໄດ້ຮັບຟັງການນໍາສະເໜີກ່ຽວກັບການພັດທະນານິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງໃນໄລຍະຜ່ານມາຈົນເຖິງປັດຈຸບັນ; ລາຍງານແຜນການພັດທະນານິຄົມໃນໄລຍະໃໝ່ ແລະ ບັນ ຫາຂໍ້ຫຍຸ້ງຍາກໃນການພັດທະນານິຄົມ ແລະ ສົນທະນາແລກປ່ຽນຄໍາເຫັນລະຫວ່າງຄະນະຜູ້ແທນ, ຫ້ອງການຄຸ້ມ ຄອງບໍລິຫານນິຄົມ ແລະ ບໍລິສັດລາວວີຕາພັດທະນາຈໍາກັດ ຈາກນັ້ນ, ທ່ານປະທານກໍາມາທິການເສດຖະກິດ, ເຕັກ ໂນໂລຊີ ແລະ ສິ່ງແວດລ້ອມ ກໍໄດ້ມີຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາ ພ້ອມທັງຢ້ຽມຢາມໂຮງງານຜະລິດຫົວອາຫານສັດ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)