loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຊາຍໜັງສື

​ພ.ຈ. 8, 2023 | ຫົວບໍ່ອັ້ນ

………………………………………………………………………..
ຄັ້ງໜຶ່ງ ຍັງມີຊາຍໜຸ່ມຄົນໜຶ່ງເຮັດໜ້າທີ່ເປັນຄົນຕີກະແລ່ງປະໂຮງຮຽນ. ນີ້ຄືວິຊາຫາກິນອັນດຽວສຳລັບລ້ຽງຊີບເຂົາ ທັງນີ້ກໍເພາະວ່າເຂົາກືກໜັງສືຂະໜາດຊື່ຕົນເອງກໍຍັງບໍ່ຮູ້ເຊັນ. ຕໍ່ມາມີຈົດໝາຍວຽນສະບັບໜຶ່ງຈາກຄະນະອຳນວຍການໂຮງຮຽນ ສັ່ງໃຫ້ປົດພະນັກງານປະຈຳໂຮງຮຽນທຸກໆຄົນ ທີ່ອ່ານບໍ່ໄດ້ ຂຽນບໍ່ເປັນອອກຈາກການ, ຍ້ອນແນວນີ້, ຊາຍໜຸ່ມຜູ້ອາພົບຄົນນັ້ນເລີຍໝົດອາຊີບຕີກະແລ່ງ, ເຂົາເປີດຮ້ານຂາຍເຂົ້າປຽກເສັ້ນຢູ່ໃກ້ໆໂຮງຮຽນແຫ່ງນັ້ນເອງ. ກິດຈະການຂອງເຂົາເບັ່ງບານຂຶ້ນ, ເຂົາເປີດຮ້ານແຫ່ງທີສອງ, ທີສາມ ແລະ ທີສີ່ຕໍ່ໆໄປ ຈົນເຂົາມີສາຂາຮ້ານເຂົ້າປຽກທົ່ວເມືອງ, ເຂົາກາຍເປັນຄົນຮັ່ງມີດີໄດ້ຂຶ້ນມາ, ຢູ່ມາມື້ໜຶ່ງ, ຫົວໜ້າໂຮງຮຽນມາຂໍແຜ່ການບໍລິຈາກນຳເຂົາ ເພື່ອສ້ອມແປງໂຮງຮຽນ, ເຂົາເຮັດໃຈກວ້າງ, ບໍລິຈາກສິບລ້ານກີບ, ຫົວໜ້າໂຮງຮຽນເຮັດໃບຢັ້ງຢືນການບໍລິຈາກໃນຈຳນວນສິບລ້ານກີບ ແລ້ວຂໍຮ້ອງໃຫ້ຊາຍໜຸ່ມເຊັນ. ເຂົາຕອບອອກມາວ່າ ” ຖ້າຂ້ານ້ອຍຫາກຮູ້ເຊັນຊື່ຕົນເອງແລ້ວ, ກໍປານນີ້ ຂ້ານ້ອຍກໍຄົງຈະຍັງເຮັດອາຊີບຕີກະແລ່ງປະຈຳໂຮງຮຽນຢູ່ຄືເກົ່າຫັ້ນລະ “
UNLETTERED MAN
……………………………………………………………………………
There was once a young man who rang the bell in a school. That was his only means of livelihood as he was totally unlettered and could not even sign his name. Came a circular from the school authorities ordering the dismissal of all people employed in school who couldn’t read and write. So the poor fellow lost his job as a bell – ringer. He opened a small stall to sell rice noodle soup near the school. It prospered. He opened a second, a third, and a fourth till he had a chain of noodle soup stalls across the city. He became a rich man. One day the school Headmaster came to ask for donation to repair the school. He generously donated ten million kips. The Headmaster put a subscription voucher with the figure of ten million kips and asked him to sign it. He replied ” If I could have signed my name, I would still have been ringing the school bell “