loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາວຽກງານຂອງລັດຖະບານ

ທ.ວ. 28, 2022 | SlideMobile

(ສພຊ) ຕອນເຊົ້າວັນທີ 28 ທັນວາ 2022 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາວຽກງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໝົດປີ 2022 ແລະ ຄວາມຄືບໜ້າຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ  IX ໄດ້ໄຂຂຶ້ນຢ່າງເປັນທາງການ ແຕ່ວັນທີ 5 ທັນວາ 2022,  ເຊິ່ງໃນວາລະທໍາອິດ ກອງປະຊຸມໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ  ທີ່ສະເໜີໂດຍທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ພ້ອມກັນນັ້ນ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໝົດປີ 2022 ແລະ ທິດທາງແຜນການ ປີ 2023; ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໝົດປີ 2022 ແລະ ທິດທາງແຜນການ ປີ 2023 ແລະ ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປລາວ ໄດ້ສະເໜີ ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ໝົດປີ 2022 ແລະ ທິດທາງແຜນການ ປີ 2023 ແລະ ໃນວັນທີ 8 ທັນວາ ທີ່ຜ່ານມາ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະເໜີໂດຍທ່ານ ຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ. ບັນດາເນື້ອໃນທີ່ກ່າວມານັ້ນ ລ້ວນແຕ່ເປັນບັນຫາຈໍາເປັນສໍາຄັນຂອງປະເທດຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ນັບມື້ນັບເຂັ້ມແຂງ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ແລະ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ກໍໄດ້ຊັກຖາມ ຕໍ່ລັດຖະບານ ດ້ວຍຄວາມຮັບຜິດຊອບສູງ ມີບັນຍາກາດຟົດຟື້ນ ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານ ນຳໄປຊີ້ນໍາຂະແໜງການກ່ຽວຂ້ອງຂອງຕົນ ຄົ້ນຄວ້າປັບປຸງ ແລະ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ ເພື່ອແນໃສ່ແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງແຜນການດັ່ງກ່າວໃນໄລຍະປີຜ່ານມາ ເພື່ອເປັນບົດຮຽນໃນການກຳນົດທິດທາງວຽກງານຈຸດສຸມ  ປີ 2023 ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ຕໍ່ຄໍາເຫັນ ແລະ ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ມີທັງໝົດ 41 ເທື່ອຄົນ, ​ຍິງ 11 ເທື່ອຄົນ. ສະນັ້ນ ຂໍສັງລວມ ບາງຄໍາເຫັນ ທີ່ມີເນື້ອໃນພົ້ນເດັ່ນ ດັ່ງນີ້:

ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ,​ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ມີຄໍາເຫັນຄື:

  1. ສູ້ຊົນເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວ ໃນລະດັບ 4,5% ຂຶ້ນໄປ ແລະ ເຮັດໃຫ້ລາຍໄດ້ຕໍ່ຫົວຄົນ ລວມທັງ GNI ເພີ່ມຂຶ້ນ ເພາະເຫັນວ່າ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ແມ່ນມີທ່າແຮງ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບ ເຂົ້າງົບປະມານ ໃຫ້ກຸ້ມຕົນເອງ ແລະ ເກີນດູນ;
  2. ຄົ້ນຄວ້າລະດົມທຶນຈາກແຫຼ່ງຕ່າງໆ ເປັນຕົ້ນ ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ການພັດທະນາຕະຫຼາດຫຼັກຊັບ, ການນໍາໃຊ້ກອງທຶນຕ່າງໆ ເພື່ອສະໜອງທຶນໃຫ້ພຽງພໍ ແລະ ຮັບປະກັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ບັນລຸຕາມແຜນການ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍຖອດຖອນບົດຮຽນຈາກປະເທດອ້ອມຂ້າງ ແລະ ສາກົນ ເພື່ອດຶງດູດການລົງທຶນໃຫ້ເປັນຮູບປະທຳ ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ;
  3. ຄຸ້ມຄອງການລົງທຶນຂອງລັດຢ່າງເຂັ້ມງວດ, ຈັດສັນທຶນໃຫ້ແກ່ໂຄງການລົງທຶນຂອງລັດ ປີ 2023​ ຕາມອັດຕາສ່ວນໃຫ້ຊໍາລະໜີ້ສິນກວມ 60%, ໂຄງການສືບຕໍ່ກວມ 30% ແລະ ໂຄງການສະເໜີໃໝ່ກວມ 10%, ຄວນເນັ້ນໃສ່ໂຄງການຊໍາລະໜີ້ສິນທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ເປັນບຸລິມະສິດ ໃຫ້ສອດຄ່ອງກັບມາດຕາ 19 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ສໍາລັບໂຄງການສືບຕໍ່ ຄວນມີການປະເມີນ ແລະ ກວດກາແລ້ວ ຈຶ່ງໃຫ້ສືບຕໍ່ຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ສ່ວນໂຄງການສະເໜີໃໝ່ ໃຫ້ກວດກາ ວ່າມີຄວາມສໍາຄັນຈໍາເປັນ ແລະ ມີຄວາມສາມາດໃນການຊຳລະສະສາງ ເພື່ອບໍ່ໃຫ້ສ້າງໜີ້ຕື່ມ;
  4. ເອົາໃຈໃສ່ຄົ້ນຄວ້າມາດຕະການການນໍາໃຊ້ທ່າແຮງໄດ້ປຽບຂອງປະເທດເຮົາ ໃນການເຊື່ອມຈອດ ເປັນຕົ້ນ ທາງລົດໄຟ, ທ່າບົກ, ເຂດເສດຖະກິດພິເສດ ແລະ ບັນດາຂະແໜງການເສດຖະກິດໃຫ້ເກີດປະໂຫຍດສູງສຸດ, ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ຫຼາຍຂຶ້ນ; ຊຸກຍູ້ທຸລະກິດ ໃຫ້ເຂົ້າເຖິງກອງທຶນກາກບອນ; ຮີບຮ້ອນຄົ້ນຄວ້າ ສ້າງແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເຂົ້າໃສ່ວຽກງານດັ່ງກ່າວ ຕາມກົດໝາຍວ່າດ້ວຍທີ່ດິນ ໃຫ້ສໍາເລັດຕາມຄາດໝາຍ ໂດຍເພີ່ມງົບປະມານ ຈຳນວນ 20 ຕື້ກີບ ໃຫ້ແກ່ວຽກງານອອກໃບຕາດິນ;
  5. ສືບຕໍ່ເອົາໃຈໃສ່ ປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ, ສິ່ງແວດລ້ອມ ທີ່ບໍ່ທັນບັນລຸຄາດໝາຍ ຕາມມະຕິສະພາແຫ່ງຊາດ ແລະ ບັນດາຄາດໝາຍໃໝ່ ທີ່ຈະກຳນົດ ໃນແຜນປີ 2023 ໃຫ້ບັນລຸຕາມແຜນ; ຮັບປະກັນການພັດທະນາໃຫ້ມີຄວາມດຸນດ່ຽງລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ສຸມໃສ່ສ້າງພື້ນຖານໂຄງລ່າງຂອງການສຶກສາ ຢ່າງເໝາະສົມ, ຈັດສັນໂກຕາລັດຖະກອນໃໝ່ ແລະ ມີນະໂຍບາຍຕໍ່ຄູອາສາສະໝັກ ແລະ ແພດອາສາສະໝັກ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ສະໜອງອຸປະກອນການຮຽນ-ການສອນ ແລະ ປຶ້ມຕໍາລາຮຽນ ໃນສາຍສາມັນສຶກສາ ໃຫ້ທຸກໂຮງຮຽນຢ່າງທົ່ວເຖິງ, ສຸມໃສ່ແກ້ໄຂບັນຫາການປະລະການຮຽນ ໃນທຸກຊັ້ນທຸກສາຍຂອງການສຶກສາ ແລະ ສົ່ງເສີມໃຫ້ນັກຮຽນຈົບມັດທະຍົມຕອນຕົ້ນ-ຕອນປາຍ ເຂົ້າຮຽນຕໍ່ສາຍອາຊີວະສຶກສາ, ອົບຮົມວິຊາຊີບ ແລະ ການສຶກສາຊັ້ນສູງໃຫ້ຫຼາຍຂຶ້ນ; ຮີບຮ້ອນຄົ້ນຄວ້າ ພິຈາລະນາການກໍານົດພະລາກອນຄູ ເພື່ອສ້າງລະບົບທົດແທນ ອັດຕາການສູນເສຍຄູໃນຮູບແບບຕ່າງໆໃນແຕ່ລະປີ; ເອົາໃຈໃສ່ວຽກງານໂພຊະນາການໃຫ້ສາມາດບັນລຸຄາດໝາຍການຂາດສານອາຫານໃນເດັກ; ປັບປຸງລະບົບປະກັນສຸຂະພາບໂດຍໃຫ້ຜູ້ມີເງື່ອນໄຂຕ້ອງປະກອບສ່ວນຈ່າຍເບ້ຍປະກັນເຂົ້າກອງທຶນປະກັນສຸຂະພາບເພື່ອເຮັດໃຫ້ກອງທຶນເຂັ້ມແຂງ ແລະ ຍືນຍົງ; ຊຸກຍູ້ ແລະ ສົ່ງເສີມບັນດາພາກສ່ວນທຸລະກິດໃຫ້ສືບຕໍ່ລົງທຶນພັດທະນາພື້ນຖານໂຄງລ່າງ, ອະນຸລັກ ແລະ ຟື້ນຟູ ແຫຼ່ງທ່ອງທ່ຽວ ຢ່າງມີຈຸດສຸມ; ຄົ້ນຄວ້າປັບປຸງຄ່າແຮງງານຂັ້ນຕໍ່າ ໃຫ້ເໝາະສົມກັບສະພາບຄ່າຄອງຊີບໃນປັດຈຸບັນ, ປັບປຸງຖານຂໍ້ມູນແຮງງານໃຫ້ເປັນລະບົບ; ສຸມໃສ່ການສ້າງວິຊາຊີບ, ການພັດທະນາສີມືແຮງງານໃຫ້ມີຄຸນະພາບ ແລະ ມີວິໄນແຮງງານ; ເພີ່ມງົບປະມານໃສ່ຂົງເຂດວັດທະນະທໍາ-ສັງຄົມ ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈໍານວນ 200 ຕື້ກີບ, ແຕ່ໃຫ້ມີການປະເມີນຜົນໄດ້ຮັບຈາກການເພີ່ມງົບປະມານນັ້ນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ນອກຈາກນັ້ນ ສະພາແຫ່ງຊາດ ຍັງໄດ້ພິຈາລະນາ ໃຫ້ເພີ່ມງົບປະມານ ເຂົ້າໃນວຽກງານຂອງອົງການກວດສອບ, ອົງການກວດກາແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເພື່ອໃຫ້ອົງການດັ່ງກ່າວ ສາມາດເຄື່ອນໄຫວວຽກງານໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;
  6. ສືບຕໍ່ປະຕິຮູບລັດວິສາຫະກິດ ດ້ວຍການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ເພື່ອຫຼຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ເຮັດໃຫ້ການດຳເນີນທຸລະກິດ ມີກຳໄລ ແລະ ປະກອບພັນທະເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ;
  7. ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນເຂດຈຸດສຸມ ແລະ ເມືອງເປົ້າໝາຍ ທີ່ໄດ້ກຳນົດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;
  8. ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດຕາມກົດໝາຍໃຫ້ມີຜົນສັກສິດ ແລະ ແກ້ໄຂປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນທຸກຂົງເຂດຂອງສັງຄົມ ໃຫ້ໄປຕາມ ກົດໝາຍ, ຕາມຫຼັກການ ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມເຂັ້ມງວດ ໂດຍສະເພາະປະຕິບັດມາດຕະການເດັດຂາດ ຕໍ່ຫົວໜ່ວຍງົບປະມານ ທີ່ລະເມີດວິໄນ ແຜນການ-ການເງິນ; ເອົົາໃຈໃສ່ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນທ້ອງຖິ່ນ ມີຄວາມເປັນເຈົ້າການຫຼາຍຂຶ້ນ ໃນການພັດທະນາທ້ອງຖິ່ນ, ສືບຕໍ່ກໍານົດຕົວເລກການຈັດສັນລາຍຈ່າຍ ໃຫ້ແກ່ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງ;
  9. ເອົາໃຈໃສ່ຕໍ່ມາດຕະການ ແລະ ວິທີການໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີໃນປັດຈຸບັນ ແລະ ຂຸດຄົ້ນເອົາໃຈໃສ່ຖານລາຍຮັບໃໝ່, ຍົກສູງຄວາມຮັບຜິດຊອບຂອງອົງການລັດທີ່ກ່ຽວຂ້ອງ ໃນການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ເພີ່ມທະວີການຕິດຕາມກວດກາຂໍ້ມູນຖານລາຍຮັບໃຫ້ຕໍ່ເນື່ອງ ແລະ ເຂັ້ມງວດ, ແກ້ໄຂບັນຫາການຮົ່ວໄຫຼຂອງການຈັດເກັບລາຍຮັບໃຫ້ຂາດຕົວ ໂດຍສະເພາະລາຍຮັບຈາກພາສີ, ຄ່າທຳນຽມ ແລະ ຄ່າບໍລິການ ຢູ່ບັນດາດ່ານ, ອາກອນ ແຕ່ລະປະເພດຂອງວິສາຫະກິດ, ອາກອນທີ່ດິນ ແລະ ຄ່າທຳນຽມທາງ, ແຮ່ທາດຕ່າງໆ ແລະ ການເຊື່ອງອຳລາຍຮັບຂອງບາງຫົວໜ່ວຍງົບປະມານ;
  10. ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ປະລິມານເງິນ M2 ໃຫ້ມີຄວາມກົມກຽວ ແລະ ມີຄວາມສົມດຸນ ໃນລະດັບມະຫາພາກ ໂດຍສຸມໃສ່ການຄົ້ນຄວ້ານະໂຍບາຍສິນເຊື່ອ ເພື່ອສົ່ງເສີມ ແລະ ຕອບສະໜອງໃຫ້ແກ່ໂຄງການລົງທຶນ, ພັດທະນາເສດຖະກິດ-ສັງຄົມ ແລະ ທຸລະກິດພາຍໃນ ໃຫ້ມີການຂະຫຍາຍຕົວ, ພ້ອມທັງເອົາໃຈໃສ່ຄົ້ນຄວ້າມາດຕະການຄຸ້ມຄອງ, ຕ້ານ ແລະ ສະກັດກັ້ນ ເງິນເຟີ້ ແລະ ການເໜັງຕີງອັດຕາແລກປ່ຽນຂອງເງິນກີບ ທຽບກັບເງິນຕາສະກຸນຫຼັກ (ໂດລາສະຫະລັດ) ໃຫ້ມີສະຖຽນລະພາບ ແລະ ມີຄວາມໝັ້ນທ່ຽງ ກັບຄືນສູ່ສະພາບປົກກະຕິໂດຍໄວ; ຄົ້ນຄວ້າກົນໄກ ແລະ ມາດຕະການຄຸ້ມຄອງລາຄາສິນຄ້າຍຸດທະສາດ ແລະ ສິນຄ້າທີ່ຈໍາເປັນ ສໍາລັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີສະຖຽນລະພາບ ເພື່ອບໍ່ໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງ.

ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ມີຄໍາເຫັນດັ່ງນີ້:

  1. ເອົາໃຈໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃຫ້ເປັນວຽກບຸລິມະສິດ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃຫ້ມີຄວາມຄືບໜ້າຫຼາຍຂຶ້ນ ເພື່ອຮັບປະກັນບໍ່ໃຫ້ປະເທດເຮົາເຂົ້າສູ່ວິກິດ, ຂໍໃຫ້ລັດຖະບານເອົາໃຈໃສ່ສ້າງແຜນ ແລະ ຄົ້ນຄວ້າມາດຕະການ ໃນການຈັດຫາແຫຼ່ງທຶນທີ່ມີຄວາມແນ່ນອນ ໝັ້ນຄົງ, ຍືນຍົງ ດ້ວຍການລະດົມແຫຼ່ງທຶນຈາກພາຍໃນ ເປັນຕົ້ນຕໍ ເຂົ້າໃນການແກ້ໄຂບັນຫາໜີ້ສິນສາທາລະນະ ໃຫ້ຍັງເຫຼືອບໍ່ເກີນ 64,5%, ອັດຕາສ່ວນໜີ້ສິນຕ່າງປະເທດ ຍັງເຫຼືອບໍ່ເກີນ 55,4% ຂອງ GDP, ຄົ້ນຄວ້າຂໍ້ສະເໜີຕໍ່ການປະຕິຮູບ ບັນດາລັດວິສາຫະກິດທີ່ຫຼຸບທຶນ ຢ່າງຈິງຈັງ; ເອົາໃຈໃສ່ແກ້ໄຂຜົນການກວດສອບ ແລະ ການກວດກາຢ່າງເຂັ້ມງວດ ແລະ ເດັດຂາດຕາມກົດໝາຍ, ຮັບປະກັນຫຼັກການຂອງວາລະແຫ່ງຊາດ ທີ່ໄດ້ກໍານົດໄວ້ຄື ໂປ່ງໃສ, ເດັດຂາດ ແລະ ເປັນມືອາຊີບໃຫ້ເຂັ້ມງວດ ແລະ ມີຜົນສັກສິດຢ່າງແທ້ຈິງ;
  2. ເອົາໃຈໃສ່ສົ່ງເສີມການຜະລິດວັດຖຸດິບ ປະເພດຝຸ່ນ, ປຸຍ, ຫົວອາຫານສັດ ເພື່ອທົດແທນການນຳເຂົ້າຂອງບັນດາ ວິສາຫະກິດຂະໜາດນ້ອຍ-ກາງ, ຜູ້ປະກອບການໃໝ່, ຜູ້ຜະລິດໃໝ່ ໃຫ້ສາມາດສະໜອງຝຸ່ນ, ປຸຍ, ຫົວອາຫານສັດ ໃຫ້ພຽງພໍແກ່ການຜະລິດພາຍໃນ, ໃຫ້ລາຄາສິນຄ້າພາຍໃນຖືກກວ່າສິນຄ້ານຳເຂົ້າ, ສຳຫຼວດຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ມູນຄ່າ ເພື່ອສົ່ງເສີມໃຫ້ຖືກເປົ້າໝາຍ, ໃຫ້ປະຊາຊົນມີການຜະລິດຢ່າງແທ້ຈິງ; ພ້ອມທັງການສະກັດກັ້ນການນໍາເຂົ້າສິນຄ້າຈາກຕ່າງປະເທດລົງ;
  3. ສ້າງຄວາມເຂັ້ມແຂງທາງດ້ານການເກັບລາຍຮັບເຂົ້າງົບປະມານ ຈາກການທ່ອງທ່ຽວ ໃຫ້ໄດ້ຕາມຄາດໝາຍເອົາໃຈໃສ່ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ການສົ່ງອອກ ຜະລິດຕະພັນສິນຄ້າທີ່ມີສັນຍາກັບປະເທດຄູ່ຄ້າ ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ກຳນົດເຂດການຜະລິດ ແລະ ສິນຄ້າ ໃຫ້ແກ່ທ້ອງຖິ່ນ  ໃຫ້ລະອຽດ ແລະ ຈະແຈ້ງ, ມີການປຸງແຕ່ງທີ່ຫຼາກຫຼາຍ,  ສາມາດເຂົ້າເຖິງແຫຼ່ງທຶນ ດອກເບ້ຍຕໍ່າ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ຍົກສູງຄວາມສາມາດແຂ່ງຂັນ  ກັບສິນຄ້າທີ່ຜະລິດຢູ່ປະເທດອ້ອມຂ້າງ ໃຫ້ສາມາດທົດແທນການນໍາເຂົ້າ ແລະ ສົ່ງອອກໄດ້ປະລິມານເພີ່ມຂຶ້ນ ດ້ວຍການຜັນຂະຫຍາຍ ນິຕິກໍາໃຕ້ກົດໝາຍ ແລະ ປັບປຸງອັດຕາ ຄ່າຊັບພະຍາກອນທໍາມະຊາດ, ລາຍການສິນຄ້າ ແລະ ພາສີສົ່ງອອກ, ເອົາໃຈໃສ່ປັບປຸງການເກັບລາຍຮັບຈາກພາສີທີ່ດິນ ແບບປະສົມປະສານ ໂດຍຜ່ານທະນາຄານ ແລະ ມອບໃຫ້ຂັ້ນບ້ານ, ຕິດຕາມ ແລະ ສົ່ງພະນັກງານ ວິຊາການຈາກຂະແໜງການກ່ຽວຂ້ອງ ລົງຊຸກຍູ້ ແລະ ນໍາພາການເຮັດທົດລອງໃຫ້ແຂວງ ສາມາດກຸ້ມຕົນເອງ ດ້ານງົບປະມານ ໃນ 5 ແຂວງ ທີ່ລັດຖະບານໄດ້ກໍານົດໃນເບື້ອງຕົ້ນ;
  4. ຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ເປັນຕົ້ນ ດຳລັດວ່າດ້ວຍລົດຂອງລັດ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ, ດ້ວຍການນໍາໃຊ້ງົບປະມານລັດ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບກົດໝາຍ ໂດຍສະເພາະການຈັດຊື້-ຈັດຈ້າງ ໃຫ້ໄປຕາມຂັ້ນຕອນ ທີ່ກົດໝາຍໄດ້ກໍານົດ;
  5. ປະເມີນຄືນການປ່ອຍກູ້ສິນເຊື່ອ ໃຫ້ແກ່ທຸລະກິດຂະໜາດນ້ອຍ-ຂະໜາດກາງ, ຜູ້ປະກອບການໃໝ່, ຜູ້ຜະລິດໃໝ່ ໂດຍສະເພາະການນຳໃຊ້ບ້ວງເງິນ SMEs 300 ຕື້ກີບ ແລະ ບ້ວງແກ້ໄຂບັນຫາໂຄວິດຂອງທະນາຄານກາງ ຈຳນວນ 1.800 ຕື້ກີບ;
  6. ປະເມີນຄືນບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດໃນຮູບແບບທົດລອງ ໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຜົນໄດ້, ຜົນເສຍ ແລະ ວິທີການແກ້ໄຂໃນຕໍ່ໜ້າ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ສິ່ງແວດລ້ອມ, ພື້ນຖານໂຄງລ່າງເຊັ່ນ: ເສັ້ນທາງ, ເນື້ອທີ່ປົກຫຸ້ມປ່າໄມ້, ທ່ອງທ່ຽວ ເພື່ອຮັບປະກັນໃນການ ຈັດຕັ້ງປະຕິບັດໂຄງການ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;

ນອກຈາກໄດ້ຮັບຟັງການລາຍງານຂອງ ລັດຖະບານແລ້ວ, ບັນດາທ່ານລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ກໍໄດ້ຊີ້ແຈງ, ອະທິບາຍຕໍ່ໍຄຳຊັກຖາມ ແລະ ຖາມ-ຕອບກັບທີ່ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໄດ້ຍົກຂຶ້ນໃນວາລະກອງປະຊຸມ.

ທ່ານ ຍັງໃຫ້ຮູ້ຕື່ມວ່າ: ໃນກອງປະຊຸມຄັ້ງວັນທີ 9 ທີ່ີຜ່ານມາ ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021, ຄາດຄະເນການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023, ສະບັບເລກທີ 63/ສພຊ, ລົງວັນທີ 9 ທັນວາ 2022 ແລະ ອີງຕາມວາລະກອງປະຊຸມ ໃນວັນທີ 30  ທັນວາ 2022 ທີ່ຈະມາເຖິງນີ້ ກອງປະຊຸມ ຍັງຈະໄດ້ລົງຄະແນນສຽງຮັບຮອງເອົາ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໝົດປີ 2022 ແລະ ທິດທາງແຜນການປີ 2023.

ຕາງໜ້າຄະນະປະຈຳສະພາແຫ່ງຊາດ, ສະແດງຄວາມຂອບໃຈມາຍັງບັນດາທ່ານ ຜູ້ຟັງ ແລະ ຜູ້ຊົມ ກໍຄືພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈ ມາຍັງສື່ມວນຊົນທຸກພາກສ່ວນ ລວມທັງໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກຳຂ່າວ ແລະ ເຜີຍແຜ່ຢ່າງທັນການ ກ່ຽວກັບການດຳເນີນກອງປະຊຸມໃນຄັ້ງນີ້ ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.