ຕິດຕາມກວດກາ ປັດໃຈ ແລະ ສາເຫດ ການປະລະການຮຽນຂອງນັກຮຽນຊັ້ນປະຖົມ ປໍ5, ມັດທະຍົມ ຢູ່ບັນດາເມືອງເປົ້າໝາຍ

ທ.ວ. 1, 2025

ໃນລະຫວ່າງ ວັນທີ 10-14 ພະຈິກ 2025 ທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ຄະນະປະຈຳ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ພ້ອມດ້ວຍຄະນະຂອງສະພາປະຊາຊົນແຂວງ, ຊຶ່ງມີບັນດາທ່ານຕ່າງໜ້າແນວລາວສ້າງຊາດແຂວງ, ພະແນກສຶກສາທິການ ແລະ ກິລາ, ຮອງປະທານ ຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ຂອງບັນດາເມືອງເປົ້າໝາຍ), ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ມີຄະນະອໍານວຍການ ແລະ ຄູອາຈານທັດທະຍົມສົມບູນ, ມີຫົວໜ້າໝວດ ແລະ ຄູອາຈານໂຮງຮຽນ ປະຖົມສົມບູນ ພ້ອມດ້ວຍການຈັດຕັ້ງສະມາຄົມພໍ່ແມ່ນັກຮຽນຂອງບັນດາເມືອງ ເຂົ້າຮ່ວມ ຈໍານວນ 166 ຄົນ, ຍິງ 57 ຄົນ.


ການລົງຕິດຕາມກວດກາໃນຄັ້ງນີ້ ໄດ້ຮັບຟັງການລາຍງານສະພາ
ບລວມຂອງບັນດາໂຮງຮຽນເປົ້າໝາຍ ກ່ຽວກັບ ປັດໃຈ ແລະ ສາເຫດ ການປະລະການຮຽນຂອງນັກຮຽນຊັ້ນປະຖົມ ປໍ5 ແລະ ມັດທະຍົມ ຈາກອໍານວຍການ ໂຮງຮຽນປະຖົມ, ມັດທະນຍົມສົມບູນ ແລະ ການຈັດຕັ້ງສະມາຄົມພໍ່ແມ່ນັກຮຽນ ຂອງໂຮງຮຽນມັດທະຍົມສົມບູນ ເມືອງໂພນທອງ, ໂຮງຮຽນປະຖົມສົມດອນເງິນ ເມືອງໂພນທອງ; ໂຮງຮຽນປະຖົມສົມບູນບ້ານຝ່າຍ, ໂຮງຮຽນມັດ ທະນະຍົມສົມບູນເມືອງປາກອູ, ໂຮງຮຽນປະຖົມສົມບູນບວມຜາແສງ ແລະ ໂຮງຮຽນມັດທະຍົມສົມບູນເມືອງປາກແຊງ ເຫັນວ່າ: ປັດໃຈ ແລະ ສາເຫດ ທີ່ເຮັດໃຫ້ນັກຮຽນ ປໍ5 ແລະ ມັດທະຍົມສົມບູນ ປະລະການຮຽນ ຢູ່ 6 ໂຮງຮຽນ ຂອງ 3ເມືອງດັ່ງກ່າວ ແມ່ນພົບຄ້າຍຄືກັນ ເຊິ່ງສະແດງໃຫ້ເຫັນຄືດັ່ງນີ້:

1) ປັດໄຈພາຍນອກ: ຍ້ອນການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງຂອງຂົງເຂດວຽກງານການສຶກສາ ບໍ່ທັນເຂົ້າເຖິງພໍ່ແມ່ປະຊາຊົນໄດ້ກ້ວາງຂວາງເທື່ອ, ເຮັດໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນຈໍານວນບໍ່ໜ້ອຍ ບໍ່ທັນເຂົ້າໃຈໄດ້ວ່າວຽກງານການສຶກສາມີຄວາມໝາຍຄວາມສໍາຄັນແນວໃດ, ວຽກງານການສຶກສາແມ່ນຄວາມຮັບຜິດຊອບຂອງພາກສ່ວນໃດແດ່, ປະຊາຊົນເຂົ້າໃຈພຽງແຕ່ວ່າໂຮງຮຽນລັດແມ່ນລັດເປັນຜູ້ຮັບຜິດຊອບທັງໝົດຝ່າຍດຽວ ຈິ່ງເຮັດໃຫ້ການປະກອບສ່ວນຊຸກຍູ້, ສົ່ງເສີມການຈັດຕັ້ງປະຕິບັດວຽກງານການສຶກສາພົບຄວາມຫຸ້ຍງຍາກ;ຍ້ອນສະພາບເສດຖະກິດແປປ່ວນ, ເງິນເຟີ້, ຄ່າຄອງຊີບສູງຂື້ນ, ການຊອກຫາວຽກເຮັດງານທໍາຂອງປະຊາຊົນ ເພື່ອສ້າງລາຍໄດ້ບໍ່ມີຄວາມໝັ້ນຄົງດ້ານລາຍຮັບເນື່ອງຈາກເປັນແຮງງານນອກລະບົບ, ລາຍຮັບຂອງປະຊາຊົນບໍ່ທັນສົມດູນກັບລາຍຈ່າຍ, ມີລູກຫຼາຍຄົນ, ບ້ານຢູ່ໄກຈາກໂຮງຮຽນຫຼາຍກິໂລແມັດ ເຮັດໃຫ້ສະພາບເສດຖະກິດຄອບຄົວມີຄວາມຫຸ້ຍງຍາກ, ບໍ່ສາມາດນໍາສົ່ງລູກເຂົ້າຮຽນໄດ້ທັງໝົດຈິ່ງຈໍາເປັນໃຫ້ລູກອອກໂຮງຮຽນເພື່ອເປັນແຮງງານຊອກຫາລາຍໄດ້ມາຮັບໃຊ້ຄອບຄົວ;ຍ້ອນສະພາບສັງຄົມ ປະຊາຊົນຍັງມີແນວຄິດປຽບທຽບຊັ່ງຊາເຂົ້າໃຈໄປໃນທາງທີ່ຜິດຕໍ່ນະໂຍບາຍກ່ຽວກັບວຽກງານການສຶກສາ, ຄິດວ່າວຽກງານການສຶກສາເປັນພາລະໜ້າທີ່ພັກ-ລັດຕ້ອງຮັບຜິດຊອບທັງໝົດ, ເຂົ້າໃຈວ່າລັດຕ້ອງຮອງຮັບນັກຮຽນທີ່ຮຽນຈົບວິຊາຊີບເຂົ້າເປັນພະນັກງານສັງກັດລັດທັງໝົດ, ເມື່ອລູກຮຽນໜັງສືຈົບມາຕ້ອງໄດ້ເຂົ້າເປັນພະນັກງານສັງກັດລັດ, ມີເງິນເດືອນກິນ, ຫາກວ່າຮຽນຈົບບໍ່ໄດ້ເຮັດການນໍາລັດບໍ່ມີຄວາມຈໍາເປັນຕ້ອງໃຫ້ລູກເຂົ້າໂຮງຮຽນເພາະຈະເຮັດໃຫ້ເສຍເວລາ, ເສຍງົບປະມານທີ່ສົ່ງເສີມການຮຽນໃຫ້ລູກ; ຍ້ອນເທັກໂນໂລຊີນະວັດຕະກໍາໃນປະຈຸບັນເປັນຕົ້ນແມ່ນໂທລະສັບມືຖື, ຄອມພິວເຕີ ນັກຮຽນມີຄວາມຕ້ອງການໃຫ້ພໍ່ແມ່ສະໜອງໃຫ້ເພື່ອນໍາໃຊ້ແຕ່ຜົນໄດ້ຮັບຈາກການສະໜອງ ມີນັກຮຽນບໍລິໂພກໃນສິ່ງທີ່ບໍ່ໃຫ້ຄວາມຮູ້, ບໍ່ໃຫ້ປະໂຫຍດຈິ່ງເຮັດໃຫ້ເສຍການຮຽນ, ໃນທີ່ສຸດກໍ່ອອກໂຮງຮຽນ.

2)ປັດໄຈພາຍໃນ: ຍ້ອນຕົວນັກຮຽນເອງບໍ່ຢາກເຂົ້າຮຽນ ມີສາເຫດມາຈາກ: ຕິດເກມ, ເສບສິ່ງເສບຕິດ (ນໍ້າກະທ້ອມ), ສູບຢາສູບໄຟຟ້າ, ຊຸມແຊວຢູ່ຕາມຮ້ານກິນດື່ມ ເຮີ່ຕາມກະແສສັງຄົມ, ຮຽນອ່ອນອາຍໝູ່ເລີຍອອກໂຮງຮຽນ, ຍ້ອນຜູ້ປົກຄອງຂອງນັກຮຽນຂາດຄວາມເອົາໃສ່ໃຈຕໍ່ລູກຫລານຂອງຕົນເອງ; ປ່ອຍປະລູກຢູ່ບ້ານ ແຕ່ຕົນເອງໄປອອກແຮງງານຢູ່ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດ, ຕາມໃຈລູກໃນການຕາມກະແສສັງຄົມ, ກໍລະນີລູກຫຼານເຄື່ອນໄຫວ ປະພຶດຕົນຜິດລະບຽບຂອງໂຮງຮຽນວາງໄວ້ ຜູ້ປົກຄອງຍັງມີແນວຄິດປົກປ້ອງລູກຫຼານບໍ່ຢາກໃຫ້ການຮ່ວມມືໃນການແກ້ໄຂບັນຫາຮ່ວມກັບຄູອາຈານ; ການຮຽນ-ການສອນຊັ້ນປະຖົມຄູສອນບໍ່ພຽງພໍ, ມີຫ້ອງຄວບຈໍານວນຫຼາຍ, ມີໂຮງຮຽນບາງແຫ່ງ ມີ 05ຂັ້ນຮຽນ(ປໍ1-ປໍ5) ມີຄູສອນພຽງ 2 ທ່ານ, ຄູອາຈານຈຳນວນໜຶ່ງ ຍັງຂາດຄວາມເອົາໃຈໃສຕໍ່ໜ້າທີ່ວຽກງານຂອງຕົນເອງ, ຂາດການຄົ້ນຄວ້າວິທີການສອນຮູບແບບໃໝ່, ຂາດການແຕ່ງບົດສອນ, ຂາດການປະຕິບັດໜ້າທີ່, ເຮັດໃຫ້ ການຮຽນ-ການສອນ ຍັງບໍ່ມີຄຸນນະພາບດີ (ແລ່ນນຳແຕ່ປະລິມານ), ນັກຮຽນປະຖົມຮຽນຈົບຊັ້ນປະຖົມ ຂຽນ, ອ່ານພາສາລາວບໍ່ໄດ້ ເຮັດໃຫ້ການເຂົ້າຮຽນມັດທະຍົມຕົ້ນຫຼຸດລົງ ແລະ ນັກຮຽນຈໍານວນໜຶ່ງຮຽນອ່ອນ ຈຶ່ງບໍ່ສືບຕໍ່ຮຽນໝົດສົກຮຽນ ເປັນສາເຫດເຮັດໃຫ້ອັດຕາຫຼອດເຫຼືອຂອງນັກຮຽນທ້າຍສົກຮຽນຕໍ່າ, ມີຄູຈໍານວນໜຶ່ງອອກອຸດໜູນ ແລະ ຍິ່ງໄປກວ່ານີ້ແມ່ນຍັງມີຄູ ປະລະໜ້າທີ່ ໄປສ້າງເສດຖະກິດຄອບຄົວ; ປະຊາຊົນ ບໍ່ມີອາຊີບຄົງທີ່, ບໍ່ມີລາຍຮັບທີ່ໝັ້ນຄົງ, ລາຍຮັບຂອງຄອບຄົວ ອາໄສໃສ່ແຕ່ລະດູການຜະລິດ ແລະ ຜົນຜະລິດ, ໃນລະດູການຜະລິດບາງຄອບຄົວທີ່ທໍາການຜະລິດຢູ່ໄກຈຳເປັນຕ້ອງເອົາລູກຫຼານອອກໄປອາໄສຢູ່ໄຮ່ ຢູ່ສວນນຳ ເຮັດໃຫ້ນັກຮຽນຂາດຮຽນ ແລະ ຮຽນບໍ່ຄົບຕາມຫຼັກສູດ ຈຶ່ງເຮັດໃຫ້ມີການປະລະການຮຽນ; ອຸປະກອນການຮຽນ-ການສອນສ່ວນໃຫຍ່ບໍ່ທັນສາມາດຕອບສະໜອງໃຫ້ແກ່ການຮຽນ-ການສອນໄດ້ເທື່ອຕົວຢ່າງ: ປື້ມແບບຮຽນມີຈໍາກັດ, ເທັກໂນໂລຢີນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ຄົ້ນຄ້ວາຂໍ້ມູນຂ່າວສານການພັດທະນາການສຶກສາຢູ່ຫຼາຍທ້ອງຖິ່ນຍັງພົບຄວາມຫຸ້ຍງຍາກ, ບໍ່ທັນສາມາດ ຮັບປະກັນການເຮັດວຽກໃຫ້ມີຄວາມວ່ອງໄວທັນສະໄໝ, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນຍຸກສະໄໝປະຈຸບັນຊຶ່ງເປັນປັດໄຈສາເຫດໜືຶ່ງທີ່ຂາດຄວາມຈູງໃຈວຽກງານການຮຽນ-ການສອນ; ການຄົ້ນຄ້ວາຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນ ກ່ຽວກັບນະໂຍບາຍການສຶກສາຕາມກົດໝາຍ ແລະ ນິຕິກໍາກ່ຽວຂ້ອງກໍານົດຍັງບໍ່ທັນເລິກເຊິ່ງ, ການວາງແຜນສະກັດກັ້ນການປະລະການຮຽນແຕ່ຫົວທີຢູ່ແຕ່ລະໂຮງຮຽນບໍ່ທັນເປັນເອກະພາບ, ຍັງມີລັກສະນະເຮັດພໍໃຜພໍລາວ, ສ່ວນໃຫຍ່ແມ່ນການວາງລະບຽບປັບໃໝນັກຮຽນທີ່ອອກໂຮງຮຽນ, ແຕ່ຂອດການຄົ້ນຄ້ວານະໂຍບາຍ ຊຸກຍູ້ສົ່ງເສີມຕໍ່ຄອບຄົວທຸກຍາກ, ຄອບຄົວທີ່ຫຸ້ຍງຍາກມີລູກຫຼາຍຄົນແມ່ນເຮັດບໍ່ທັນທົ່ວເຖິງ;

ໃນຕອນທ້າຍກອງປະຊຸມ ທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ຄະນະປະຈຳ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ຍັງໄດ້ຊຸກຍູ້ ແລະ ເນັ້ນບາງຈຸດທີ່ສໍາຄັນ ໃຫ້ບັນດາເມືອງ ແລະ ໂຮງຮຽນ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງປະຕິບັດແຜນພັດທະນາວຽກງານການສຶກສາຢູ່ 03 ເມືອງດັ່ງນີ້:

1). ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະພັດທະນາການສຶກສາຂອງເມືອງ ແລະ ບ້ານ ຕ້ອງເພີ່ມທະວີຍົກສູງການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ ແລະ ຜັນຂະຫຍາຍກົດໝາຍ, ນິຕິກໍາໃຕ້ກົດ   ໝາຍທີ່ກ່ຽວຂ້ອງກັບວຽກງານການສຶກສາດ້ວຍຫຼາຍຮູບແບບໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ເຂົ້າເຖິງປະຊາຊົນຢ່າງແທ້ຈິງ;

2). ພ້ອມກັນເພີ່ມທະວີປຸກລະດົມຊຸກຍູ້ສົ່ງເສີມໃຫ້ສັງຄົມ ແລະ ຊຸມຊົນມີສ່ວນຮ່ວມໃນການປະກອບທຶນຮອນເຂົ້າໃນວຽກງານການສຶກສາໃຫ້ຫຼາຍຂື້ນເພື່ອເຮັດໃຫ້ວຽກງານການສຶກສາກາຍເປັນພັນທະ ແລະ ມີໜ້າທີ່ສ່ວນຮ່ວມຂອງໝົດທຸກຄົນ ເນື່ອງຈາກງົບປະມານລັດມີຈໍາກັດ;

3). ສະເໜີໃຫ້ອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສືບຕໍ່ ແລະ ເພີ່ມທະວີການໃກ້ຊິດຕິດແທດລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານການສຶກສາຢ່າງຕໍ່ເນື່ອງ ເພື່ອເກັບກໍາສະພາບບັນຫາການຈັດຕັ້ງປະຕິບັດວຽກງານການສຶກສາ, ການຮຽນ-ການສອນຢູ່ໂຮງຮຽນແຫ່ງຕ່າງໆແນໃສ່ການສ້າງແຜນແກ້ໄຂບັນຫາໃຫ້ຖືກຈຸດ ແລະ ຖືກເປົ້າໝາຍ;

4). ສະເໜີໃຫ້ພ້ອມກັນສືບຕໍ່ຍົກສູງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາໃຫ້ບັນລຸຕາມແຜນການເປັນຕົ້ນແມ່ນບັນດາຄາດໝາຍຕົວຊີ້ວັດທີ່ສະພາປະຊາຊົນແຂວງໄດ້ຮັບຮອງໂດຍສະເພາະແມ່ນຄາດໝາຍທີ່ບໍ່ທັນບັນລຸ, ມີທ່າອ່ຽງເພີ່ມຂື້ນໃນແຕ່ລະປີຊຶ່ງຖືວ່າເປັນຄາດໝາຍຕົວຊີ້ວັດທີ່ມີລັກສະນະຖົດຖອຍ, ເອົາໃຈໃສ່ແກ້ໄຂບັນຫາສະພາບການຮຽນ-ການສອນມີແຕ່ປະລິມານບໍ່ມີຄຸນນະພາບ, ດໍາເນີນການສ້າງແຜນການຮຽນ-ການສອນໃຫ້ໄປຕາມແຜນການຖືກທິດ, ຖືກເປົ້າໝາຍ ແລະ ຈຸດປະສົງຂອງການພັດທະນາການສຶກສາໄປຕາມ 05 ຫຼັກມູນການສຶກສາຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງງານສຶກສາ, ສີລປະສຶກສາ ແລະ ກາຍະສຶກສາໃຫ້ເປັນປົກກະຕິຕໍ່ເນື່ອງຢູ່ແຕ່ລະໂຮງຮຽນ;

5). ຕໍ່ກັບວຽກງານການຄຸ້ມຄອງ-ນໍາພາ ສະເໜີໃນການຄົ້ນຄ້ວາຈັດວາງເປົ້າໝາຍບຸກຄະລາກອນໄປສອນໃຫ້ມີຄວາມສອດຄ່ອງ, ສົມດູນ, ປະຕິບັດໃຫ້ໄດ້ຄວາມສະເໝີພາບລະຫວ່າງຍິງຊາຍ, ຫຼີກເວັ້ນການຊັບຊ້ອນຄູທີ່ມີການປະພຶດທີ່ມີລັກສະນະເສລີໄປສິດສອນປະຈໍາຢູ່ເຂດຫ່າງໄກສອກຫຼີກຊຶ່ງອາດເຮັດໃຫ້ການໄດ້ຮັບຄວາມຫ່າງເຫີນຈາກການຕິດຕາມ, ກວດກາ, ຊຸກຍູ້ຂອງຂັ້ນເທິງກ່ຽວຂ້ອງຊຶ່ງຈະນໍາໄປສູ່ການເກີດບັນຫາປະກົດການຫໍ້ຍທໍ້ແຜ່ລາມກ້ວາງຂວາງອອກ.