ຍົກສູງຂີດຄວາມສາມາດຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ.

​ກ.ກ. 7, 2025

    ວັນທີ 7 ກໍລະກົດ 2025 ທີ່ເມືອງຄູນຄຳ ແຂວງຄຳມ່ວນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍ ໃນສະຖານທີ່ເຮັດວຽກ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ທ່ານຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກ່າວຕ້ອນຮັບໂດຍ ທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄຳ, ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ຫ້ອງວ່າການແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນແຂວງຄໍາມ່ວນ.
  ທ່ານ ບຸນມີ ພິມມະສອນ ໄດ້ມີຄຳເຫັນກ່າວເປີດວ່າ: ວຽກງານການສົ່ງເສີມ ກ່ຽວກັບຄວາມສະດຸ້ງໄວດ້ານເພດພາວະ ແລະ ຄວາມຫຼາກຫຼາຍໃນສະ ຖານທີ່ເຮັດວຽກ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບການສ້າງອົງກອນໃຫ້ມີຄວາມເທົ່າທຽມ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນໄດ້ຢ່າງມີປະສິດທິພາບ ໃນຫຼາຍພາກສ່ວນ ອະຄະຕິ, ສັນຍາລັກອໍານາດທີ່ບໍ່ເທົ່າທຽມ ແລະ ແບບແຜນປະເພນີດັ້ງເດີມ ອາດຈະຈໍາກັດການມີສ່ວນຮ່ວມຂອງຜູ້ຍິງ ແລະ ກຸ່ມຄົນດ້ອຍໂອກາດ. ການຝຶກອົບຮົມໃນຄັ້ງນີ້ ມີເປົ້າໝາຍ ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈໃຫ້ແກ່ສະມາຊິກ ສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການຊ່ວຍວຽກ ໃນການສ້າງສະຖານທີ່ເຮັດວຽກທີ່ເຄົາລົບ ແລະ ສົ່ງເສີມຄວາມເທົ່າທຽມລະຫວ່າງເພດ ແລະ ຄວາມຫຼາກຫຼາຍ. ພ້ອມດຽວກັນນັ້ນ, ຮຽກຮ້ອງມາຍັງບັນດາທ່ານ ນັກວິທະຍາກອນ ແລະ ນັກ ສໍາມະນາກອນ ຈົ່ງຕັ້ງໃຈ, ເອົາໃຈໃສ່ຮ່ຳຮຽນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ຄວາມຮູ້ທີ່ໄດ້ຮັບຈາກກອງປະຊຸມໃນຄັ້ງນີ້ ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ.
  ກອງປະຊຸມ ໄດ້ຮັບຟັງການບັນລະຍາຍ 7 ເນື້ອໃນຄື: ກ່ຽວກັບແນວຄວາມຄິດພື້ນຖານກ່ຽວກັບເພດພາວະ, ຄວາມສະເໜີພາບ, ຄວາມຫຼາກຫຼາຍ ແລະ ການມີສ່ວນຮ່ວມ; ນະໂຍບາຍນິຕິກຳ ແລະ ສະຖິຕິທີ່ກ່ຽວຂ້ອງກັບການສົ່ງເສີມຄວາມສະເໜີພາບທາງເພດ; ແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໜີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025); ກໍລະນີສຶກສາ ອົງກອນທີ່ປະຕິບັດນະໂຍບາຍສົ່ງເສີມຄວາມຫຼາກຫຼາຍໃນສະຖານທີ່ເຮັດວຽກ; ລັກສະນະປະຈຳເພດໃນສັງຄົມ; ເພດພາວະ ແລະ ຄວາມຫຼາກຫຼາຍໃນບ່ອນເຮັດວຽກ; ແຜນດຳເນີນງານເພື່ອຄວາມສະເໜີພາບຍິງ-ຊາຍ ແລະ ການຕັດສິນໃຈແບບມີສ່ວນຮ່ວມ; ນຳສະເໜີໂດຍ: ອຈ. ປອ. ນາງ ຈຳປາທອງ ໂພຈັນທິລາດ ຫົວໜ້າສູນເພດພາວະສຶກສາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ; ຈາກນັ້ນ, ບັນດາທ່ານໃນທີ່ປະຊຸມກໍ່ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນໃຫ້ມີເນື້ອໃນທີ່ໜັກແໜ້ນ; ພ້ອມນັ້ນ, ຍັງໄດ້ຈັດແບ່ງກຸ່ມເພື່ອຄົ້ນຄວ້າ ແລະ ຝຶກຫັດຕົວຈິງແຕ່ລະເນື້ອໃນ, ເພື່ອຍົກສູງຄວາມຮັບຜິດຊອບໂດຍສຸມໃສ່ການຕັ້ງຄຳຖາມສົນທະນາແລກປ່ຽນໃນແຕ່ລະຫົວຂໍ້ເຊິ່ງ ອັນໄດ້ເຮັດໃຫ້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປຈົນເຖິງວັນທີ 8 ກໍລະກົດ ຈຶ່ງຈະສຳເລັດ, ເຊິ່ງໄດ້ຮັບການສະໜັບສະໜູນຊ່ວຍ ເຫຼືອທາງດ້ານງົບປະມານຈາກໂຄງການ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍໄລຍະ II, ແຜນງານ ເຊກ້າ ໄລຍະ II ( CEGGA II ).