ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ດັ້ນກີບເມກ
​ ຫຼຸມພາງຂອງຊີວິດທີ່ຫຼົງຢຶດຕິດພຽງແຕ່ໜີເຄາະເຂັນ ແລະ ຄອຍໂຊກວາດສະໜາ ຖືເປັນຊີວິດທີ່ມີສັດທາ ແຕ່ຂາດປັນຍາ, ພຸດທະສາສະໜາຈຶ່ງເນັ້ນສອນປັນຍາກຳກັບຕະຫຼອດເວລາ, ການແຂວນພະຫ້ອຍຄໍ ບໍ່ສາມາດເປັນເຄື່ອງຄໍ້າປະກັນໃຫ້ຊີວິດລວຍໄດ້ ຫຼື ໂຊກຈະລອຍມາຫາ ກໍບໍ່ແມ່ນແຕ່ການຫ້ອຍພະໃນຄໍທີ່ຖືກຕ້ອງມັນເປັນພຽງສິ່ງເຕືອນໃຫ້ມີສະຕິປັນຍາບໍ່ໃຫ້ປະໝາດ-ບໍ່ໃຫ້ຫຼົງໂຕ ໃຫ້ລະນຶກເຖິງຄວາມດີ ມີສິນທໍາໃນການກະທໍາ ເຊິ່ງຖ້າວ່າຄົນໃດຫາກແຂວນພະເຕັມຄໍ ແຕ່ມີພຶດຕິກໍາສໍ້ໂກງບຽດບຽນ-ຂົ່ມເຫັງຄົນອື່ນ ພະທີ່ຫ້ອຍຄໍກໍບໍ່ສາມາດປົກປ້ອງຄົນເຮັດຜິດໄດ້. ດັ່ງນັ້ນ, ຊີວິດຈະກ້າວໜ້າຈຶ່ງເປັນຊີວິດທີ່ບໍ່ລໍຄອຍວາດສະໜາ, ພຸດທະສາສະໜາກໍສອນໄວ້ແຈ້ງວ່າ: ວາດສະໜາແປວ່າ ການກະທໍາຈົນເຄີຍຊິນເປັນນິດໄສ, ຄົນເຮັດດີເປັນນິດໄສປະຈໍາ ຄົນຜູ້ນັ້ນມີວາດສະໜາດີ ຢ່າເຂົ້າໃຈວ່າ: ວາດສະໜາຈະຕ້ອງລໍຄອຍ ຕົກລົງມາຈາກຟ້າ ແຕ່ວາດສະໜາທີ່ແທ້ຈິງໃນຊີວິດຕ້ອງສ້າງມັນຂຶ້ນມາດ້ວຍການກະທໍາ.
​ ຄົນສ່ວນຫຼາຍນັບຖືສາສະໜາພຽງແຕ່ຢາກໃຫ້ຫາຍເຄາະເຂັນ ແລະ ພົບໂຊກລາບ ນັບຖືສາສະໜາພຽງແຕ່ມີຈິດສໍານຶກວ່າມີສິ່ງຢຶດໜ່ຽວທາງຈິດໃຈ ເຊິ່ງຄວາມໝາຍແທ້ຈິງຕ້ອງໄດ້ໄຈ້ແຍກອອກໃຫ້ແຈ້ງວ່າ: ຢຶດໜ່ຽວຈິດໃຈແບບດຶງລົງ ຫຼື ດຶງຂຶ້ນ, ຢຶດໜ່ຽວຈິດໃຈແບບດຶງລົງ ໝາຍວ່າດຶງໃຫ້ໝົກຈົມຢູ່ກັບການຫວັງເພິ່ງໂຊກ-ເພິ່ງວາດສະໜາລອຍລົມ ຈຶ່ງຫຼົງເກາະຢຶດໜ່ຽວແບບເພີດເພີນຈົນຈິດໃຈ-ປັນຍາບໍ່ຈະເລີນ.
​ ຄວາມໝາຍທີສອງ ຢຶດໜ່ຽວຈິດໃຈແບບດຶງຂຶ້ນ ຄືມີທີ່ເກາະທີ່ເພິ່ງເພື່ອໃຫ້ຊີວິດມີແຮງ-ມີທິດເຍືອງທາງດ້ວຍຫຼັກທໍາມະ (ຄໍາສອນ) ນໍາມາປະຕິບັດໃຫ້ເກີດສະຕິປັນຍາ. ດັ່ງນັ້ນ, ຄົນສ່ວນໃຫຍ່ຄວນທໍາຄວາມເຂົ້າໃຈໃຫ້ຖືກຕ້ອງແທ້ຈິງ ບໍ່ແມ່ນເປັນຊາວພຸດພຽງແຕ່ຈົດບອກໄວ້ໃນປຶ້ມສໍາມະໂນຄົວວ່າເປັນຊາວພຸດເທົ່ານັ້ນ.