ລະຫວ່າງວັນທີ 23-24 ມິຖຸນາ 2025 ທີ່ເມືອງນາກາຍ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຍົກສູງຄວາມສາມາດໃນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງຕໍ່ວຽກງານການແກ້ໄຂບັນຫາການແຕ່ງດອງກ່ອນໄວອັນຄວນຕິດພັນກັບສຸຂະພາບໄວຈະເລີນພັນຂອງເດັກຍິງ ແລະ ການປະລະການຮຽນ, ໂດຍການເປັນປະທານຂອງ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບໂດຍ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການທີ່ກ່ຽວຂ້ອງ, ນັກວິທະຍາກອນຈາກສູນກາງ ແລະ ແຂວງ, ມີບັນດາສະມາຄົມ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ບົວພັນ ແສງຈັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ຮຽກຮ້ອງ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄັ້ງນີ້ ພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ເຂົ້າໃນການຟັງ, ການສົນທະນາ ແລະ ແລກປ່ຽນບົດຮຽນນໍາກັນໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ສະເໜີໃຫ້ບັນດາທ່ານຄະນະຮັບຜິດຊອບກອງປະຊຸມ ຈົ່ງກະກຽມຄວາມພ້ອມ, ອໍານວຍຄວາມສະດວກໃຫ້ແກ່ວິທະຍາກອນ ແລະ ນັກສໍາມະນາກອນ ໄດ້ຈັດຕັ້ງເຄື່ອນໄຫວຕາມວາລະກອງປະຊຸມ ແລະ ທັນເວລາ, ເຮັດໃຫ້ກອງປະຊຸມໄດ້ດໍາເນີນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
ໃນກອງປະຊຸມ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍ ແລະ ສຸມໃສ່ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ແລະ ຫົວຂໍ້ຕ່າງໆທີ່ວິທະຍາກອນໄດ້ສະເໜີຄື: ຄວາມຮູ້ພື້ນຖານກ່ຽວກັບ ການຕິດຕາມກວດກາການສ້າງແຜນຕິດຕາມກວດກາ, ການເກັບກຳຂໍ້ມູນ, ການວິເຄາະວິໄຈຂໍ້ມູນ, ການລາຍງານຜົນການຕິດຕາມກວດກາ, ຄວາມຮູ້ພື້ນຖານໃນການສ້າງຄອບຄົວ, ສະພາບການແຕ່ງດອງຂອງຄົນລາວ, ການແຕ່ງດອງທີ່ຍັງບໍ່ທັນຮອດອາຍຸກະສຽນໃນ ສປປ ລາວ, ບັນຫາຕ່າງໆ ແລະຜົນກະທົບທີ່ເກີດຈາກການແຕ່ງດອງກ່ອນອາຍຸກະສຽນ, ຄວາມຮູ້ພື້ນຖານກ່ຽວກັບ ສຸຂະພາບໄວຈະເລີນພັນ, ຜົນກະທົບຂອງການແຕ່ງດອງກ່ອນໄວອັນຄວນ, ການປ້ອງກັນການຖືພາກ່ອນໄວອັນຄວນການປ້ອງກັນການຕິດເຊື້ອ ພະຍາດຕິດຕໍ່ທາງເພດສຳພັນ, ຄວາມຮູ້ພື້ນຖານກ່ຽວກັບ ວຽກງານ ການສຶກສາໃນ ສປປ ລາວ, ສະພາບການຮຽນການສອນຂອງ ສ ປປ ລາວ ໃນປັດຈຸບັນ, ບັນຫາ-ສາເຫດຂອງການປະລະການຮຽນຂອງນັກຮຽນໂດຍສະເພາະເດັກ ນ້ອຍຍິງ, ການແກ້ໄຂບັນຫາການສຶກສາໃນ ສປປ ລາວ ແລະ ບົດຮຽນການເຮັດວຽກຂອງສະມາຄົມກ່ຽວກັບ ສະພາບການແຕ່ງດອງກ່ອນໄວອັນຄວນຕິດພັນກັບສຸຂະພາບໄວຈະເລີນພັນຂອງເດັກຍິງ ແລະ ການປະລະການຮຽນ.
ກອງປະຊຸມຝຶກອົບຮົມຄັ້ງນີ້, ເຊິ່ງໄດ້ຮັບການສະໜັບສະໜູນໂດຍ: ແຜນການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍໄລຍະ II ( CEGGA-PHASE II ), ໂຄງການເຊກາ II ເຮວວິຕັດ ( HELVETAS )
ໂດຍ: ເອື້ອ ອາລີ ແລະ ນາງ ຄູນມາ ມະນີສີ