ເພື່ອເຮັດໃຫ້ການຕິດຕາມກວດກາກົດໝາຍໃນຂົງເຂດຍຸຕິທໍາ ໃນຕອນເຊົ້າວັນທີ 1 ສິງຫາ 2025 ກໍາມາທິການຍຸຕິທໍາ ຂອງສະພາແຫ່ງຊາດ (ສພຊ) ນໍາໂດຍທ່ານ ນາງ ທຸມມະລີ ວົງພະຈັນ ປະທານກຳມາທິການຍຸຕິທໍາ ຂອງ ສພຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ມະຕິກອງປະຊຸມ ສພຊ ຢູ່ແຂວງຫລວງນ້ຳທາ, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫລວງນ້ທາ ເພື່ອລາຍງານຈຸດປະສົງໃນການລົງເຄື່ອນໄຫວຄັ້ງນີ້ ແລະ ຮັບຟັງຈຸດພິເສດໃນການຈັດຕັ້ງປະຕິບັດກົດໝາຍ ພ້ອມນີ້ ໄດ້ເປີດກອງປະຊຸມຮ່ວມ ສະພາປະຊາຊົນແຂວງ(ສພຂ) ຢູ່ທີ່ຫ້ອງປະຊຸມ ສພຂ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວຽກງານຍຸຕິທໍາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ທຸມມະລີ ວົງພະຈັນ ແລະ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານ ສພຂ ມີສະມາຊິກ ສພຂ, ຄະນະເລຂາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດຍຸຕິທໍາແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຄື່ອນໄຫວວຽກງານຂອງຄະນະກຳມາການຍຸຕິທໍາ ແລະ ປກຊ-ປກສ ຂອງ ສພຂ, ໃນ 6 ເດືອນຕົ້ນປີ 2025; ຮັບຟັງການລາຍງານຂອງສານປະຊາຊົນແຂວງໃນການຈັດຕັ້ງປະຕິບັດກົດໝາຍ ຂອງ ສານປະຊາຊົນ ໂດຍສະເພາະແມ່ນການປະຕິບັດຫຼັກການໃນທີ່ປະຊຸມສານ; ຮັບຟັງການລາຍງານຂອງອົງການໄອຍະການ ໃນການຕິດຕາມກວດກາ ການດຳເນີນຄະດີ, ການຖະແຫຼງສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການແກ້ໄຂບັນຫາ ການກັກ ຕົວ, ຈັບຕົວ, ກັກຂັງ ທີ່ມີການລະເມີດກົດໝາຍ ແລະ ການປະຕິບັດຄໍາຕັດສິນຂອງສານທີ່ ໃຊ້ໄດ້ຢ່າງເດັດຂາດ ແລະ ຮັບຟັງພາກສ່ວນທີ່ກ່ຽວຂ້ອງ ຕໍ່ການປະຕິບັດວຽກງານໃນຂົງເຂດຍຸຕິທຳ ທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນ ນອກນັ້ນ ຍັງໄດ້ແລກປ່ຽນປະກອບຄຳຄິດເຫັນໃນຂົງເຂດວຽກງານຍຸຕິທໍາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ໃຫ້ມີຄຸນນະພາບກວ່າເກົ່າ;