loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຈູດປ່າປູກມັນ

ມ.ຖ. 16, 2023 | SlideMobile, ຂ່າວເດັ່ນ

ດັ້ນກີບເມກ
ການຕັດໄມ້-ຈູດປ່າໄມ້ ເພື່ອສ້າງຜືນດິນໃຫ້ກ້ຽງແຫ້ງເພື່ອປູກມັນຕົ້ນ ບາງຄົນອາດໄດ້ຜົນກຳໄລໄວໃນການຂາຍມັນຕົ້ນ ແຕ່ຜົນໄລຍະຍາວ 5-6 ປີ ຕໍ່ໄປດີນຕາຍແຫ້ງແລ້ງ; ຜົນຜະລິດ ໜ້ອຍລົງ ເພາະການປູກມັນຕົ້ນຕ້ອງໄດ້ໃຊ້ຢາ ຫຼື ສານເຄມີເພື່ອ ໃຫ້ໄດ້ຫົວມັນຕົ້ນ ແຕ່ສ້າງຜົນເສຍໃຫ້ດິນໄລຍະຍາວ. ການຕັດໄມ້-ທຳລາຍປ່າ-ຈູດປ່າ ແລ້ວປູກມັນ; ປູກຢາງພາລາ… ອາດໄດ້ ຜົນໄວທັນຕາ ແຕ່ຜົນເສຍຍາວນານ ແຜ່ວົງກວ້າງເຖິງລະບົບນິເວດ.
ການຈູດປ່າ-ທຳລາຍປ່າ ມັນຄືການຄິດກັບກັນ ກັບແນວ ຄິດປູກໄມ້-ປູກປ່າ ເພື່ອຮັກສາທຳມະຊາດ; ຟື້ນຟູປ່າໄມ້ເປັນການສ້າງສິ່ງແວດລ້ອມໃຫ້ມະນຸດຢູ່ຢ່າງປອດໄພໄດ້ ເພາະຢ່າລືມວ່າຕົ້ນໄມ້ແຕ່ລະຕົ້ນ ມັນສາມາດອົມນໍ້າໄວ້ຫຼາຍລິດ ເວລາຝົນຕົກທຳມະຊາດມັນຈະເຮັດໜ້າທີ່ຂອງມັນເອງ ຖ້າວ່ານໍ້າຝົນໄຫຼນອງ-ນໍ້າປ່າໄຫຼແຮງ ຍ້ອນວ່າຂາດປ່າໄມ້-ຂາດຕົ້ນໄມ້ອົມນໍ້າໄວ້ ດັ່ງນັ້ນ, ນໍ້າຈະໄຫຼໄວ-ໄຫຼແຮງ ຜົນເສຍຍິ່ງໃຫຍ່ກໍຕາມມາດ້ວຍນໍ້າມືຄົນເຮົາເອງ, ການເຮັດສວນ, ເຮັດກະເສດແບບຄວາມຮູ້ພໍກະເທີນ ຜົນຜະລິດພໍແຕ່ໄດ້ກິນ ຫຼື ບາງທີຜົນຜະລິດໄດ້ໜ້ອຍເພາະຂາດຄວາມຮູ້ເລິກເຊິ່ງບໍ່ເຂົ້າໃຈລະບົບນິເວດແທ້ຈິງ.
ພື້ນຖານຄົນລາວຍຸກບູຮານ ປູ່-ຍ່າ ເຂົາເຈົ້າຈະຮັກສາທຳມະຊາດ ຕົ້ນໄມ້ໃບຫຍ້າທີ່ເກີດຂຶ້ນ ເຂົາຈະປ່ອຍທຳມະຊາດ ແຕ່ພວກກະເສດຄວາມຮູ້ພໍກະເທີນ ຈະເສຍແຮງໄປກັບການຕັດຫຍ້າ-ເສຍຫຍ້າ; ທຳລາຍພືດພັນທີ່ເກີດຊ້ອນຂຶ້ນມາ ເຊິ່ງບໍ່ເຂົ້າໃຈວ່າທຳມະຊາດມັນຈະເກື້ອກູນກັນໄດ້ດີ ຖ້າດິນບໍ່ງາມ-ດິນບໍ່ຊຸ່ມ; ຜືນນາ, ຜືນສວນຂາດນໍ້າ ກໍເທົ່າກັບຂາດຫົວໃຈກະ ເສດ ດັ່ງນັ້ນ, ຕົ້ນໄມ້ໃບຫຍ້າ ແລະ ນໍ້າ ຈຶ່ງເປັນປັດໄຈສຳຄັນ ຂອງກະເສດ.
ສັງລວມໄດ້ວ່າ: ໃນນໍ້າມີປາໃນນາມີເຂົ້າ ຕ້ອງເຂົ້າໃຈໃຫ້ ເລິກເຊິ່ງ ເຮັດນາໄດ້ເພາະມີນໍ້າ; ເຂົ້າງາມເພາະດິນດີ ໃນໄຮ່ນາມີນໍ້າມີອາຫານໃຫ້ປູປາກຸ້ງຫອຍອາໄສລ້ຽງຊີວິດ ເປັນລະບົບນິເວດເກື້ອກູນກັນ ແຕ່ຖ້າວ່າມີສານເຄມີໃນນໍ້າປາກໍຕາຍ ເຄມີໃນດິນຕົ້ນໄມ້ກໍຕາຍ ຄົນກິນບໍ່ໄດ້ ເຊິ່ງຕ້ອງໄດ້ຄິດໃໝ່ວ່າເຮັດ ແບບນັ້ນໂງ່ ຫຼື ສະຫຼາດ?
ສະເໜີແລກປ່ຽນ.