

ກອງປະຊຸມ ໄດ້ຮັບຟັງການສະເໜີບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບຜົນການປະເມີນກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຈາກທ່ານ ບູນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ; ບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບຜົນການປະເມີນກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຈາກທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ບັນດາບົດລາຍງານດັ່ງກ່າວ; ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ.

ໂອກາດນີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ເພື່ອຕິດຕາມກວດກາ ແລະ ຊຸກຍູ້ ການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບ ໂດຍສະເພາະແມ່ນກົດໝາຍວ່າດ້ວຍສານປະຊາຊົນ; ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ທັງເປັນການເກັບກຳຂໍ້ມູນ, ຟັງຄໍາຄິດຄໍາເຫັນ ຕໍ່ບັນຫາທີ່ພົ້ນເດັ່ນໃນຂົງເຂດຍຸຕິທຳ ເປັນຕົ້ນບັນຫາທີ່ກ່ຽວຂ້ອງກັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ; ພ້ອມກັນນີ້, ກໍເພື່ອເປັນການສະຫຼຸບຕີລາຄາ, ດ້ານດີ, ຂໍ້ຄົງຄ້າງ, ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 4 ສະບັບດັ່ງກ່າວ ເພື່ອເປັນຂໍ້ມູນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນທ້າຍປີ 2022 ນີ້ ແລະ ທົດລອງນຳໃຊ້ຮ່າງຄູ່ມືການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ເຊິ່ງບັນດາເອກະສານທີ່ກອງປະຊຸມໄດ້ຍົກຂຶ້ນມານຳສະເໜີຄັ້ງນີ້ ເຫັນວ່າເປັນເອກະສານທີ່ສຳຄັນ ແລະ ຕ້ອງໄດ້ຮີບຮ້ອນສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລ້ວລາຍງານຂໍທິດຊີ້ນຳຈາກຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ເພື່ອນຳມາເປັນບ່ອນອີງໃນການຕິດຕາມ ກວດກາ ການປະເມີນການຈັດຕັ້ງປະຕິບັດບັນດາກົດໝາຍອື່ນ ໃນແຕ່ລະຂົງເຂດໃນຕໍ່ໜ້າ ທັງເປັນຂໍ້ມູນສຳຄັນໃຫ້ແກ່ການກະກຽມບົດປະກອບຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບວຽກງານດັ່ງກ່າວ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ຕັ້ງໃຈຮັບຟັງ ແລະ ສຸມທຸກສະຕິປັນຍາ ເພື່ອຄົ້ນຄວ້າປະກອບຄຳເຫັນຢ່າງກົງໄປກົງມາເຂົາໃສ່ເນື້ອໃນຕ່າງໆ ທີ່ກ່າວມາຂ້າງເທິງນັ້ນ ເພື່ອປັບປຸງເຮັດໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ສອດຄ່ອງກັບສະພາບຕົວຈິງ ແລະ ພາວະວິໄສ.

ກອງປະຊຸມ, ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.
