(ສພຊ) – ວັນທີ 2 ຕຸລາຜ່ານມາ, ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການບໍລິການປິ່ນປົວສຸຂະພາບຢູ່ສະຖານທີ່ບໍລິການປິ່ນປົວຂອງພາກລັດ, ເອກະຊົນ ແລະ ການເສີມຄວາມງາມ ຢູ່ບັນດາສູນເສີມຄວາມງາມໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ພົບປະ ແລະ ເຮັດວຽກຮ່ວມກັບຄະນະນຳຂອງກະຊວງສາທາລະນະສຸກ, ໂຮງໝໍມະໂຫສົດ, ໂຮງໝໍກະເສມລາດ ແລະ ລົງເຄື່ອນໄຫວຢ້ຽມຢາມຄລິນິກ ແລະ ສູນເສີມຄວາມງາມຈຳນວນໜຶ່ງ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທຳມະນູນ, ບັນດາກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ (ສພຊ) ແລະ ນິຕິກຳອື່ນໆ ທີ່ຕິດພັນກັບການເຄື່ອນໄຫວວຽກງານດັ່ງກ່າວ ເນື່ອງຈາກວ່າເປັນບັນຫາຫາງສຽງພົ້ນເດັ່ນ ແລະ ເຄັ່ງຮ້ອນຂອງສັງຄົມໃນປັດຈຸບັນ ທີ່ສະເໜີຜ່ານໂທລະສັບສາຍດ່ວນ 156 ໄລຍະດໍາເນີນກອງປະຊຸມ ສພຊ ໃນໄລຍະຜ່ານມາ ເປັນຕົ້ນ: ການບໍລິການຕ້ອນຮັບຄົນເຈັບທີ່ຍັງບໍ່ເປັນທີ່ເພິ່ງພໍໃຈຂອງປະຊາຊົນ, ການເກັບຄ່າບໍລິການ ແລະ ຢາ ທີ່ມີລາຄາສູງ, ການເຄື່ອນໄຫວ ແລະ ການບໍລິການຂອງບັນດາຄລິນິກ ແລະ ສູນສົ່ງເສີມຄວາມງາມ ທີ່ບໍ່ທັນຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະການເສີມຄວາມງາມທີ່ບໍ່ທັນຮັບປະກັນຄວາມປອດໄພເທົ່າທີ່ຄວນ ເຮັດໃຫ້ມີຜົນກະທົບໃນການດຳລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຊິ່ງທັງໝົດນີ້ ຈະໄດ້ນໍາໄປຄົ້ນຄວ້າ, ວິເຄາະວິໄຈ ແລະ ຊອກຫາສາເຫດ, ຂໍ້ຄົງຄ້າງ, ມາດຕະການແກ້ໄຂ ເພື່ອນໍາສະເໜີລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ຊາບ ແລະ ມີທິດຊີ້ນໍາໃນການແກ້ໄຂ, ຊອກໃຫ້ເຫັນຂອດອຸດຕັນໃນການຄຸ້ມຄອງວຽກງານບໍລິການເສີມສວຍ, ເສີມຄວາມງາມ ຂອງຂະແໜງການທີ່ກ່ຽວຂ້ອງ.
ໃນການເຄື່ອນໄຫວ, ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 103/ສພຊ ກ່ຽວກັບຄຸນນະພາບການບໍລິການປິ່ນປົວຢູ່ໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ; ການຈັດຕັ້ງປະຕິບັດບັນດານິຕິກຳຂອງຂະແໜງການສາທາລະນະສຸກ ເປັນຕົ້ນ: ນະໂຍບາຍ 5 ດີ 1 ພໍໃຈ, ດຳລັດວ່າດ້ວຍໂຮງໝໍເອກະຊົນ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງສູນປິ່ນປົວ ຫຼື ສູນການແພດ ແລະ ຫ້ອງກວດພະຍາດເອກະຊົນ. ຈາກນັ້ນ, ໄດ້ໄປຢ້ຽມຢາມໂຮງໝໍ, ຄລິນິກ ແລະ ສູນເສີມຄວາມງາມຈຳນວນໜຶ່ງ ເພື່ອເກັບກຳສະພາບການດຳເນີນກິດຈະການ, ດ້ານບຸກຄະລາກອນ, ອຸປະກອນການແພດ, ການກໍານົດຄ່າບໍລິການປິ່ນປົວ ແລະ ຄ່າຢາ, ການສ້າງວຽກເຮັດງານທໍາ, ການປະຕິບັດນະໂຍບາຍຕໍ່ພະນັກງານ ແລະ ການບໍລິການເສີມຄວາມງາມ, ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂໃນຕໍ່ໜ້າ; ພ້ອມກັນນີ້, ກໍໄດ້ມີການປະກອບຄຳຄິດຄຳເຫັນ, ສົນທະນາແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ.
ທ່ານປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງການສາທາລະນະສຸກ ແລະ ບັນດາໂຮງໝໍ ຕໍ່ຜົນງານທີ່ຍາດມາໄດ້ ທັງເນັ້ນໜັກໃຫ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາວຽກງານດັ່ງກ່າວ ໃຫ້ໄປຕາມກົດໝາຍ ແລະ ນິຕິກຳທີ່ກຳນົດໄວ້ ທັງການກຳນົດລາຄາການປິ່ນປົວຢູ່ໂຮງໝໍພາກລັດ ແລະ ເອກະຊົນ ໃຫ້ມີຄວາມເປັນເອກະພາບກັນ, ມີຄວາມເໝາະສົມ ແລະ ເປັນທຳ; ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ໃນການສ້າງນິຕິກຳທີ່ຈຳເປັນ, ສ້າງກົນໄກການປະສານງານ ແລະ ແບ່ງຄວາມຮັບຜິດຊອບກັນຢ່າງລະອຽດຈະແຈ້ງ ໃນການຄຸ້ມຄອງວຽກງານເສີມສວຍ ແລະ ເສີມຄວາມງາມ.
ຕິດຕາມກວດກາ ແລະ ຊຸກຍູ້ການບໍລິການປິ່ນປົວສຸຂະພາບຢູ່ສະຖານບໍລິການປິ່ນປົວ
