loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຍົກສູງຄວາມຮູ້ວຽກງານບໍລິຫານ ແລະ ພິທີການ

ຕ.ລ. 17, 2024 | SlideMobile, ຂ່າວເດັ່ນ

​(ສພຊ) – ວັນທີ 15 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມເຝິກອົບຮົມຍົກສູງຄວາມຮູ້ທາງດ້ານວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານ LOs/VOs (ຜູ້ປະສານງານ) ເພື່ອກະກຽມຮັບໃຊ້ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໂດຍການເປັນປະທານຂອງທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ມີບັນດາຄະນະກົມ, ກອງເລຂາຊ່ວຍວຽກ ແລະ ພະນັກງານ LOs/VOs ເຂົ້າຮ່ວມ 95 ທ່ານ.
​ໃນຄຳເຫັນກ່າວເປີດ, ທ່ານ ປອ. ອາຄົມ ປຣະເສີດ ໄດ້ເນັ້ນໜັກເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະຕ່າງໆ ກ່ຽວກັບການກະ ກຽມຄວາມພ້ອມໃຫ້ແກ່ພະນັກງານຮັບໃຊ້ກອງປະຊຸມ ແລະ ພະນັກງານ LOs/VOs ໃຫ້ມີຄວາມຮູ້, ຄວາມເຂົ້າໃຈເປັນຢ່າງດີ ໃນດ້ານວຽກງານການປະສານງານ, ພິທີການ, ແລະ ບົດຮຽນຕ່າງໆ ໃນການຮັບແຂກຕ່າງປະເທດທີ່ມາເຂົ້າຮ່ວມກອງປະຊຸມສາກົນທີ່ ສປປລາວ ເປັນເຈົ້າພາບ ແນໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຕ້ອນຮັບຄະນະຜູ້ແທນລັດຖະສະພາຈາກປະເທດຕ່າງໆທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມ AIPA ເຊິ່ງຄາດຄະເນວ່າມີຈໍານວນຫຼາຍກວ່າ 500 ທ່ານ.
​ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ມີຄຳເຫັນໂອ້ລົມຊີ້ນໍາຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກຕື່ມບາງບັນຫາສຳຄັນ ເປັນຕົ້ນ: ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕໍ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ໃຫ້ສຸມສະຕິປັນຍາຫົວຄິດປະດິດສ້າງເຂົ້າໃນວຽກງານຕົວຈິງ, ເຝິກທັກສະ ແລະ ບົດຮຽນການເປັນເຈົ້າພາບທີ່ດີ ແລະ ປະຕິບັດທຸກໜ້າທີ່ວຽກງານທີ່ຖືກມອບໝາຍໃຫ້ປະສົບຜົນສໍາເລັດ; ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວກັບການ​ກະ​ກຽມຄວາມ​ພ້ອມຮັບໃຊ້ກອງປະຊຸມຂອງພະນັກງານ LOs/VOs ໃຫ້ມີຄວາມຮູ້ທາງດ້ານບໍລິຫານ-ພິທີການ, ເຕັກນິກການປະສານງານ, ການສື່ສານດ້ານພາສາອັງກິດ ແລະ ພາສາປະເທດທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງມີການເຜີຍແຜ່ວັດທະນະທໍາ, ມູນເຊື້ອປະຫວັດສາດ, ສິລະປະ, ສະຖານທີ່ທ່ອງທ່ຽວ ແລະ ດ້ານອື່ນໆຂອງປະເທດເຮົາ . ສໍາຄັນແມ່ນການປະສານງານລະຫວ່າງກອງເລຂາໄອປາແຫ່ງຊາດ ແລະ ບັນດາພະນັກງານ LO, VO ໃຫ້ກົມກຽວ, ທັນການ ເພື່ອສ້າງຄວາມສະດວກທຸກຢ່າງໃຫ້ແກ່ບັນດາທ່ານຜູ້ແທນກອງປະຊຸມ, ເພື່ອສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາຂອງແຂກຕໍ່ປະເທດເຮົາ, ຕໍ່ປະຊາຊົນລາວ.
​ໃນການເຝິກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຂໍ້ມູນທົ່ວໄປຂອງກອງປະຊຸມ; ການກະກຽມຕ້ອນຮັບຄະນະຜູ້ແທນ; ການກະກຽມທາງດ້ານວຽກງານພິທີການ, ສະຖານທີ່ ແລະ ພາຫະນະ. ຈາກນັ້ນ, ກໍໄດ້ມີການປະກອບຄຳຄິດເຫັນ, ສົນທະນາຖາມ-ຕອບຢ່າງສ້າງສັນ, ກົງໄປກົງມາ, ແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງທີ່ດີ ເພື່ອຈະໄດ້ນຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງໃນໄລຍະກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ; ຕອນບ່າຍຂອງວັນດຽວກັນ, ຍັງໄດ້ເຝິກປະຕິບັດຕົວຈິງຢູ່ຫໍປະຊຸມແຫ່ງຊາດຕື່ມອີກ.
​(ນາງ ວັນນາລິນ ສຸລິວົງສັກ)