ຕິດຕາມກວດກາການປະຕິບັດກົດໝາຍຂອງສະພາແຫ່ງຊາດ

ພ.ພ. 15, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ສານປະຊາຊົນສູງສຸດ (ສປສສ) ຮ່ວມກັບກຳມາທິການຍຸຕິທຳ ໄດ້ຈັດກອງປະຊຸມຕິດຕາມ ກວດກາການປະຕິບັດກົດໝາຍຂອງສະພາແຫ່ງຊາດ ເມື່ອວັນທີ 12 ພຶດສະພາຜ່ານມາ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິ ທຳ ແລະ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ເຊິ່ງມີບັນດາທ່ານຫົວໜ້າຄະນະສານ, ຫົວໜ້າກົມ, ຜູ້ພິພາກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດ ໝາຍ (ການປະຕິບັດຫຼັກການໂຕ້ແຍ່ງ-ໂຕ້ຖຽງ, ການປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການ ເຄື່ອນໄຫວວຽກງານປະຈຳປີ 2024 ແລະ ທິດທາງແຜນ ການປະຈຳປີ 2025 ສະບັບເລກທີ 141/ສພຊ, ລົງວັນທີ 11 ທັນວາ 2024); ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດ, ປະທານສານປະຊາຊົນສູງສຸດ ໄດ້ອອກຂໍ້ຕົກລົງສະບັບເລກທີ 613/ສປສສ, ລົງວັນທີ 18 ສິງຫາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງຕິດ ຕາມຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງໃນທີ່ປະຊຸມສານ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ, ຄະນະຮັບຜິດຊອບໄດ້ລົງຕິດຕາມຊຸກຍູ້ການໂຕ້ແຍ່ງ-ໂຕ້ຖຽງໃນທີ່ປະຊຸມສານ ໄດ້ 7 ແຂວງ ແລະ 19 ເຂດ ໂດຍໄດ້ເຊີນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ-ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມຕິດຕາມນຳ ເຊິ່ງມີຈຸດປະສົງເພື່ອລົງຕິດຕາມຊຸກຍູ້ໃຫ້ເຫັນຂັ້ນຕອນ, ວິທີການດຳເນີນຄະດີຢູ່ສານປະຊາຊົນແຂວງ, ສານປະຊາຊົນເຂດ ໃນການຈັດ ຕັ້ງປະຕິບັດຕາມກົດໝາຍກຳນົດ ໂດຍສະເພາະແມ່ນການໃຫ້ສິດແກ່ໂຈດ, ຈຳເລີຍ, ບຸກຄົນທີສາມ ໄດ້ມີການປະ ກອບຂໍ້ມູນຫຼັກຖານ ນຳມາໂຕ້ແຍ່ງ-ໂຕ້ຖຽງ ຕໍ່ເຫດການ, ຂໍ້ສະເໜີ ຫຼື ຂໍ້ມູນຫຼັກຖານ ທີ່ຖືເປັນປະເດັນຂອງແຕ່ລະຝ່າຍທີ່ສະເໜີມານັ້ນ ຢ່າງເລິກເຊິ່ງ, ຄົບຖ້ວນ ແລະ ໝົດຈິດໝົດໃຈຂອງທັງສອງຝ່າຍ; ຖືເອົາຜົນຂອງການໂຕ້ແຍ່ງ-ໂຕ້ ຖຽງ ເປັນບ່ອນອີງໃນການພິຈາລະນາຕັດສິນ ແລະ ພິພາກ ສາ ໃຫ້ລະອຽດ, ຈະແຈ້ງ ແລະ ຖືກຕ້ອງ ໂດຍສະເພາະຢູ່ຂັ້ນຕົ້ນ ແລະ ຂັ້ນອຸທອນ; ຮັບປະກັນໃຫ້ຜູ້ພິພາກສາ ໄດ້ນຳໃຊ້ທຸກຂັ້ນຕອນ, ວິທີການພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມແຈ້ງຂາວ, ຕັດສິນ ແລະ ພິ ພາກສາຢ່າງຖືກຕ້ອງ, ເປັນທຳ ແລະ ນຳໄປຈັດຕັ້ງປະຕິບັດໄດ້.
(ຕຸໄລເພັດ, ສປສສ)