(ສພຊ) ເພື່ອຮັບປະກັນໃຫ້ວຽກງານກໍາມາທິການກົດໝາຍໄດ້ດໍາເນີນຢ່າງມີຄຸນນະພາບ ໃນວັນທີ 9 ມີນາ 2023 ທີ່ສະພາແຫ່ງຊາດ ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມສໍາມະນາຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ພະນັກງານ-ລັດຖະກອນຂອງກໍາມາທິການກົດໝາຍ ປະຈໍາປີ 2022 ໂດຍການເປັນປະທານຂອງທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍສະພາແຫ່ງຊາດ, ມີທ່ານຮອງປະທານກໍາມາທິການກົດໝາຍ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ພ້ອມທັງນັກວິທະຍາ ກອນທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີເປີດກອງປະຊຸມ ທ່ານ ອໍາໄພ ຈິດມານົນ ໄດ້ກ່າວວ່າ: ກອງປະຊຸມ ຈະໄດ້ຮັບຟັງບົດສະເໜີການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາ, ບົດສະເໜີເຕັກນິກການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍ ທີ່ມີປະສິດທິພາບ ແລະ ປະສິດທິຜົນ ແລະ ບົດສະເໜີທັກສະການຄົ້ນຄວ້າວິເຄາະ, ວິໄຈບັນຫາ ກ່ຽວກັບການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ເຫັນວ່າ ຫົວຂໍ້ທີ່ກ່າວມານັັ້ນ ລ້ວນແຕ່ແມ່ນພາລະບົດບາດຂອງກຳມາທິການກົດໝາຍ ເຊິ່ງວຽກງານການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ເປັນວຽກງານໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນ ແລະ ຈຳເປັນໃນຂະບວນການສ້າງ, ປັບປຸງ ແລະ ຈັັດຕັ້ງປະຕິບັດກົດໝາຍ ໃນທົ່ວສັງຄົມ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດກົດໝາຍ ມີຜົນສັກສິດ ແລະ ຍຸຕິທຳ, ວຽກງານການຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍ ກໍແມ່ນອີກວຽກໜຶ່ງທີ່ສຳຄັນ ໃນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ກໍຄື ສະພາແຫ່ງຊາດ ໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ ປະກອບສ່ວນສ້າງລັດແຫ່ງ ສປປລາວ ໃຫ້ກາຍເປັນລັດແຫ່ງກົດໝາຍ ແລະ ວຽກງານການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ກໍແມ່ນວຽກງານໜຶ່ງທີ່ສຳຄັນຂອງກຳມາທິການກົດໝາຍ ໃນການປະຕິບັດພາລະບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳ ໃນການຄົ້ນຄວ້າຕີຄວາມໝາຍ ແລະ ອະທິບາຍກົດໝາຍ ເປັນສິດ ແລະ ໜ້າທີ່ ດ້ານນິຕິບັນຍັດອັນຕົ້ນຕໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອເຮັດໃຫ້ກົດໝາຍ ທີ່ປະກາດໃຊ້ໄປແລ້ວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ທ່ານໄດ້ສະເໜີໃຫ້ ບັນດາທ່ານສໍາມະນາກອນ ຫຼັງຈາກທີ່ໄດ້ຮັບຟັງບົດບັນຍາຍຈາກນັກວິທະຍາກອນແລ້ວ ໃຫ້ແລກປ່ຽນກັບນັກວິທະຍາກອນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ຂອງກຳມາທິການກົດໝາຍ ໄດ້ຮັບການປັບປຸງດີຂຶ້ນໃນຕໍ່ໜ້າ.


(ພາບ: ນາງ ປາກາລັກ ພົມມີໄຊ ແລະ ຂ່າວ: ສອນສັກ ວັນວິໄຊ)