ຕອນເຊົ້າວັນທີ 22 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດການເມືອງໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ 2025, ໂດຍການເປັນປະທານຂອງສະຫາຍ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄໍາ, ສະຫາຍ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາສະຫາຍໃນຄະນະປະຈໍາ, ຄະນະໜ່ວຍພັກ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍເລຂາໜ່ວຍພັກ ໄດ້ຜ່ານຮ່າງບົດສໍາສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ ປະຈໍາເດືອນ ກັນຍາ 2025, ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ການປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງສະມາຊິກພັກຕາມການມອບໝາຍ ແລະ ສໍາເລັດ, ອັນພົ້ນເດັ່ນເປັນຕົ້ນແມ່ນ: ສໍາເລັດການລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ 7 ເມືອງ, ໄດ້ທັງໝົດ 86 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 8,505 ເທື່ອຄົນ, ຍິງ 3,982 ເທື່ອຄົນ ແລະ ວຽກງານປິ່ນອ້ອມອື່ນໆ. ພ້ອມນັ້ນ, ໄດ້ຜ່ານທິດທາງແຜນການປະຈໍາເດືອນ ຕຸລາ 2025 ເຊິ່ງຈະໄດ້ສຸມໃສ່ໃນການຄົ້ນຄວ້າ ພິຈາລະນາຮັບຮອງເອົາໜັງສືສະເໜີ ຂອງເຈົ້າແຂວງ ຈໍານວນ 3 ສະບັບ ແລະ ຈັດຕັ້ງປະຕິບັດວຽກງານປິ່ນອ້ອມອື່ນໆ ຕາມການມອບໝາຍ.




ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາໃຫ້ເນື້ອໃນຄົບຖ້ວນສົມບູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ. ພ້ອມນັ້ນ, ໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍຢ່າງຈິງອົກຈິງໃຈ, ກົງໄປກົງມາ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.