loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຊີວິດ ແລະ ເສັ້ນທາງສູ່ການປະຕິວັດຂອງປະ​ທານ ສຸ​ພາ​ນຸ​ວົງ

​ກ.ກ. 13, 2022 | SlideMobile

 

ເນື່ອງ​ໃນ​ໂອ​ກາດ​ວັນ​ເກີດ​ປະ​ທານ​ ສຸ​ພາ​ນຸ​ວົງ ຄົບ​ຮອບ 113 ປີ (13/07/1909-13/07/2022)

ໂດຍ: ຫອມສະນິດ

       ເພື່ອລະເຖິງນຶກວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ໃນບົດຂຽນນີ້ຂ້າພະເຈົ້າຂໍຍົກບັນຫາຊີວິດ ແລະ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະທານ ສຸພານຸວົງ ຂຶ້ນມາເພື່ອເປັນການຫວນຄືນເຖິງພາລະກິດປະຕິວັດຂອງທ່ານ ແລະ ເປັນການເລົ່າຄືນປະຫວັດສາດ, ເພື່ອໃຫ້ຜູ້ອ່ານ ແລະ ລູກຫລານຜູ້ເກີດໃໝ່ໃຫຍ່ລຸນໄດ້ຮັບຮູ້ເຖິງວິລະກຳອັນລ້ຳຄ່າຂອງຜູ້ອົງອາດກ້າແກ່ນທີ່ເດີນຕາມເສັ້ນທາງຂອງພັກຢ່າງສຸດກົກສຸດປາຍ ແລະ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ. ຜ່ານ​ເສັ້ນ​ທາງ​ການ​ປະ​ຕິ​ວັດເພື່ອ​ປົດ​ປ່ອຍ​ປະ​ເທດ​ຊາດທີ່​ແສນ​ລຳ​ບາກ ແລະ ລະ​ອິດ​ລະ​ອ້ຽວ, ປະ​ທານ ສຸ​ພາ​ນຸ​ວົງ ໄດ້​ເປັນ​ແບບ​ຢ່າງ​ຕົວ​ຈິງ​ອັນ​ລ້ຳ​ຄ່າ​​ໃຫ້​ແກ່​ຄົນ​ຮຸ້ນຫລັງ​ໄດ້​ເອົາ​ເປັນ​ແບບ​ຢ່າງ​ ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວ​ພາ​ລະ​ກິດ​ປະຕິວັດຂອງທ່ານ.

ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ກົງກັບມື້ແຮມ 15 ຄ່ຳ, ວັນອັງຄານ ເດືອນ 8 ປີລະກາ ທີ່ຫລວງພະບາງ ໃນຄອບຄົວເຊື້ອເຈົ້າຣາຊະວົງ ເປັນໂອ ຣົດຂອງເຈົ້າມະຫາອຸປະຣາດ ບຸນຄົງ ແລະ ໝ່ອມ ຄຳອ້ວນ ມີເອື້ອຍ 2 ຄົນຄື: ເຈົ້າຍິງ ທະວີວັນ ແລະ ເຈົ້າຍິງ ຈິນດາຣັດສະໝີ; ມີອ້າຍຕ່າງມານດາ 2  ຄົນ ເຊິ່ງເປັນຜູ້ມີບົດບາດສຳຄັນທາງປະຫວັດສາດ ຄື: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ.

ຊີວິດໃນໄວເຍົາຂອງທ່ານ ໄດ້ຮັບການອົບຮົມສັ່ງສອນເປັນຢ່າງດີ; ເພິ່ນເປັນເດັກໃນວັງທີ່ມັກໄປຫລິ້ນກັບເດັກນ້ອຍທົ່ວໄປ ໂດຍບໍ່ຖືຊົນຊັ້ນວັນນະຂອງຕົນ ເຊິ່ງໄດ້ເຮັດໃຫ້ເພິ່ນໄດ້ສຳພັດກັບຊີວິດປະຈຳວັນຂອງປະຊາຊົນ ແລະ ເກີດຄວາມເມດຕາຮັກໄຄ່ປະຊາ ຊົນຕັ້ງແຕ່ຍັງນ້ອຍ. ເມື່ອອາຍຸໄດ້ 7 ປີ, ເພິ່ນໄດ້ເຂົ້າສຶກສາຢູ່ໂຮງຮຽນປະຖົມສຶກສາທີ່ຫລວງພະບາງ. ປະທານເອງເປັນນັກຮຽນທີ່ດຸໝັ່ນ ແລະ ມີພອນສະຫວັນຫລາຍດ້ານ, ຮຽນເກັ່ງ ແລະ ສອບເສັງໄດ້ຄະແນນດີເລີດມາຈົນຈົບປະຖົມສົມບູນ; ຈາກນັ້ນ, ໃນປີ 1920 ປະທານ ສຸພານຸວົງ ໄດ້ໄປຮຽນຕໍ່ຢູ່ມັດ “ອານແບກຊາໂຣ” ທີ່ຮ່າໂນ້ຍ ປະເທດຫວຽດນາມ. ຢູ່ທີ່ນັ້ນເພິ່ນໄດ້ຕັ້ງໃຈຮຽນທັງວິຊາທຳມະຊາດ ແລະ ສັງຄົມ, ຮຽນພາສາຕ່າງປະເທດຫລາຍພາສາ, ຮຽນທາງດ້ານສິລະປະ ແລະ ວັນນະຄະດີ, ທັງຫລິ້ນກິລາ ແລະ ດົນຕີ, ປະທານ ສຸພານຸວົງ ຍັງເປັນຜູ້ມີພອນສະຫວັນໃນດ້ານການແຕ້ມຮູບ ແລະ ຂຽນບົດກາວີ. ເພິ່ນໄດ້ຮຽນຈົບຂະແໜງວິຊາວິທະຍາສາດ ແລະ ອັກສອນສາດ ດ້ວຍຄະແນນດີເລີດ ແລະ ຖືກຄັດເລືອກເປັນນັກຮຽນດີເດັ່ນຂອງໂຮງຮຽນໂປຣເຕັກໂຕຣາແຫ່ງແຄວ້ນອິນດູຈີນ. ຕໍ່ມາໃນປີ 1931 ປະທານ ສຸພານຸວົງ ໄດ້ໄປສຶກສາຕໍ່ຢູ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມທີ່ວິທະຍາໄລແຊັງຫລູຍ (Lycee Saint-Louis), ຫລັງຈາກນັ້ນ, ໃນປີ 1934 ໄດ້ເຂົ້າຮຽນຕໍ່ມະຫາວິທະຍາໄລຂົວທາງແຫ່ງຊາດ (EcoleNationale des Ponts et Chauss’es) ສາຂາວິສະວະກອນພົນລະເຮືອນ.

ເວລາຮຽນຢູ່ມະຫາວິທະຍາໄລຂົວທາງແຫ່ງຊາດຝຣັ່ງ, ປະທານ ສຸພານຸວົງ ບໍ່ພຽງແຕ່ມີຄວາມມຸ່ງໝັ້ນໃນການຮຽນເທົ່ານັ້ນ, ເພິ່ນທັງມີຄວາມດຸໝັ່ນໃນການລົງເຝິກຫັດ-ປະຕິບັດຕົວຈິງ; ດັ່ງນັ້ນ ເພິ່ນຈຶ່ງໄດ້ເດີນທາງໄປຫລາຍປະເທດໃນທະວີບເອີຣົບ ທັງເບື້ອງຕາເວັນອອກ ແລະ ຕາເວັນຕົກ; ນອກຈາກນີ້, ເພິ່ນຍັງໄດ້ໄປຫລາຍປະເທດໃນທະວີບອາຟຣິກາ ເພື່ອສຳຜັດກັບຄວາມເປັນຈິງ ແລະ ຊອກຮູ້ປະສົບການໃນດ້ານຕ່າງໆ; ປະທານ ສຸພານຸວົງ ທັງມີຄວາມບາກບັ່ນໃນການຄົ້ນຄວ້າຮ່ຳຮຽນ, ທັງມີຄວາມເປັນເຈົ້າການປະດິດສ້າງຮຽນຮູ້ດ້ວຍຕົນເອງ; ເພິ່ນດຳລົງຊີວິດແບບຮຽບງ່າຍ, ບໍ່ຟຸມເຟືອຍ. ປະທານ ສຸພານຸວົງ ມີພອນສະຫວັນໃນການຮຽນຮູ້ພາສາຂອງຊາດຕ່າງໆ ເຊິ່ງເພິ່ນສາມາດເວົ້າໄດ້ດີເຖິງ 7-8 ພາສາທີ່ໃຊ້ກັນແຜ່ຫລາຍໃນສາກົນ. ໃນປີ 1937 ປະທານ ສຸພານຸວົງ ໄດ້ຮຽນຈົບມະຫາວິທະຍາໄລຂົວທາງແຫ່ງຊາດທີ່ປະເທດຝຣັ່ງ ໂດຍໄດ້ຮັບປະກາດສະນີຍະບັດວິສະວະ ກອນຂົວທາງເປັນຄົນທຳອິດຂອງປະເທດລາວ.

ພາຍຫລັງສຳເລັດການສຶກສາເພິ່ນໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການໃນຂະແໜງໂຍທາທິການ ປະຈຳຢູ່ຍາຈາງ (ແຄວ້ນໂຍທາທີສອງຂອງອານນາມ). ໃນປີ 1938 ປະທານ ສຸພານຸວົງ ໄດ້ສ້າງຄອບຄົວກັບນາງ ຫວຽນທິກີ້ນາມ (ປ້າ ວຽງຄຳ ສຸພານຸວົງ) ເຊິ່ງເປັນບຸດສາວຂອງທ່ານ ຫງວຽນວັນສຸງ ແລະ ນາງ ເລທິແງ້. ເວລາທີ່ເພິ່ນຮັບຜິດ ຊອບວຽກງານປະຈຳຢູ່ຍາຈ່າງນັ້ນ, ປະທານ ສຸພານຸວົງ ໄດ້ສຳເລັດການສ້າງຂົວທາງເລກທີ 14, ໂຄງການເຂື່ອນໄຟຟ້ານ້ຳຕົກຢູ່ດາຍິນ, ສ້າງຝາຍ ແລະ ເໝືອງບາຍເຖື້ອງ ຢູ່ແຂວງທັນຮວາ ປະເທດຫວຽດນາມ; ໄດ້ໄປຊ່ວຍສ້າງຂົວ ແລະ ສ້ອມແປງທາງເລກທີ 13 ຢູ່ແຂວງຊຽງແຕງ ປະເທດກຳປູເຈຍ. ຕໍ່ມາປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງໄປຮັບຣາຊະການຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງທາງເລກທີ 23 ແລະ ຂົວເຊບັ້ງຫຽງ. ປີ 1942 ທ່ານໄດ້ກັບໄປຮັບໜ້າທີ່ຣາຊະການທີ່ເມືອງວິນ ປະເທດຫວຽດນາມ. ໃນເວລາປະຕິບັດໜ້າທີ່ຣາຊະການຢູ່ຫວຽດນາມ, ກຳປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງ ອັນເປັນທີ່ຍອມຮັບໃນຖານະວິສະວະກອນທີ່ມີຄວາມຮູ້ຄວາມ ສາມາດ ແລະ ເຮັດແທ້ທຳຈິງ. ສິ່ງສຳຄັນທີ່ສຸດເພິ່ນໄດ້ສຳພັດ, ໄດ້ຮູ້ໄດ້ເຫັນເຖິງພຶດຕິກຳ ແລະ ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງທີ່ມີຕໍ່ຄົນຂອງຊາດຫົວເມືອງຂຶ້ນເຊັ່ນ: ການຈຳແນກເຊື້ອຊາດ ແລະ ການແບ່ງຊັ້ນວັນນະ; ການກົດຂີ່ຂົ່ມເຫັງ ແລະ ຄວາມຍຸຕິທຳ; ການປຸ້ນສະດົມ ແລະ ການກົດຂີ່ຂູດຮີດ ເປັນຕົ້ນ.

ທັງໝົດເຫລົ່ານັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ສະພາບແນວຄິດຈິດໃຈຂອງປະທານ ສຸພານຸວົງ ແລະ ຈຳໃຫ້ເພິ່ນຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດ ຄື: ສືບຕໍ່ເປັນຂ້າຣາຊະການຮັບໃຊ້ເຈດຈຳນົງຂອງພວກຈັກກະພັດລ່າເມືອງຂຶ້ນ ຫລື ກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ເອົາຄວາມເອກະລາດມາໃຫ້ປະເທດຊາດ, ນຳເອົາອິດສະຫລະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວເຜົ່າຕ່າງໆ ເຊິ່ງປະທານ ສຸພານຸວົງ ໄດ້ເລືອກເອົາອັນທີສອງ. ໃນເດືອນຕຸລາ ປີ 1945 ປະທານ ສຸພານຸວົງ ໄດ້ເດີນທາງກັບຄືນປະເທດຕາມທາງເລກ 9, ເມື່ອຮອດເມືອງເຊໂປນ ປະທານ ສຸພານຸວົງ ໄດ້ກ່າວຄຳປາໄສຕໍ່ປະຊາຊົນທີ່ມາໂຮມກັນຢູ່ທີ່ນັ້ນຢ່າງຫລວງຫລາຍເພື່ອຕ້ອນຮັບເພິ່ນວ່າ “ແຜ່ນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ”.

ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳຂອງເພິ່ນເປັນຂໍ້ຄວາມຕອນໜຶ່ງໄວ້ດັ່ງນີ້: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງທໍ່ໃດກໍຕາມ ຂ້າພະເຈົ້າກໍຈະຕ້ອງປະລະນິໄສທີ່ປ່ອຍປະລະເລີຍໃຫ້ໄປຕາມບຸນຕາມກຳ ຂີ້ຄ້ານ ມັກງ່າຍ ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດຂອງສັງຄົມເຮົາ ແລະ ຂອງບັນດາຊາດທີ່ຊຸດໂຊມ ອັນຈະຕ້ອງກາຍເປັນເຫຍື່ອໃຫ້ແກ່ຝູງສັດຮ້າຍໃນທີ່ສຸດ” ຄໍາເວົ້າເຫລົ່ານີ້ຊ່ວຍຢືນຢັນໄດ້ວ່າ ປະທານ ສຸພານຸວົງ ໄດ້ເລືອກເສັ້ນທາງຊີວິດ ແລະ ພາລະ ກິດອັນຍິ່ງໃຫຍ່ຂອງເພິ່ນໄວ້ແຕ່ດົນພຸ້ນແລ້ວ.

(ຄັດຈາກປຶ້ມ ຊີວິດ ແລະ ພາລະກິດ ຂອງປະທານ ສຸພານຸວົງ 2004)