




ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ພະຈິກ 2023 ເຊິ່ງຕະຫລອດໄລຍະ 1 ເດືອນທີ່ຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຕົນຕາມການມອບໝາຍ, ມີຜົນສໍາເລັດຫຼາຍດ້ານ ແລະ ພ້ອມນັ້ນ, ໄດ້ວາງທິດທາງແຜນການ ປະຈໍາເດືອນ ທັນວາ 2023 ເຊິ່ງຈະໄດ້ເອົາໃຈໃສ່ໃນການກະກຽມເນື້ອໃນ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ແລະ ວຽກງານອື່ນໆ.


ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ, ຕໍານິສົ່ງຂ່າວ ເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ.



ພາບ/ຂ່າວ: ສະພາປະຊາຊົນແຂວງ.