loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດການຂຸດຄົ້ນບໍ່ແຮ່ເຫຼັກ ຂອງບໍລິສັດ ຕຸ່ນຮວງ ຢູ່ເຂດບ້ານພູແທນ, ເມືອງຫຼາ.

ສ.ຫ. 3, 2022 | ເຂດ 4 ອຸດົມໄຊ

ວັນທີ 29 ກໍລະກົດ 2022 ນີ້, ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ, ເຊິ່ງນຳໂດຍທ່ານ ນາງ ໄລວອນ ຈັນທະລາ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ, ຫົວໜ້າຄະນະສະ ມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ ແລະ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະ ຈຳເຂດເລືອກຕັ້ງເມືອງຫຼາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດການຂຸດຄົ້ນແຮ່ເຫຼັກຂອງບໍລິສັດ ຕຸ່ນຮວງ ຢູ່ເຂດກຸ່ມບ້ານພູແທນ, ເມືອງຫຼາ, ແຂວງອຸດົມໄຊ.

ການລົງຕິດຕາມ, ກວດກາ ແລະ ຊຸກຍູ້ ຄັ້ງນີ້ແມ່ນແນ່ໃສການຈັດຕັ້ງປະຕິບັດລະບຽບການຕ່າງໆຂອງບໍລິສັດ ຕຸ່ນຮວງ ເປັນຕົ້ນແມ່ນວຽກງານເຊົ່າ, ສໍາປະທານທີ່ດິນເຂດທຳການຜະລິດຂອງປະຊາຊົນ, ການແກ້ໄຂບັນຫາຕ່າງໆໃນເຂດສຳປະທານ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ, ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ ໃນການປົກປ້ອງສິດຜົນປະໂຫຍດລວມຂອງລັດ ແລະ ປະຊາຊົນບັນດາເຜົ່າຕາມກົດໝາຍສະພາປະຊາຊົນຂັ້ນແຂວງກໍານົດໄວ້ ແລະ ທັງເປັນການຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ທັງຮັບປະກັນໃຫ້ການຄຸ້ມຄອງເສດຖະກິດ-ສັງຄົມ, ການປັບປຸງອໍານາດລັດໃຫ້ມີຄວາມເຂັ້ມແຂງ ຫັນເຂົ້າສູ່ລະບຽບກົດໝາຍເທື່ອກ້າວ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ ໃນການກະກຽມ ແລະ ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຂວງອຸດົມໄຊ ຊຸດທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານຈາກປະທານບໍລິສັດ ຕຸ່ນຮວງ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບການເຊົ່າ-ສໍາປະທານທີ່ດິນ, ວຽກງານການຄ້ຳປະກັນຄ່າແຮງງານ, ຂັ້ນຕອນການເສຍພາສີອາກອນໃຫ້ແກ່ລັດ ແລະ ການແກ້ໄຂຄ່າເສຍຫາຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໂດຍກົງ,  ພ້ອມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈຳເມືອງ. ຈາກນັ້ນ, ທາງຄະນະທິມງານລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍຸ້ ຢູ່ພາກສະໜາມເປັນຕົ້ນ: ຈຸດຂຸດຄົ້ນບໍ່ເຫຼັກ ແລະ ຈຸດກັ່ນຕ່ອງແຮ່ເຫຼັກ.

ໂອກາດດັ່ງກ່າວທາງຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ຍັງໄດ້ມີຄໍາເຫັນເນັ້ນໜັກໃຫ້ທາງ ບໍລິສັດ ຄວນຖ່າຍເຖນ້ຳປົນເປື້ອນ ຢູ່ຈຸດກັ່ນຕ່ອງແຮ່ຢ່າງມີຄວາມລະມັດລະວັງ, ບໍ່ໃຫ້ປ່ອຍລົງສູ່ຫ້ວຍນ້ຳທີ່ປະຊາຊົນຊົມໃຊ້ ແລະ ເຂດທຳການຜະລິດ ອັນກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ສິ່ງແວດລ້ອມ.ພາບ/ຂ່າວ: ແສງພອນ ອິນນະລົງ.